ຍົກ​ສູງ​ຄວາມ​ຮັບ​ຮູ້​ໃນ​ການ​ປ້ອງ​ກັນ​ຕ້ານ​​ໄພ​ທຳ​ມະ​ຊາດໃຫ້​ແກ່​ປະ​ຊາ​ຄົມ

15:17 | 27/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ ຫວຽດ​ນາມ ໄດ້ຈັດ​ຕັ້ງ​ການ​ຖະ​ແຫຼງ​ຂ່າວກ່ຽວ​ກັບ​ການ​ເສັງ “ປະຈັນບານ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ປີ 2021”. ຜ່ານ​ການ​ສົມ​ທົບ​ກັບ​ບັນ​ດາ​ຄວາມ​ຮູ້, ທັກ​ສະ ພາຍ​ໃຕ້​ຮູບ​ແບບ Gameshow ທີ່​ໃໝ່​ອ່​ຽມ, ດຶງ​ດູດ​ໃຈ, ການ​ເສັງ “ປະຈັນບານ​​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ” ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ປະ​ຊາ​ຄົມ​ກ່ຽວ​ກັບ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

21 ທິມ​ບານ​ເຕະຂອງ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ອັງ​ກິດເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ບານ​ເຕະ  Nova Cup London 2021 21 ທິມ​ບານ​ເຕະຂອງ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ອັງ​ກິດເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ບານ​ເຕະ Nova Cup London 2021
​ປະ​ທານ​ປະ​ເທດຫວຽດນາມ​ ຍົກອອກ 3 ຂໍ້ສະ​ເໜີ ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ APEC ​ປະ​ທານ​ປະ​ເທດຫວຽດນາມ​ ຍົກອອກ 3 ຂໍ້ສະ​ເໜີ ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ APEC
ຍົກ​ສູງ​ຄວາມ​ຮັບ​ຮູ້​ໃນ​ການ​ປ້ອງ​ກັນ​ຕ້ານ​​ໄພ​ທຳ​ມະ​ຊາດໃຫ້​ແກ່​ປະ​ຊາ​ຄົມ
ພາບ​ປະ​ກອບ: tuyengiao.vn

ກ​ານ​ເສັງ​ໃນ​ປີນີ້ ໄດ້​ດຳ​ເນີນ​ຢູ່ ດ່າ​ນັ້ງ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 12 ທິມ​ທີ່​ມາ​ຈາກ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທ​ດ. ບັນ​ດາ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ແມ່ນ ຜູ້​ຕາງ​ໜ້າ​ທີ່​ດີ​ເດັ່ນ​ຂອງ​ກຳ​ລັງ​ຕະ​ລຸມບອນ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ​ຂັ້ນ​ຮາກ​ຖານ​ຢູ່​ບັນ​ດາ​ທ້ອງ​ຖິ່ນ.

ການ​ເສັງ​ໂດຍ​ຫ້ອງ​ການ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ - ກົມ​ໃຫຍ່​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ (ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ) ພ້ອມ​ກັບ​ສູນ​ໂທ​ລະ​ພາບ ຫວຽດ​ນາມ ຢູ່​ເຂດ​ພາກ​ກາງ ແລະ ໄຕ​ງວຽນ ( VTV8 - ສະຖານີ​ໂທ​ລະ​ພາບ ຫວຽດ​ນາມ) ສົມ​ທົບ​ກັນ​ຈັດ​ຕັ້ງ, ໂດຍ​ມີ​ການ​ໜູນ​ຊ່ວຍ​ຂອງ​ໂຄງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອການ​ພັດ​ທະ​ນາ ປະຈຳ ຫວຽດ​ນາມ (UNDP), ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ (UN Women).

ຮອບ​ຊີງ​ຊະ​ນະ​ເລີດ​ທົ່ວ​ໂລກ ໄດ້​ດຳ​ເນີນ​ນັບ​ແຕ່​ວັນ​ທີ 25 ພະ​ຈິກ ຫາ​ວັນ​ທີ 1 ທັນ​ວາ, ລວມ​ມີ ການ​ແຂ່ງ​ຂັນ 12 ຮອບ, ຮອງ​ຊະ​ນະ​ເລີດ 3 ຮອບ ແລະ ຊີງ​ຊະ​ນະ​ເລີດ 1 ຮອ​ບ, 16 ຮອບ​ແຂ່ງ​ຂັນ​​ໄດ້​ຖ່າຍ​ທອດ ແລະ ອອກ​ອາ​ກາດ​ໃນ​ຊ່ອງໂທ​ລະ​ພາບ​ດ້ວຍ​ໄລ​ຍະ​ເວ​ລາ 30 ນາ​ທີ/ມ້ວນ, ຄາດ​ວ່າ​ຈະ​ອອກອາກາດທາງ​ໂທ​ລະ​ພາບ​ນັບ​ແຕ່​ຕົ້ນ​ປີ 2022.

ຜູ​້​ຕາງ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ ການ​ແຂ່ງ​ຂັນ​ປີນີ້ ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່ຫຼາຍ​ຢ່າງ​ກ່ຽວ​ກັບ​ຮູບ​ແບບ ແລະ ເນື້ອ​ໃນ, ໝັ້ນ​ໝາຍ​ວ່າ ຈະ​ນຳ​ມາ​ເຊິ່ງຄວາມ​ດຶງ​ດູດ​ໃຈ ແລະ ມີ​ຜົນ​ປະ​ໂຫຍດໃຫ້​ແກ່​ທ່ານ​ຜູ້​ຊົມ​ລາຍ​ການ​.

ກ່ອນ​ໜ້າ​ນັ້ນ, ​​ກ​ານຈັດ​ຕັ້ງຄັ້ງ​ທຳ​ອິດ​ໃນ​ປີ 2020, ການ​​ເສັງ ໄດ້​ອອກ​ອາກາດທາງໂທ​ລະ​ພາບ​​ຊ່ອງ VTV8 ໂດຍ​ມີ​ຜູ້​ຊົມຫຼາຍ​ພໍ​ສົມ​ຄວນ. ທ່ານ ເລ​ມິງ​ຊາງ - ຮອງ​ຜູ້​ອຳ​ນວຍ​ການ VTV8 ໃຫ້​ຮູ້​ວ່າ: ເມື່ອ​ທຽບ​ໃສ່​ກັບ​ລາຍ​ການ​ອອກອາກາດທາງ​ໂທ​ລະ​ພາບ​ໃນ​ຊົ່ວ​ໂມງ​ດຽວ ການ​ເສັງນີ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຊົມ​ເປັນ​ຈຳ​ນວນຫຼາຍສົມຄວນ. ຜ່ານ​ນັ້ນ​, ກໍ່ນຳ​ມາ​ເຊິ່ງ​ຂໍ້​ມູນ​ທີ່​ມີ​ປະ​ໂຫຍດຫຼາຍ​ຢ່າງ​ໃຫ້​ທ່ານ​ຜູ້​ຊົມ ກ່ຽວ​ກັບ​ທັກ​ສະ​ໃນ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊ​າດ ເພື່ອ​ປົກ​ປ້ອງພໍ່​ແມ່​ພີ່​ນ້ອງ, ຄອບ​ຄົວ ແລະ ປະ​ຊາ​ຄົມ.

ທ່ານ​ນາງ ດ່​ວາ​ນ​ທິ​ຕວຽດ​ງາ - ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ, ຜູ້ຕາງ​ໜ້າ​ກົມ​ໃຫຍ່ການປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ໃຫ້​ຮູ້​ຕື່ມ​ອີກວ່າ: ຜ່ານ​ການ​ແຂ່ງ​ຂັນ, ບັນ​ດາ​ສະ​ມາ​ຊິກ​ຂອງ​ທິມທີ່​ເຂົ້າ​ຮ່ວມ​ການ​ເສັງ​ ແມ່ນ​ປັດ​ໄຈ​ພົ້ນ​ເດັ່ນ​ຊ່ວຍ​ຖ່າຍ​ທອດ​ຄວາມ​ຮູ້​ອັນ​ລ້ຳ​ຄ່າ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ, ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຄົມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຫຼຸດ​ຜ່ອນ​ໄພ​ທຳ​ມະ​ຊາດ. ຜ່ານ​ນັ້ນ​ ກໍ່ໄດ້ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ ຈາກ​ທ່າ​ຮັບ​ມື ກາຍ​ເປັນ​ທ່າ​ປ້ອງ​ກັນ, ຕ້ານ ຢູ່​ແຕ່​ລະ​ທ້ອງ​ຖິ່ນ​ບົນ​ຈິດ​ໃຈ “ເພື່ອ​ສັງ​ຄົມ​ທີ່​ປອດ​ໄພ​ຕໍ່​ໄພ​ທຳ​ມະ​ຊາດ”.

ໂຄງ​ປະ​ກອບ​ຂອງ gameshow “ປະຈັນບານ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ” ໄດ້​ສ້າງ​ຈາກ​ແນວ​ຄິດ​​ກົດ​ໝາຍ​ວ່າ​ດ້ວຍ ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ, ກົດ​ໝາຍ​ວ່​າດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ​ທີ່​ໄດ້​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ ແລະ ເລີ່ມ​ມາ​ຈາກ​ການ​ເຄື່ອນ​ໄຫວຕົວຈິງຂອງ​ກຳ​ລັງ​ປະ​ຈັນ​ບານ ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ຢູ່​ຮາກ​ຖານ. ແຕ່​ລະ​ການ​ແຂ່ງ​ຂັນ​ລວມ​ມີ 3 ພາກ: “ຮັບ​ຮູ້”, “ຮັບ​ມື”, “ປະ​ຈັ​ນ​ບານ”.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.