ຫວຽດນາມກວມເອົາ 87% ຍອດນໍາເຂົ້າເຂົ້າສານທັງໝົດຂອງຟີລິບປິນ

10:38 | 25/08/2021

ຍສໝ - ໄລ່ຮອດວັນທີ 2 ກໍລະກົດ, ຫວຽດນາມໄດ້ສົ່ງອອກເຂົ້າສານໄປຍັງປະເທດຟີລິບປິນປະມານ 1.126 ລ້ານໂຕນ, ກວມ 87% ຂອງປະລິມານການນຳເຂົ້າເຂົ້າສານທັງໝົດຂອງຟີລິບປິນໃນ 6 ເດືອນຕົ້ນປີ 2021.

ບັນດາສະຖານທີ່ຖ່າຍຮູບງາມທີ່ສຸດ ຢູ່ ຫວຽດນາມ ບັນດາສະຖານທີ່ຖ່າຍຮູບງາມທີ່ສຸດ ຢູ່ ຫວຽດນາມ
ສືບ​ຕໍ່​ຢັ້ງ​ຢືນ ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນພາກ​​ສ່ວນ​ໜຶ່ງ​ທີ່​​ບໍ່ອາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້ ສືບ​ຕໍ່​ຢັ້ງ​ຢືນ ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນພາກ​​ສ່ວນ​ໜຶ່ງ​ທີ່​​ບໍ່ອາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້
ພາບປະກອບ
ພາບປະກອບ

ຕາມກົມອຸດສາຫະກໍາພຶກສາຊາດ (BPI) ຟີລິບປິນ ແລ້ວ, ໃນ 6 ເດືອນຕົ້ນປີ 2021, ຟີລິບປິນໄດ້ນໍາເຂົ້າເຂົ້າສານ 1.26 ລ້ານໂຕນ, ຫຼຸດລົງ 11% ເມື່ອທຽບໃສ່ກັບ 1.417 ລ້ານໂຕນໃນປີ 2020, ເນື່ອງຈາກລາຄາເຂົ້າສາກົນເພີ່ມສູງຂຶ້ນ, ບັນດາບັນຫາທີ່ກ່ຽວຂ້ອງດ້ານ logistics ທົ່ວໂລກ ແລະ ການເກັບກ່ຽວພາຍໃນປະເທດໄດ້ຮັບການປັບປຸງ.

ໄລ່ຮອດວັນທີ 2 ກໍລະກົດນີ້, ຟີລິບປິນໄດ້ ນຳເຂົ້າເຂົ້າສານຈາກຫວຽດນາມປະມານ 1.126 ລ້ານໂຕນ, ກວມ 87% ຂອງການ ນຳເຂົ້າເຂົ້າສານທົ່ວປະເທດໃນ 6 ເດືອນຕົ້ນປີ. ຟີລິບປິນຍັງໄດ້ນຳເຂົ້າເຂົ້າສານຈາກປະເທດປາກິດສະຖານ 2,638 ໂຕນ ແລະ ອິນເດຍ 109.36 ໂຕນ

ຂໍ້ມູນຈາກກົມໃຫຍ່ພາສີຫວຽດນາມສະແດງໃຫ້ເຫັນວ່າ, ໃນ 7 ເດືອນຕົ້ນປີ 2021, ການສົ່ງອອກເຂົ້າສານຂອງຫວຽດນາມໄປຍັງຟີລິບປິນ ບັນລຸໄດ້ກວ່າ 1.27 ລ້ານໂຕນ, ທຽບເທົ່າກັບ 665.72 ລ້ານ USD, ກວມ 36,4% ຂອງປະລິມານທັງໝົດ ແລະ 35,3% ຂອງຍອດວົງເງິນການສົ່ງອອກເຂົ້າສານ. ຟີລິບປິນສືບຕໍ່ເປັນຕະຫຼາດ ນຳເຂົ້າເຂົ້າສານລາຍໃຫຍ່ທີ່ສຸດຂອງຫວຽດນາມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.