ມອບທຶນການສຶກສາໃຫ້ນັກຮຽນ 400 ຄົນ ທີ່ມີສະພາບຫຍຸ້ງຍາກ

14:22 | 25/11/2021

ຍສໝ - ຫວ່າງແລ້ວ​ນີ້, ກອງ​ທຶນ​ພັດທະນາ ​ແລະ ໜູນ​ຊ່ວຍ​ນັກ​ສຶກສາຫວຽດນາມ ​ໄດ້​ຈັດ​ພິທີ​ມອບ​ທຶນ​ສຶກສາ​ໃຫ້​ນັກຮຽນທີ່ມີສະພາບຫຍຸ້ງຍາກ ​ໃນ​ສົກ​ຮຽນ 2021-2022 ຢູ່ ສະຖານທີ່ຖ່າຍທອດສົດ ຮ່າ​ໂນ້ຍ ດ້ວຍ​ຍອດ​ມູນ​ຄ່າ 1,2 ຕື້​ດົ່ງ. ​ພ້ອມກັນ​ນັ້ນ, ກໍ່ສົມທົບ​ກັບກອງ​ທຶນ Lee ຫວຽດນາມ ຈັດຕັ້ງຜັນ​ໄດ້ຂະຫຍາຍ​ທຶນ​ສຶກສາ “​ກ້າວ​ເຂົ້າ​ໂຮງຮຽນຢ່າງໝັ້ນຄົງ” ສົກຮຽນ 2021-2022 ດ້ວຍ​ຍອດ​ຈຳນວນ​ເງິນໜູນຊ່ວຍ 5 ຕື້​ດົ່ງ.

ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່  ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່ ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ
ແຂວງກວ໋າງບິ່ງ: ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ ແຂວງກວ໋າງບິ່ງ: ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ

ກອງ​ທຶນ​ພັດທະນາ ​ແລະ ໜູນ​ຊ່ວຍ​ນັກ​ສຶກສາຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໂດຍ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ໂຮ່ຈີ​ມິນ ​ແລະ ​ສູນ​ກາງສະມາຄົມ​ນັກ​ສຶກສາຫວຽດນາມ, ດ້ວຍ​ອົງການ​ປະຈຳການ ​ແມ່ນ​ສູນ​ໜູນ​ຊ່ວຍ ​ແລະ ພັດທະນາ​ນັກ​ສຶກສາຫວຽດນາມ (VSDS).

ແຫຼ່ງທຶນການສຶກສາຂອງກອງທຶນ ແມ່ນມີຈຸດປະສົງເພື່ອສະຫນັບສະຫນູນ ແລະ ລະດົມໃຫ້ນັກສຶກສາທີ່ມີສະພາບຫຍຸ້ງຍາກ ບືນຕົວຂຶ້ນ, ສ້າງຄວາມເຂັ້ມແຂງໃຫ້ໄວຫນຸ່ມ ຝຶກຝົນຫຼໍ່ຫຼອມ ແລະ ບັນລຸຄວາມຝັນ ແລະ ຄວາມຝັກໃຝ່ຂອງເຂົາເຈົ້າ.

ມອບທຶນການສຶກສາໃຫ້ນັກຮຽນ 400 ຄົນ ທີ່ມີສະພາບຫຍຸ້ງຍາກ
ມອບທຶນການສຶກສາໃຫ້ນັກຮຽນ 400 ຄົນ ທີ່ມີສະພາບຫຍຸ້ງຍາກ. (ພາບ: baomoi)

ສະຫາຍ ບຸ່ຍກວາງຮຸຍ, ກຳມະການສຳຮອງສູນກາງພັກ, ເລຂາຄະນະປະຈຳສູນກາງຊາວໜຸ່ມ, ໃຫ້ຮູ້ວ່າ: ນັບແຕ່ປີ 2013 ມາຮອດປະຈຸບັນ, ກອງ​ທຶນ ໄດ້ມອບທຶນການສຶກສາທັງໝົດ 853 ທຶນ, ມີມູນຄ່າທັງໝົດກວ່າ 4 ຕື້ດົງ. ​ໃນ​ປີ 2021, ພາຍຫຼັງ​ຈັດຕັ້ງປະຕິບັດ​ເປັນ​ເວລາ​ກວ່າ 1 ​ເດືອນ, ກອງ​ທຶນ​ໄດ້​ຮັບ​ໃບ​ສະໝັກ​ທຶນ​ສຶກສາ​ເກືອບ 3.000 ທຶນ​ຈາກ 61 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

ຄະນະ​ກຳມະການ​ຄັດ​ເລືອກ​ທຶນ​ສຶກສາ ​ຂອງ​ກອງ​ທຶນ​ໄດ້​ຄັດ​ເລືອກ ​ແລະ ຕົກລົງ​ມອບ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ 400 ຄົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ດ້ວຍ​ຍອດ​ຈຳນວນ​ເງິນ​ສະໜັບສະໜູນ 1,2 ຕື້​ດົ່ງ. ໃນນັ້ນ, ມີນັກສຶກສາຫຼາຍກວ່າ 33% ຂຶ້ນກັບຄອບຄົວທຸກຍາກ; ນັກຮຽນເກືອບ 12% ແມ່ນນັກສຶກສາຊົນເຜົ່າສ່ວນໜ້ອຍ; ຫຼາຍກ່ວາ 21% ແມ່ນນັກສຶກສາກໍາພ້າ; ເກືອບ 6% ແມ່ນນັກສຶກສາພິການ ແລະ ເປັນພະຍາດຮ້າຍແຮງ; ຫຼາຍກວ່າ 6% ແມ່ນນັກສຶກສາ​ຕິດ​ເຊື້ອ Covid-19…

ເນື່ອງ​ໃນ​ໂອກາດ​ນີ້, ສູນ​ໜູນ​ຊ່ວຍ ​ແລະ ພັດທະນາ​ນັກ​ສຶກສາຫວຽດນາມ ຍັງ​ໄດ້​ສົມທົບ​ກັບກອງ​ທຶນ Lee ຫວຽດນາມ ປະຕິບັດ​ໂຄງການ “​ກ້າວ​ເຂົ້າ​ໂຮງຮຽນຢ່າງໝັ້ນຄົງ”, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ສຶກສາ​ທີ່​ມີ​ເງື່ອນ​ໄຂ​ຫຍຸ້ງຍາກ ​ໃນ​ການ​ກູ້​ຢືມ​ເງິນ​ຄ່າ​ຮຽນ ດ້ວຍອັດຕາ​ດອກ​ເບ້ຍ 0%. ຄາດ​ວ່າ ​ໂຄງການ​ຈະ​ໜູນ​ຊ່ວຍ​ນັກ​ສຶກສາ 250 ຄົນ ດ້ວຍລະດັບຄາດໝາຍ ແມ່ນ 20 ລ້ານ​ດົ່ງ/ກໍລະນີ.

ຍອດ​ຈຳນວນ​ເງິນ​ໜູນ​ຊ່ວຍ​ຂອງ​ໂຄງການ “​ກ້າວ​ເຂົ້າ​ໂຮງຮຽນຢ່າງໝັ້ນຄົງ” ​ໃນ​ສົກ​ຮຽນ 2021-2022 ​ແມ່ນ​ປະມານ 5 ຕື້​ດົ່ງ. ​ໃນ​ຊຸມ​ປີ​ການ​ຮຽນ​ຕໍ່​ໄປ, ກອງ​ທຶນ Lee Vietnam ​ໄດ້​ວາງ​ແຜນ​ໜູນ​ຊ່ວຍ​ນັກ​ສຶກສາ​ເພີ່ມ​ຕື່ມອີກ 250 ຄົນ​ຕໍ່​ປີ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.