ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ບັນລຸ 38,8 ຕື້ໂດລາສະຫະລັດ

11:30 | 07/11/2021

ຍສໝ - ​​ເດືອນ​ຕຸລາ 2021, ວົງ​ເງິນ​ສົ່ງ​ອອກ​​ຜະລິດ​ຕະພັນ​ກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ບັນລຸ​ກວ່າ 3,4 ຕື້ໂດລາສະຫະລັດ. ​ໄລ່ລວມ 10 ​ເດືອນ​ຕົ້ນ​ປີ 2021, ​ມູນ​ຄ່າ​ການ​ສົ່ງ​ອອກ​​​ຜະລິດ​ຕະພັນ​ກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ​ບັນລຸ​ເກືອບ 38,8 ຕື້ ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 13,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນໍ້າຂອງຫວຽດນາມ ສືບຕໍ່ຮັກສາທ່າເຕີບໂຕ ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນໍ້າຂອງຫວຽດນາມ ສືບຕໍ່ຮັກສາທ່າເຕີບໂຕ
ໝາກມັງ​ກອນ ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ຢ່າງ​ໃຫຍ່ຫຼວງ ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ອົດ​ສະ​ຕາ​ລີ ໝາກມັງ​ກອນ ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ຢ່າງ​ໃຫຍ່ຫຼວງ ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ອົດ​ສະ​ຕາ​ລີ

ກະຊວງ​ກະສິກຳ ​ແລະພັດທະນາ​ຊົນນະບົດ ​ໃຫ້​ຮູ້​ວ່າ: ວົງ​ເງິນ​ສົ່ງ​ອອກ​​ຜະລິດ​ຕະພັນ​ກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ບັນລຸ​ກວ່າ 3,4 ຕື້ໂດລາສະຫະລັດ, ຫຼຸດ​ລົງ 15,6% ​ເມື່ອ​ທຽບ​ໃສ່​ເດືອນ​ຕຸລາ 2020 ​ແຕ່​ເພີ່ມ​ຂຶ້ນ 4,2% ​ເມື່ອ​ທຽບ​ໃສ່​ເດືອນ​ກັນຍາ 2021. ​​ໄລ່ລວມ 10 ​ເດືອນ​ຕົ້ນ​ປີ 2021, ​ມູນ​ຄ່າ​ການ​ສົ່ງ​ອອກ​​​ຜະລິດ​ຕະພັນ​ກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ​ບັນລຸ​ເກືອບ 38,8 ຕື້ ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 13,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ພາບປະກອບ
ພາບປະກອບ

​ໃນ​ນັ້ນ, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຕົ້ນຕໍ ​ບັນລຸ​ເກືອບ 17,4 ຕື້ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 12,7%; ຜະລິດຕະພັນເຄື່ອງປ່າຂອງດົງຕົ້ນຕໍ ບັນລຸປະມານ 12,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 22,3%; ສິນໃນນໍ້າ ບັນລຸເກືອບ 6,9 ຕື້ ໂດລາສະຫະລັດ, ຫຼຸດລົງ 0,8%; ການລ້ຽງສັດ ຄາດວ່າ ບັນລຸ 359 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 6,1%; ກຸ່ມສົ້ນເຂົ້າ​ຜະ​ລິດ ​ປະ​ມານ 1,4 ຕື້​ໂດ​ລາສະຫະລັດ, ເພີ່ມ​ຂຶ້ນ 22,3%.

ໄລ່ລວມ 10 ເດືອນ, ຜະລິດຕະພັນ ແລະກຸ່ມຜະລິດຕະພັນ ປະເພດຕ່າງໆ ທີ່ມູນຄ່າການສົ່ງອອກເພີ່ມຂຶ້ນ ລວມມີ: ກາເຟ, ຢາງພາລາ, ເຂົ້າສານ, ຜັກ ແລະ ໝາກໄມ້, ໝາກພິກໄທ, ໝາກມ່ວງຫິມະພານ, ມັນຕົ້ນ ແລະຜະລິດ ຕະພັນຈາກມັນຕົ້ນ... ໃນນັ້ນ, ຢາງພາລາ, ໝາກມ່ວງຫິມະພານ, ມັນຕົ້ນ ແລະ ຜະລິດຕະພັນຈາກມັນຕົ້ນເພີ່ມຂຶ້ນທັງດ້ານປະລິມານ ແລະ ມູນຄ່າການ ສົ່ງອອກ.

ກ່ຽວ​ກັບ​ຕະຫຼາດ​ສົ່ງ​ອອກ, ມູນຄ່າສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ​ຂອງ​ຫວຽດນາມ ​ໃນ 10 ​ເດືອນ​ຕົ້ນ​ປີ 2021 ​ໄປ​ຍັງ​ຕະຫຼາດ​​ອາຊີ (ກວມ​ເອົາ 42,8% ອັດຕາສ່ວນ​ກວມຂອງຕະຫຼາດ), ທະວີບອາ​ເມ​ລິ​ກາ (30%), ເອີ​ລົບ (11,4%), ອາ​ຟະຣິກາ (1.9%), ທະວີບໂອເຊອານີ (1.5%). ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ແມ່ນ ​ອາ​ເມ​ລິ​ກາ, ບັນລຸ​ກວ່າ 10,8 ຕື້ໂດ​ລາສະຫະລັດ; ຈີນ​ ຢືນ​ອັນ​ດັບ​ທີ 2, ບັນ​ລຸ​ເກືອບ 7,5 ຕື້ໂດ​ລາສະຫະລັດ; ຍີ່ປຸ່ນ​ ຢືນ​ອັນ​ດັບ​ທີ 3 ດ້ວຍ​ມູນ​ຄ່າ​ການ​ສົ່ງ​ອອກ​ກວ່າ 2,6 ຕື້ໂດ​ລາສະຫະລັດ (ກວມ​ເອົາ 6,8%); ສ.ເກົາຫຼີ ຢືນອັນດັບທີ 4 ດ້ວຍມູນຄ່າສົ່ງອອກປະມານ 1,7 ຕື້ໂດ​ລາສະຫະລັດ (ກວມ 4,3%).

​ເພື່ອ​ຍູ້ແຮງ​ຕະຫຼາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ກະສິກຳ ​ແລະພັດທະນາ​ຊົນນະບົດ ​ຈະ​ສືບ​ຕໍ່​ຕິດຕາມ, ​ກໍາແໜ້ນຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ລາຄາ, ສະພາບການ​ຜະລິດ ​ແລະແຫຼ່ງສະໜອງ​ຜະລິດ​ຕະພັນ​ກະ​ເສດ​ຢູ່​ທ້ອງ​ຖິ່ນຕ່າງໆ​ໃນ​ທົ່ວ​ປະ​ເທດ ​ໃນ​ເງື່ອນ​ໄຂ​ໃໝ່ ​ແລະ​ແຜນການ​ເຊື່ອມ​ຕໍ່​ການ​ຜະລິດ ​ແລະການ​ບໍລິ​ໂພ​ກ ​ໃນ​ໄລຍະ​ບຸນປີ​ໃໝ່ສາກົນ ​ແລະບຸນປີໃໝ່ປະຈໍາຊາດ.

ສືບ​ຕໍ່​ຊຸກຍູ້​ການ​ເປີດປະຕູ​ຕະຫຼາດ​ຜະລິດ​ຕະພັນ​ກະ​ເສດ​ກັບ​​ປະ​ເທດຕ່າງໆ; ສະໜອງ​ຂໍ້​ມູນ​ຂ່າວສານ, ລະບຽບ​ການ​ຕະຫຼາດ, ຄວບ​ຄຸມ​ການ​ນຳ​ເຂົ້າ-ສົ່ງ​ອອກ​ລະຫວ່າງ​ຫວຽດນາມ ​ແລະຈີນ ​ແລະຂໍ້​ມູນ​ຂ່າວສານ​ກ່ຽວ​ກັບການກໍານົດ​ໂຄ​ຕາ​ຕໍ່ຜະລິດ​ຕະພັນ​ກະ​ເສດ​ປະຕິບັດ​ສັນຍາ EVFTA ​ແລະ UKVFTA ​ໃຫ້​ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດຢ່າງທັນການ. ຊຸກຍູ້​​ການ​ປະຕິບັດ “ໂຄສະນາເຄື່ອງໝາຍ​ຜະລິດ​ຕະພັນ​ກະ​ເສດ​ຫວຽດນາມ ຢູ່​ ຕະຫຼາດ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ໃນ​ສະພາບ​ທີ່​ສັນຍາ EVFTA ມີຜົນສັກສິດ”.

ໄຊພອນ

ເຫດການ
302 Found

Found

The document has moved here.