ຫວຽດນາມ ສັກວັກຊິນກັນໂຄວິດ-19 ຫຼາຍກວ່າ 90 ລ້ານໂດສ ແລ້ວ

06:38 | 09/11/2021

ຈຳນວນວັກຊິນກັນໂຄວິດ-19 ທີ່ໄດ້ສັກມາຮອດປະຈຸບັນແມ່ນ 90,803,650 ໂດສ. ໃນນັ້ນມີກວ່າ 61 ລ້ານຄົນໄດ້ສັກເຂັມທີ 1, ກວ່າ 29 ລ້ານຄົນໄດ້ສັກເຂັມທີ 2.

ຫວຽດນາມ ຮັບວັກຊິນ Pfizer 2,6 ລ້ານໂດສ ໂດຍ ອາເມລິກາ ມອບໃຫ້ ຫວຽດນາມ ຮັບວັກຊິນ Pfizer 2,6 ລ້ານໂດສ ໂດຍ ອາເມລິກາ ມອບໃຫ້
ຫວຽດນາມ ໄດ້ຮັບຢາວັກຊີນ ປະມານ 90 ລ້ານໂດສ ຫວຽດນາມ ໄດ້ຮັບຢາວັກຊີນ ປະມານ 90 ລ້ານໂດສ
ພາບປະກອບ
ພາບປະກອບ

ຕາມແຫຼ່ງຂ່າວຈາກປະຕູຖານຂໍ້ມູນສັກວັກຊິນກັນໂຄວິດ-19 ແລ້ວ, ໄລ່ຮອດເວລາ 9 ໂມງຂອງວັນທີ 08 ພະຈິກ, ຈຳນວນວັກຊິນກັນໂຄວິດ-19 ຫວຽດນາມ ທີ່ໄດ້ສັກໃຫ້ແກ່ປະຊາຊົນແມ່ນຫຼາຍກວ່າ 90 ລ້ານໂດສ. ລະອຽດແມ່ນ, ຈຳນວນວັກຊິນກັນໂຄວິດ-19 ທີ່ໄດ້ສັກມາຮອດປະຈຸບັນແມ່ນ 90,803,650 ໂດສ. ໃນນັ້ນມີກວ່າ 61 ລ້ານຄົນໄດ້ສັກເຂັມທີ 1, ກວ່າ 29 ລ້ານຄົນໄດ້ສັກເຂັມທີ 2.

ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໄລ່ມາຮອດຈຸດເວລານີ້, ມີວັກຊິນກັນໂຄວິດ-19 ຈຳນວນ 124 ລ້ານໂດສໄດ້ສົ່ງມາຮອດ ຫວຽດນາມ ແລ້ວ. ທາງກະຊວງສາທາລະນະສຸກໄດ້ຈັດແບ່ງວັກຊິນ109 ລ້ານໂດສໃຫ້ແກ່ບັນດາທ້ອງຖິ່ນ, ສ່ວນຍັງເຫຼືອຈະໄດ້ຈັດແບ່ງຕໍ່ໄປ.

vovworld.vn

ເຫດການ
302 Found

Found

The document has moved here.