ກອງ​ປະ​ຊຸມ​ສຳ​ຫຼວດ​ສະ​ຖິ​ຕິ​ກະ​ສິ​ກຳ ແລະ​ເສດ​ຖະ​ກິດ ຄັ້ງ​ທີ III ລະ​ດັບ​ຊາດຮ່ວມ​ກັບ​ແຂວງ​ ຈັດ​ຂຶ້ນ​ຢູ່​ແຂວງສະ​ຫວັນ​ນະ​ເຂດ

19:19 | 17/06/2019

ກອງປະຊຸມຄະນະຊີ້ນຳ ລະດັບຊາດ ຮ່ວມກັບຄະນະ ຊີ້ນຳລະດັບແຂວງກ່ຽວກັບ ການຈັດຕັ້ງປະຕິບັດການຂຶ້ນ ບັນຊີຄົວເຮືອນ ແລະຫົວໜ່ວຍ ພື້ນຖານເສດຖະກິດປີ 2019 ພ້ອມແຜນດຳເນີນງານການ ສຳຫຼວດສະຖິຕິກະສິກຳທົ່ວປະ ເທດ ຄັ້ງທີ III ໄດ້ຈັດຂຶ້ນຢ່າງ ເປັນທາງການ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກ​ຄອງແຂວງ ສະຫວັນນະເຂດ, ໂດຍການ ເຂົ້າຮ່ວມເປັນປະທານຂອງ ທ່ານສົມດີ ດວງດີຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນຫົວໜ້າຄະ ນະຊີ້ນຳລະດັບຊາດ, ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ, ທ່ານ ຄຳສີ ອຸດທິວົງ ຮອງເຈົ້າ ແຂວງຄຳມ່ວນ, ມີບັນດາທ່ານ ພະແນກການຕ່າງໆອ້ອມຂ້າງ ແຂວງ, ຄະນະກຳມະການຈາກ ນະຄອນໄກສອນພົມວິຫານ ແລະຄະນະຜູ້ຊີ້ນຳທັງສອງ ແຂວງສະຫວັນນະເຂດ-ຄຳ ມ່ວນເຂົ້າຮ່ວມ.

ກອງ​ປະ​ຊຸມ​ສຳ​ຫຼວດ​ສະ​ຖິ​ຕິ​ກະ​ສິ​ກຳ ແລະ​ເສດ​ຖະ​ກິດ ຄັ້ງ​ທີ III ລະ​ດັບ​ຊາດຮ່ວມ​ກັບ​ແຂວງ​ ຈັດ​ຂຶ້ນ​ຢູ່​ແຂວງສະ​ຫວັນ​ນະ​ເຂດ

ບັນຍາກາດກອງປະຊຸມ.

ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ຍົກໃຫ້ເຫັນວ່າ: ການສຳຫຼວດສະຖິຕິກະສິກຳ ແລະເສດຖະກິດທົ່ວປະເທດ ຄັ້ງທີ III ປີ 2019 ຈຸດປະສົງຕົ້ນຕໍກໍ່ແມ່ນ ເພື່ອຈົດນັບບັນດາຫົວ ໜ່ວຍການຜະລິດພື້ນຖານ ທາງດ້ານກະສິກຳ, ຫົວໜ່ວຍເສດຖະກິດ ແລະວິສາຫະກິດ - ຫ້າງຮ້ານ ທີ່ພວມດຳເນີນທຸລະກິດໃນ ສປປ ລາວ, ເພື່ອເປັນບ່ອນອີງໃຫ້ແກ່ການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງ ທີ VIII, ການວາງແຜນ 5 ປີ ຄັ້ງທີ IX ແລະ ເປົ້າໝາຍພັດທະນາແບບຍືນຍົງ 2030 ເວົ້າລວມ, ເວົ້າສະເພາະແມ່ນ ສະພາບການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກ ແລະການຄາດຄະເນລະດັບ ການເຕີບໂຕທາງດ້ານເສດຖະ ກິດແຫ່ງຊາດ, ການພັດທະນາ ຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເພື່ອເຮັດໃຫ້ປະເທດຊາດມີສະຖຽນລະພາບທີ່ໝັ້ນຄົງ, ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ.

ຈາກນັ້ນທ່ານເຈົ້າແຂວງ ສະຫວັນນະເຂດກໍ່ໄດ້ກ່າວສະ ແດງຄວາມຍິນດີຕ້ອນຮັບບັນ ດາແຂກທີ່ເຂົ້າຮ່ວມກອງປະຊຸມ ພ້ອມທັງໄດ້ສະເໜີຈຸດພິເສດ, ທີ່ຕັ້ງຂອງແຂວງສະຫວັນນະເຂດໃຫ້ກອງປະຊຸມ ໄດ້ຮັບຮູ້ພ້ອມທັງໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງສະຫວັນນະເຂດນຳອີກ.

ທ່ານ ນາງ ເພັດສະໝອນ ສອນ ຮອງຫົວໜ້າສູນສະຕິຖິ ແຫ່ງຊາດໄດ້ລາຍງານຄວາມ ຄືບໜ້າ ແລະແຜນການສຳຫຼວດ ສະຖິຕິກະສິກຳ ແລະເສດຖະກິດ ທົ່ວປະເທດຄັ້ງທີ III, ປີ 2019 ໂດຍລົງເລິກແຜນດຳເນີນ ງານການຂຶ້ນບັນຊີຄົວເຮືອນ, ການຝຶກອົບຮົມ ແລະພາກສະ ໜາມ, ປະຈຸບັນໄດ້ແບ່ງບາດ ກ້າວດຳເນີນການຫຼວດອອກ ເປັນແຕ່ລະໄລຍະດັ່ງນີ້:ໄລຍະ ການຈັດຕັ້ງ-ກະກຽມໄດ້ມີ ການພັດທະນາເຄື່ອງມື ແລະ ລະບອບວິທີການສຳຫຼວດ, ປັບປຸງແບບສອບຖາມ,ສ້າງລະ ບົບປ້ອນຂໍ້ມູນພ້ອມທັງສັງ ລວມ, ຂັ້ນຕອນຕໍ່ມາແມ່ນການ ຂຶ້ນບັນຊີແບບສອບຖາມ, ຝຶກອົບຮົມ, ຈາກນັ້ນກໍ່ແມ່ນຂັ້ນ ຕອນການກະກຽມສຳຫຼວດ ໃຫຍ່ແລ້ວຈຶ່ງເປັນຂັ້ນຕອນ ຂອງການສຳຫຼວດໃຫຍ່ພ້ອມ ຕົວແທນ. ຂັ້ນຕອນນີ້ຈະມີການ ຝຶກອົບຮົມໃຫ້ນັກລົງສຳຫຼວດ ແລວກໍ່ພ້ອມກັນລົງສຳຫຼວດ ພ້ອມກັບນຳໃຊ້ພາບຖ່າຍທາງ ດາວທຽມ, ຂັ້ນຕອນສຸດທ້າຍ ແມ່ນການວິໄຈ ແລະລາຍງານ ຜົນຂອງການສຳຫຼວດ.
ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າ ຮ່ວມຍັງໄດ້ມີການປຶກສາຫາ ລື ແລະວາງແຜນຮ່ວມກັນ ພ້ອມ ທັງໄດ້ມີການກະກຽມແຕ່ງຕັ້ງ ຄະນະກຳມະການຂັ້ນຕ່າງໆ ເພື່ອໃຫ້ວຽກງານການສຳ ຫຼວດຄັ້ງນີ້ ໄດ້ຮັບໝາກຜົນ ແລະເກີດປະໂຫຍດແກ່ປະເທດ ຊາດໃນອະນາຄົດຂ້າງໜ້າ./.

(ແຫຼ່ງ​ຂໍ້​ມູນ​: Savanhphuttana News)

ທ່ານອາດຈະມັກ

ເຫດການ