ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ​ຮ່າ​ຢາງ​ ເຈ​ລະ​ຈາ​ແບບ​ທາງ​ໄກ​ກັບ​ຫ້ອງ​ການພົວ​ພັນ​ຕ່າງ​ປະ​ເທດ​ນະ​ຄອນ Baise

15:29 | 27/11/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້, ພະ​ແນກ​ພົ​ວ​ພັນ​ຕ່າງ​ປະ​ເທດ ແຂວ​ງ ຮ່າ​ຢ່າງ ໄດ້​ມີ​ການ​ເຈ​ລະ​ຈາ​ແບບ​ທາງ​ໄກ ກັບ​ຫ້ອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ ນະ​ຄອນ Baise, ເຂດປົກຄອງຕົນເອງ ຊົນ​ເຜົ່າ​ຈ​ວາງ ກວາງ​ຊີ, ປະ​ເທດ​ຈີນ.

ຫວຽດ​ນາມ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ​ນະ​ຄອນ Karlsruhe ຫວຽດ​ນາມ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ​ນະ​ຄອນ Karlsruhe
ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ເກິ່ນ​ເທີ ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ເກິ່ນ​ເທີ
ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ​ຮ່າ​ຢາງ​ ເຈ​ລະ​ຈາ​ແບບ​ທາງ​ໄກ​ກັບ​ຫ້ອງ​ການພົວ​ພັນ​ຕ່າງ​ປະ​ເທດ​ນະ​ຄອນ  Baise
ການ​ເຈ​ລະ​ຈາ​ແບບ​ທາງ​ໄກ ລະ​ຫວ່າງ​ສອງ​ຝ່າຍ (ພາບ: baohagiang.vn/)

​ທີ່​ການ​ເຈ​ລະ​ຈາ, ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ແລກ​ປ່ຽນ​ຂໍ້​ມູນ, ສະ​ພາບ​ການ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຕະຫຼອດ​ຮອດ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ, ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ. ໄລ​ຍະ​ຜ່ານ​ມາ ການ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ​ເມືອງ ເມືອງ ແມວ​ວາກ, ແຂວງ​ຮ່າ​ຢາງ ແລະ ເມືອງ ນາ​ໂປ, ນະ​ຄອນ Baise ໄດ້​ຮັບການຮັກ​ສາ​ຢ່າງເປັນ​ປະ​ຈຳ. ຕາ​ແສງ ເຊີນ​ວີ, ເມືອງ ແມວ​ວາກ ແລະ ຕາ​ແສງ ແບກ​ຕິງ, ຕາ​ແສງ ບັກ​ໂກ, ເມືອງ ນ່າ​ໂປ ໄດ້​ລົງ​ນາມ​ສ້າງ​ຕັ້ງ​ການ​ພົວ​ພັນ​ມິດ​ຕະ​ພາບ. ສອງ​ຝ່າຍ​ໄດ້​ສົມ​ທົບ​ກັນ​ປະ​ຕິ​ບັດເອ​ກະ​ສານ​ນິ​ຕິ​ກຳ 3 ສະ​ບັບ​ກ່ຽວ​ກັບ​ເຂດ​ຊາຍ​ແດນ​ທາງ​ບົກ ລະ​ຫວ່າງ ຫວຽດ​ນາມ - ຈີນ, ຮັກ​ສາ​ສະ​ຖຽນ​ລະ​ພາບ​, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ. ບາງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ, ການ​ສຶກ​ສາ, ບຳ​ລຸງ​ສ້າງ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ.

ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື ແລະ ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຫັນ​ການ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຂໍ້​ຕົກ​ລົງ ເຊິ່ງ​ທັງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ແລ້ວເປັນ​ອັນລະ​ອຽດ. ແຂວງ​ຮ່າ​ຢາງ ໄດ້​ສະ​ເໜີ​ໃຫ້​ນະ​ຄອນ Baise ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ມິດ​ຕະ​ພາບ, ຈັດ​ຕັ້ງ​ບັນ​ດາ​ຄະ​ນະ​ປະ​ຕິ​ບັດ​ງານ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ, ສົມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານ​ຄຸ້ມ​ຄອງເຂດ​ຊາຍ​ແດນ ແລະ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ, ສືບ​ຕໍ່​ຊຸກ​ຍູ້​ການ​ປະ​ຕິ​ບັດ​ສຳ​ເລັດ​ຊ່ອງ​ທາງ​ລູ​ລານ - ໂລ້ງ​ບິ່ງ ແລະ ຍູ້​ແຮງ​ການ​ຮ່ວ​ມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ.

ທ່ານ ຫົວ​ໜ້າ​ຫ້ອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ ນະ​ຄອນ Baise ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ບັນ​ດາ​ຂໍ້​ສະ​ເໜີ​ຂອງ ແຂວງ​ຮ່າ​ຢາງ ແລະ ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ສົມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ອາດ​ຊະ​ຍາ​ກຳ​ຂ້າມ​ຊາຍ​ແດນ ແລະ ຮ່ວມ​ມື​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ເປັນ​ຢ່າງ​ດີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.