​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ​ຫວຽດ​ນາມ ​​ໄປຖະຫວາຍທູບທຽນ, ປູກ​ຕົ້ນດອກ​ຈຳ​ປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ.

​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ​ຫວຽດ​ນາມ ​​ໄປຖະຫວາຍທູບທຽນ, ປູກ​ຕົ້ນດອກ​ຈຳ​ປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ.

ຍສໝ - ວັນ​ທີ 11 ​ເມສາ, ຄະນະ​ປະຕິບັດງານສະຖານທູດ ລາວ ປະຈຳ ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຫວ້, ​​ໄປຖະຫວາຍທູບທຽນ ​ແລະ ​ປູກ​ຕົ້ນ​ດອກ​ໄມ້​ ຈຳປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ (ບ້ານ​ ໄທ​ເຊີນ, ຕາ​ແສງ ​ເຊີນລາຍ, ​ເມືອງ ຍໍ່ກວານ, ແຂວງ ນິງບິ່ງ). ຄະນະ​ປະຕິບັດງານໂດຍ​ທ່ານ​ນາງ ຄຳເພົາ ເອີນ​ທະ​ວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເປັນຫົວໜ້າຄະນະ.

ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນປີໃໝ່ລາວ

ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນປີໃໝ່ລາວ

ຍສໝ - ຢູ່​ບາງກອກ, ວັນ​ທີ 6 ເມສາ, ຄະນະ​ພະນັກງານສະຖານທູດ​ ຫວຽດນາມ ປະຈຳ​ ໄທ ໂດຍ​ທ່ານອຸປະທູດ​ຊົ່ວຄາວນາງ ບຸ່ຍ​ທິ​ເຫ້ວ ນຳໜ້າ ໄດ້​ມາ​ຍັງສະຖານທູດ​ລາວ ປະຈຳ ​ໄທ ​ເພື່ອ​ອວຍພອນ​ບຸນປີ​ໃໝ່ປະເພນີຂອງ​ ລາວ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ

​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ

ຍສໝ - ​ໃນ​ຂອບ​ເຂດ​ການປະຕິບັດງານຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ ນັບແຕ່​ວັນ​ທີ 6 – 8 ​ເມສາ 2024 ຂອງ​ຄະນະປະຕິບັດງານກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ, ວັນ​ທີ 8 ​ເມສາ 2024, ກົມໃຫຍ່ການຄຸ້ມ​ຄອງທ້ອງ​ຕະຫຼາດ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກັບກົມແຂ່ງຂັນທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເພື່ອສົມທົບກັນໃນການປ້ອງກັນ, ຕ້ານການລະເມີດກົດໝາຍໃນທຸລະກິດ, ການຄ້າ; ​ປົກ​ປັກ​ຮັກສາ​ສິດ​ຜູ້​ບໍລິ​ໂພ​ກ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມືໃນຂົງເຂດການ​ຄຸ້ມ​ຄອງທ້ອງ​ຕະຫຼາດ​ລະຫວ່າງ​ສອງ​ປະ​ເທດ.

ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການ​ເຄື່ອນ​ໄຫວປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ການຕິດພັນ, ຄວາມ​ສາມັກຄີ ແລະ ມິດຕະພາບ​ລະຫວ່າງ 3 ປະ​ເທດ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ.

ຈັດ​ຕັ້ງ​ບຸນເຕັດບຸນປີໃໝ່ໃຫ້​ແກ່​ນັກ​ສຶກ​ສາ ​ລາວ ​ຢູ່ ​ໄທຫງວຽນ

ຈັດ​ຕັ້ງ​ບຸນເຕັດບຸນປີໃໝ່ໃຫ້​ແກ່​ນັກ​ສຶກ​ສາ ​ລາວ ​ຢູ່ ​ໄທຫງວຽນ

ຍສໝ - ວັນ​ທີ 10 ເມສາ, ຢູ່​ມະຫາວິທະຍາ​ໄລເຕັກ​ໂນ​ໂລ​ຢີຂໍ້​ມູນຂ່າວສານ ​ແລະ ການສື່ສານ (ມະຫາວິທະຍາ​ໄລ​ໄທ​ງວຽນ), ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ​ໄດ້​ຈັດ​ຕັ້ງ​ງານ​ບຸນປີໃໝ່ໃຫ້ແກ່ນັກສຶກສາ ລາວ ​ທີ່​ພວມ​ຮ່ຳຮຽນ, ຄົ້ນ​ຄ້ວາ​ຢູ່​ບໍລິເວນ.

ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)

ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)

ຍສໝ - ນັບແຕ່ວັນທີ 25 ມີນາ ຫາ ວັນທີ 22 ເມສາ 2024, ຄະນະນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດ ດານັງ ໄດ້ເຂົ້າຮ່ວມການຝຶກງານ ແລະ ພົບປະແລກປ່ຽນຢູ່ສູນຫວຽດນາມວິທະຍາ ຢູ່ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ) ໃນຂອບເຂດໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລພາສາຕ່າງປະເທດ ດານັງ ແລະ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ.

ຫວຽດນາມ ໄດ້ເຂົ້າ top ຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວ

ຫວຽດນາມ ໄດ້ເຂົ້າ top ຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວ

ຍສໝ - Time Out - ວາລະສານການທ່ອງທ່ຽວແຖວໜ້າຂອງ ອັງກິດ - ຫາກໍ່ນຳແນະນຳ top 9 ຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວ, ໃນນັ້ນມີຫວຽດນາມ.

ນາຍທະຫານ ຫວຽດນາມ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ  ຕື່ມອີກ 3 ຄົນ

ນາຍທະຫານ ຫວຽດນາມ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ຕື່ມອີກ 3 ຄົນ

Ngày 8/4, tại Hà Nội, Bộ Quốc phòng tổ chức buổi Lễ trao Quyết định của Chủ tịch nước và Quyết định của Bộ trưởng Bộ Quốc phòng cho 3 sĩ quan làm nhiệm vụ gìn giữ hòa bình Liên hợp quốc tại các phái bộ: MINUSCA (Cộng hòa Trung Phi), UNMISS (Cộng hòa Nam Sudan) và UNISFA (khu vực Abyei). ຍສໝ - ໃນວັນ​ທີ 8 ເມສາ, ຢູ່​ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ໄດ້​ຈັດ​ພິທີ​ມອບ​ມະຕິຕົກລົງຂອງ​ປະທານ​ປະ​ເທດ ​ແລະ ລັດຖະມົນຕີ​​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃຫ້​ແກ່​ນາຍ​ທະຫານ 3 ທ່ານ​ທີ່​ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ຢູ່​ບັນດາ​ຄະນະປະຕິບັດງານ​ຄື: MINUSCA (ສາທາລະນະ​ລັດ ອາ​ຟຼິກາ​ ກາງ), UNMISS (ສາທາລະນະລັດຊູດັງ ໃຕ້) ແລະ UNISFA (ເຂດ Abyei).

ຄະນະການຕິດຕໍ່ມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ລາວ: ສືບຕໍ່ເສີມຂະຫຍາຍບົດບາດຂອງການທູດປະຊາຊົນ, ເພີ່ມທະວີຄວາມສາມັກຄີຂອງສອງປະເທດ

ຄະນະການຕິດຕໍ່ມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ລາວ: ສືບຕໍ່ເສີມຂະຫຍາຍບົດບາດຂອງການທູດປະຊາຊົນ, ເພີ່ມທະວີຄວາມສາມັກຄີຂອງສອງປະເທດ

ຍສໝ - ດ້ວຍ​ບົດບາດ​ຮັກສາ​ຮີດຄອງ​ປະ​ເພນີ, ອະນຸລັກ​ຮັກສາ​ປະຫວັດສາດ, ປະກອບສ່ວນ​ປະສົບ​ການ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ການ​ທູດ​ປະຊາຊົນ​ຫວຽດນາມ - ລາວ, ຄະນະ​ກຳມະການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ - ລາວ ຍາມ​ໃດ​ກໍ່​ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ. ບົດບາດ​ເປັນ​ຂົວ​ຕໍ່​ຮັດ​ແໜ້ນ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ. ນີ້​ແມ່ນ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ພົນຕີ ຫງວຽນ​ຕຽນ​ລອງ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສູນ​ກາງ​ຫວຽດ​ນາມ - ລາວ, ຮອງ​ຫົວ​ໜ້າ​ຄະ​ນະການຕິດຕໍ່.

ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນການໜູນຊ່ວຍດ້ານຍຸຕິທຳກ່ຽວກັບຄະດີແພ່ງລະຫວ່າງ​ ຫວຽດນາມ ​ແລະ ລາວ

ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນການໜູນຊ່ວຍດ້ານຍຸຕິທຳກ່ຽວກັບຄະດີແພ່ງລະຫວ່າງ​ ຫວຽດນາມ ​ແລະ ລາວ

ຍສໝ - ວັນທີ 6 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໄດ້ລົງນາມໃນຂໍ້ຕົກລົງເລກທີ 285/QD-TTg ຮັບຮອງເອົາແຜນການປະຕິບັດສັນຍາວ່າດ້ວຍການໜູນຊ່ວຍດ້ານຍຸຕິທຳໃນຂົງເຂດຄະດີແພ່ງລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ

ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ

ຍສໝ - ວັນ​ທີ 9 ​ເມສາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ປະທານ​ແນວໂຮມສາມປະເທດ ກຳປູ​ເຈຍ - ລາວ - ຫວຽດນາມ ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງປະທານຄະນະ​ກຳມະການ​ສູນ​ກາງ​​ແນວລາວສ້າງ​ຊາດ ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ, ປະທານສະພາແຫ່ງຊາດແນວໂຮມສາມັກຄີເພື່ອພັດທະນາ​ປະ​ເທດ​ຊາດ ​ກຳປູ​ເຈຍ, ທ່ານ​ນາງ Samdech Mensamaan ​ແລະ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ທ່ານ ໂດ້ວັນຈ໋ຽນ.

ເອກອັກຄະລັດຖະທູດລາວ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການໄຊຊະນະດ້ຽນບຽນຝູ

ເອກອັກຄະລັດຖະທູດລາວ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການໄຊຊະນະດ້ຽນບຽນຝູ

ຍສໝ - ໄຊຊະນະ​ດ້ຽນບຽນ​ຝູ ​ແມ່ນ​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ ​ແລະ ຕ້ານ​ອານາ​ນິຄົມ ​ແລະ ​ແມ່ນ​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຕໍ່ສູ້​ອັນ​ຍຸດຕິ​ທຳ​ຂອງ​ປະຊາຊົນທີ່​ຖືກ​ຮຸກ​ຮານ​ໃນ​ອາຊີ, ​ແມ່ນ​ແບບຢ່າງ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ຂອງ​ປະຊາຊົນ​ຫວຽດນາມ ທີ່ບໍ່ຢ້ານອຳນາດ, ໃຊ້ຄວາມອ່ອນແອເພື່ອເອົາຊະນະຄວາມແຂງແຮງ.

ຊາວຫວຽດນາມຢູ່ລາວ ເຊື່ອໝັ້ນໃນແງ່ຫວັງຂອງອະສັງຫາລິມະຊັບຫວຽດນາມ

ຊາວຫວຽດນາມຢູ່ລາວ ເຊື່ອໝັ້ນໃນແງ່ຫວັງຂອງອະສັງຫາລິມະຊັບຫວຽດນາມ

ຍສໝ - “ການ​ທີ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ມີ​ສິດ​ເປັນ​ເຈົ້າ​ຂອງ​ອະສັງຫາລິມະ​ຊັບ​ຢູ່​ຫວຽດນາມ ​ໂດຍ​ບໍ່​ຈຳກັດ​ປະລິມານ​ຈະ​ຊຸກຍູ້​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ຄືນ​ເມືອ​ບ້ານ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ, ສ້າງ​ແຫຼ່ງ​ເງິນ​ສົດ​ຈາກ​ຕ່າງປະ​ເທດ​ມາ​ຫວຽດນາມ. ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ, ນັ້ນ​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວທີ່​ນະຄອນຫຼວງ​ວຽງ​ຈັນ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ປີ​ນີ້.

ບັນດາວິທີເຮັດໃໝ່ ​ເພື່ອຄູນຂຶ້ນການ​ພົວພັນ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ

ບັນດາວິທີເຮັດໃໝ່ ​ເພື່ອຄູນຂຶ້ນການ​ພົວພັນ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ

ຍສໝ - ໂດຍແລກປ່ຽນ, ພົບພະເປັນປະຈຳກັບບັນດາຜູ້ທີ່ເຄີຍໄດ້ຮ່ຳຮຽນ, ດໍາລົງຊີວິດ ແລະ ເຮັດວຽກຢູ່ ບຸນ​ກາຣີ; ການຮ່ວມມືແລກປ່ຽນວັດທະນະທຳ, ສຶກສາ - ບຳລຸງສ້າງກັບມະຫາວິທະຍາໄລຂອງປະເທດເພື່ອນມິດ; ນຳເອົາ​ຜະລິດ​ຕະພັນ​ນົມ​ສົ້ມພື້ນ​ເມືອງ​ Bulgarian ​ມາ​ໃຫ້​ຊາວ​ ຫວຽດນາມ; ປູກລ້ຽງບັນດາເຍົາວະຊົນມິດຕະພາບ ​ຫວຽດນາມ - ບຸນ​ກາຣີ... ນັ້ນ​ແມ່ນ​ບັນດາວິທີ​ເຮັດຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ພວມ​ປະຕິບັດ​ເພື່ອ​ປົກ​ປັກ​ຮັກສາ, ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ

ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ

ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ

|< < 1 2 3 4 5 > >|
ເຫດການ