ຫວຽດນາມ ປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບການຮັບປະກັນສິດທິມະນຸດ

10:07 | 24/10/2021

ວັນທີ 22 ຕຸລາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາສາກົນປຶກສາຫາລືກ່ຽວກັບຮ່າງບົດລາຍງານກາງສະໄໝກ່ຽວກັບການປະຕິບັດແບບສະໝັກໃຈຕໍ່ຂໍ້ສະເໜີແນະຕາມກົນໄກກວດກາປະຈຳໄລຍະ (UPR) ຮອບວຽນທີ III ຂອງຫວຽດນາມ.

ເປີດຕົວເວັບໄຊຂໍ້ມູນຂ່າວເອເລັກໂຕນິກຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເປີດຕົວເວັບໄຊຂໍ້ມູນຂ່າວເອເລັກໂຕນິກຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ບັນດາພັກການເມືອງທີ່ກອງປະຊຸມສາກົນຢູ່ ເມັກຊີໂກ ຕີລາຄາສູງສານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບັນດາພັກການເມືອງທີ່ກອງປະຊຸມສາກົນຢູ່ ເມັກຊີໂກ ຕີລາຄາສູງສານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ຫວຽດນາມ ປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບການຮັບປະກັນສິດທິມະນຸດ
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: TTXVN

ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ຕາງໜ້າໃຫ້ກະຊວງການຕ່າງປະເທດ, ທ່ານ ໂດ໊ຮຸ່ງຫວຽດ, ຜູ້ຊ່ວຍວຽກລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ສ້າງບົດລາຍງານກາງສະໄໝກ່ຽວກັບການປະຕິບັດແບບສະໝັກໃຈຕໍ່ຂໍ້ສະເໜີແນະ UPR ຮອບວຽນທີ III ເພື່ອຍື່ນສະເໜີຕໍ່ສະພາສິດທິມະນຸດສະຫະປະຊາຊາດ.

ທ່ານ ໂດ໊ຮຸ່ງຫວຽດ ກໍ່ເນັ້ນໜັກເຖິງບັນດາຫຼັກການເຄົາລົບ, ໂປ່ງໃສ, ເຈລະຈາ ແລະຮ່ວມມື - ພື້ນຖານໃນການປະສົບຜົນສຳເລັດຂອງການເຂົ້າຮ່ວມ ແລະປະຕິບັດຂໍ້ສະເໜີແນະຂອງ UPR ເວົ້າສະເພາະ, ປົກປ້ອງ ແລະຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ ເວົ້າລວມ.

ບັນດາຄຳເຫັນປະກອບທີ່ກອງປະຊຸມສໍາມະນາ, ໃນນັ້ນມີທ່ານ Kidong Park, ຮັກສາການຫົວໜ້າອົງການຜູ້ຕາງໜ້າສະຫະປະຊາຊາດປະຈຳຫວຽດນາມ ແລະທ່ານ Terence Jones, ຮັກສາການຫົວໜ້າອົງການຜູ້ຕາງໜ້າ UNDP ປະຈຳຫວຽດນາມ... ຕີລາຄາສູງຕໍ່ຄໍາໝັ້ນສັນຍາ ແລະຄວາມມານະພະຍາຍາມຂອງຫວຽດນາມ ໃນການຊຸກຍູ້, ປົກປ້ອງສິດທິມະນຸດໃນນັ້ນມີການປະຕິບັດຂໍ້ສະເຫນີແນະຕາມກົນໄກ UPR ຮອບວຽນທີ III ກໍ່ຄືການສ້າງບົດລາຍງານກາງສະໄໝແບບສະໝັກໃຈສະບັບນີ້, ພ້ອມກັນນັ້ນກໍ່ຢືນຢັນຄໍາໝັ້ນສັນຍາຂອງບັນດາຄູ່ຮ່ວມມືສາກົນ, ອົງການ ແລະຝ່າຍທີ່ກ່ຽວຂ້ອງໃນການຮ່ວມມືເພື່ອປະຕິບັດຂໍ້ສະເໜີແນະ UPR ທີ່ຫວຽດນາມ ຍອມຮັບຢ່າງມີປະສິດທິຜົນ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.