ຫວຽດນາມ ຮຽກຮ້ອງບັນດາຝ່າຍຢູ່ອາຟະລິກາກາງ ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການໂອ້ລົມເຈລະຈາ

06:30 | 29/10/2021

ຍສໝ - ຫວຽດນາມ ໄດ້ຮຽກຮ້ອງ​ບັນດາ​ຝ່າຍ​ໃນ​ອາ​ຟຼິກາ​ກາງ ຊຸກຍູ້​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເພີ່ມ​ທະວີ​ການໂອ້ລົມ​ເຈລະຈາ, ​ຍົກສູງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ເພື່ອ​ແກ້​ໄຂ​ບັນດາສາເຫດ​ກົກຮາກ​​ຂອງ​ການ​ປະ​ທະ​ກັນ.

ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງໃຫ້ນາຍທະຫານຫວຽດນາມ ໄປປະຕິບັດໜ້າທີ່ຢູ່ສຳນັກງານ ສປຊ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງໃຫ້ນາຍທະຫານຫວຽດນາມ ໄປປະຕິບັດໜ້າທີ່ຢູ່ສຳນັກງານ ສປຊ
ສະຖານທູດຫວຽດນາມປະຈຳອາຟະລິກາໃຕ້ໜູນຊ່ວຍອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່ປະຊາຊົນປະເທດປະຈຳຖິ່ນ ສະຖານທູດຫວຽດນາມປະຈຳອາຟະລິກາໃຕ້ໜູນຊ່ວຍອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່ປະຊາຊົນປະເທດປະຈຳຖິ່ນ

ຫວ່າງ​ມໍ່ໆ​ນີ້, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມປະຈຳໄລຍະ ກ່ຽວ​ກັບ​ສະຖານະ​ການ​ອາ​ຟຼິກາ​ກາງ ​ຢູ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິງ​ກູຍ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ ສປຊ ​ໄດ້​ຊົມ​ເຊີຍ​ຖະ​ແຫຼ​ງການ​ຢຸດ​ຍິງໂດຍ​ຝ່າຍ​ດຽວ​ຂອງ ​ລັດຖະບານ ສາທາລະນະ​ລັດ​ອາ​ຟຣິກາກາງ ​ໃນ​ວັນ​ທີ 15 ຕຸລາ​ ​ແລະ ​ຮຽກຮ້ອງ​ໃຫ້​ກຸ່ມ​ປະກອບ​ອາວຸດ​ອອກ​ຖະ​ແຫຼງການ​ທີ່​ຄ້າຍຄື​ກັນ.

ຫວຽດນາມ ຮຽກຮ້ອງບັນດາຝ່າຍຢູ່ອາຟະລິກາກາງ ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການໂອ້ລົມເຈລະຈາ
ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິງ​ກູຍ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ ສປຊ. (ພາບ: baoquocte)

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິ່ງ​ກຸ໋ຍ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ ​ຕໍ່​ບັນດາຄວາມ​ຫຍຸ້ງຍາກ​ຂອງ​ປະຊາຊົນ ສາທາລະນະ​ລັດອາ​ຟຼິກາ​ກາງ ​ ຕໍ່ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຈາກ​ຄວາມ​ບໍ່​ໝັ້ນຄົງ, ຄວາມ​ທຸກ​ຍາກ, ການ​ສູນ​ເສຍ​ທີ່​ຢູ່​ອາ​ໄສ, ຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ການ​ປະ​ທະ​ກັນ.

ເພື່ອ​ຮັບປະກັນ​ສັນຕິພາບ​ທີ່​ຍືນ​ຍົງ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິ່ງ​ກຸ໋ຍ ຮຽກຮ້ອງ​ບັນດາ​ຝ່າຍ​ຊຸກຍູ້​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເພີ່ມ​ທະວີ​ການໂອ້ລົມ​ເຈລະຈາ, ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ເພື່ອ​ແກ້​ໄຂ​ບັນດາສາເຫດ​ກົກ​ຮາກ​​ຂອງ​ການ​ປະ​ທະ​ກັນ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ກໍ່ຮຽກຮ້ອງ​ໃຫ້​ສາກົນ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ປະຊາຊົນ​ສາທາລະນະ​ລັດ​ອາ​ຟຼິກາ​ກາງ ​ເພື່ອ​ຄວາມ​ໝັ້ນຄົງ ​ແລະ ພັດທະນາ.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.