GNI ຈັດການໂອ້ລົມສົນທະນາຍົກສູງສຸຂະພາບຈິດໃຈໃຫ້ແກ່ນັກຮຽນ ໃນເກນອາຍຸຊັ້ນມັດທະຍົມຕອນຕົ້ນ

06:30 | 11/11/2021

ຍສໝ - ເມື່ອບໍ່ດົນມານີ້, ຢູ່​ຮ່າ​ໂນ້ຍ, ອົງການ Good Neighbors Internationa (GNI) ​ໄດ້​ດຳ​ເນີນ​ການໂອ້ລົມສົນທະນາທາງໄກ “ເຮັດຈາກສິ່ງທີ່​ລຽບ​ງ່າຍ, ຮັບຟັງ​ດ້ວຍ​ສາຍ​ຫົວໃຈ”.

ຊຸກຍູ້ການທ່ອງທ່ຽວທີ່ປອດໄພ ໃນສະພາບການໂລກລະບາດໂຄວິດ - 19 ຊຸກຍູ້ການທ່ອງທ່ຽວທີ່ປອດໄພ ໃນສະພາບການໂລກລະບາດໂຄວິດ - 19
HAUFO, ສະຖານທູດປານາມາ ປະຈຳຫວຽດນາມ ມອບເສື້ອກັນໜາວໃຫ້ບ້ານເດັກ Birla ຮ່າໂນ້ຍ HAUFO, ສະຖານທູດປານາມາ ປະຈຳຫວຽດນາມ ມອບເສື້ອກັນໜາວໃຫ້ບ້ານເດັກ Birla ຮ່າໂນ້ຍ

ລາຍການດັ່ງກ່າວນອນໃນຂອບເຂດ​​ໂຄງການ “​ສົ່ງເສີມສຸຂະພາບຈິດ​ໃຈຂອງ​ນັກຮຽນ​ມັດທະຍົມ​ຕອນ​ຕົ້ນ ​​ຜ່ານ​ການ​ກໍ່ສ້າງ ​ແລະເລີ່ມເຄື່ອນໄຫວ​ຫ້ອງ​​ປຶກສາ​ໃນ​ໂຮງຮຽນ”, ເຊິ່ງ​ໄດ້​ຮັບ​ການ​ອຸປະຖໍາ ​ແລະປະຕິບັດ​ໂດຍອົງການ Good Neighbors Foundation International (GNI) ​ແລະ ແຂວງ Gyeonggido, ສ.​ເກົາຫຼີ.

GNI ຈັດການໂອ້ລົມສົນທະນາຍົກສູງສຸຂະພາບຈິດໃຈໃຫ້ແກ່ນັກຮຽນ ໃນເກນອາຍຸຊັ້ນມັດທະຍົມຕອນຕົ້ນ
ພາບປະກອບ

​ໃນ​ການໂອ້ລົມສົນທະນາທາງໄກ ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້ພ້ອມກັນ​ແລກປ່ຽນກ່ຽວກັບຫົວ​ຂໍ້ “ເຮັດຈາກສິ່ງທີ່ລຽບ​ງ່າຍ, ຮັບຟັງ​ດ້ວຍ​ສາຍ​ຫົວໃຈ”. ຫົວ​ຂໍ້​ໄດ້ສຸມ​ໃສ່​ການຍົກສູງ​ສຸຂະພາບ​ຈິດໃຈໃຫ້​ນັກຮຽນໃນເກນອາຍຸຊັ້ນມັດທະຍົມຕອນຕົ້ນຜ່ານ​ການ​ກະທຳ ​ແລະການຮັບ​ຟັງ​ຈາກ​ພໍ່​ແມ່ ​ຫຼື​ ອາຈານ ກໍ່ຄືແບ່ງປັນ​ທັດສະນະຂອງ​ພໍ່​ແມ່. ນອກຈາກນັ້ນ, ການໂອ້ລົມສົນທະນາຍັງໄດ້ຕອບຄໍາຖາມ, ແກ້ໄຂ, ຮັບຟັງຄຳຖາມຂອງຜູ້ຊົມທີ່ສົ່ງມາລາຍການ.

ແບ່ງປັນ​ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ ປອ ຮວ່າງ​ຈູງ​ຮອກ, ຫົວໜ້າ​ພະແນກ​ຈິດຕະວິທະຍາ - ສຶກສາ, ສະຖາບັນ​ບໍລິຫານ​ການ​ສຶກສາ ​ໃຫ້​ຮູ້​ວ່າ: ການ​ໂອ້ລົມສົນທະນາ​ມີ​ຫົວ​ຂໍ້​ທີ່​ໜ້າ​ສົນ​ໃຈ ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສາຍ​ພົວພັນ, ຂໍ້​ຂັດ​ແຍ່ງ, ຈຸດພິເສດຈິດຕະວິທະຍາ​ຂອງເກນອາຍຸ​ນັກຮຽນຊັ້ນມັດທະຍົມ.

ທ່ານ ປອ ຮວ່າງ​ຈູງ​ຮອກ ເວົ້າວ່າ“ຄວາມ​ຕ້ອງ​ການ​ຂອງ​ເກນອາຍຸ​ນັກຮຽນຊັ້ນມັດທະຍົມ​ແມ່ນ​ຕ້ອງການ​ໄດ້​ຮັບ​ການ​ເຄົາ​ລົບ, ເຂົ້າ​ໃຈ, ເຄົາ​ລົບ​ຄວາມລັບ​​ສ່ວນ​ຕົວ, ໄດ້ຢັ້ງຢືນ​​ຕົນ​ເອງ. ສິ່ງ​ເຫຼົ່າ​ນີ້​ແມ່ນ​ບັນດາຄວາມ​ຕ້ອງ​ການ​ທີ່​ຖືກ​ຕ້ອງ​ຂອງພວກນ້ອງໆ”.​

ທ່ານຍັງ​ໃຫ້ຮູ້​ວ່າໃນ​ໄລຍະ​ທີ່​ໂລກລະບາດ​ໂຄ​ວິດ-19, ພໍ່​ແມ່​​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ສື່​ສັງຄົມ​ອອນລາຍ ແລະ​ ເກມ. ຍ້ອນວ່າອີງຕາມການສໍາຫຼວດທີ່ທ່ານໄດ້ປະຕິບັດ, ປະຈຸບັນພຶດຕິກໍາການຂົ່ມເຫັງຜ່ານທາງອິນເຕີເນັດແມ່ນມີຫຼາຍ ແລະ ແບ່ງອອກເປັນ ສອງກຸ່ມ. ກຸ່ມທໍາອິດແມ່ນລະເມີດສິດເປັນສ່ວນຕົວ ແລະໃຊ້ຄວາມຮຸນແຮງທາງດ້ານຈິດໃຈ (ກວມເອົາ 15%); ກຸ່ມທີສອງແມ່ນການຄຸກຄາມທາງເພດ ແລະການສໍ້ໂກງທາງອິນເຕີເນັດ (ກວມເອົາ 10%). ນີ້ເປັນໄພອັນຕະລາຍທີ່ພໍ່ແມ່ຕ້ອງສະຫຼະເວລາໃຫ້ລູກ, ຮັບຟັງລູກ, ຫຼິ້ນກັບລູກ ແລະປົດປ່ອຍດ້ານຈິດຕະວິທະຍາໃຫ້ຕົນເອງ ແລະ ລູກ.

ຕາມ​ທ່ານ​ນາງ ຫງວຽນ​ແທ່ງ​ແທ່ງອານ, ພະນັງານທີ່​ປຶກສາ​ຂອງ​ໂຮງຮຽນ​ແລ້ວ, ປະຈຸ​ບັນ ຄວາມ​ຂັດ​ແຍ່ງ​ລະຫວ່າງ​ເດັກ ​ແລະ ພໍ່​ແມ່​ກໍ່​ມີ​ຂຶ້ນ​ເລື້ອຍໆ. ເຫດຜົນອັນໜຶ່ງຂອງຄວາມຂັດແຍ້ງແມ່ນພໍ່ແມ່ບໍ່ໃຫ້ສິດແກ່ລູກ, ບໍ່ນັ່ງກັບລູກ ເພື່ອແບ່ງປັນກັບເຂົາເຈົ້າ, ສະແດງອອກຄວາມເຊື່ອໝັ້ນຕໍ່ກັບເຂົາເຈົ້າ. "ຫ້ອງໃຫ້ຄໍາປຶກສາຂອງໂຮງຮຽນທີ່ມີຫນ້າທີ່ຄືໝາກຫົວໃຈທີ່ຍາມໃດກໍ່ພ້ອມທີ່ຈະຮັບຟັງ ແລະເຂົ້າໃຈຄວາມຄິດ, ຄວາມຕ້ອງການ, ເພື່ອຊ່ວຍໃຫ້ພວກນ້ອງນັກຮຽນຜ່ານຜ່າຄວາມຫຍຸ້ງຍາກ".

ກ່າວ​ຄຳ​ເຫັນ​ທີ່ການໂອ້ລົມສົນທະນາ, ທ່ານ​ນາງ ​ເລ​ທູ​ຮັ່ງ, ຜູ້​ປະສານ​ງານ​ໂຄງການ GNI ​ໃຫ້​ຮູ້​ວ່າ:“ຜົນສຳ​ເລັດ​ຂອງ​ພື້ນຖານການ​ສຶກສາ​ແມ່ນ​​ສ້າງ​ຄົນ​ທີ່​ມີ​ຄວາມ​ສຸກ. ຫວັງ​ວ່າ ​ໃນການຮ່ວມເດີນທາງພ້ອມກັບລູກ, ​ເດັກໆຈະ​ເຕີບ​ໃຫຍ່​ ​ແລະ​ກາຍ​ເປັນ​ຄົນ​ທີ່​ມີ​ຄວາມຜາ​ສຸກ”.

​ໃນ​ຖານະ​ທີ່​ເປັນ​ພໍ່​ແມ່​ຂອງ​ນັກຮຽນ​ຢູ່​ໂຮງຮຽນ​ມັດ​ທະ​ຍົມຕອນຕົ້ນ ​ເລ​ກຸຍ​ດົນ, ຮ່າ​ໂນ້ຍ, ທ່ານ​ນາງ ຫງວຽນ​ແທ່ງ​ຍ່ານ ​ໄດ້​ແບ່ງປັນ​ເລື່ອງ​ລາວຂອງ​ລູກ​ຊາຍ​ຜ່ານ​ບັນດາ​ສະພາບ​ການ​ຄື: ຫລິ້ນ​ເກມ, ມີຄວາມຮັກໃນໄວຮຽນ. ຜ່ານນັ້ນ, ທ່ານນາງ ກໍ່ຫວັງວ່າ ພໍ່ແມ່ທຸກຄົນຈະຖືລູກຂອງຕົນຄືດັ່ງເປັນເພື່ອນ, ຈົ່ງຮັກແພງ, ເຊື່ອມຕໍ່, ຈົ່ງເລືອກບັນດາທາງທີ່ດີທີ່ສຸດໃຫ້ລູກຂອງຕົນ.

ໄຊພອນ

ເຫດການ
302 Found

Found

The document has moved here.