ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ 60 ປີ​ແຫ່ງວັນ​ເປີດ​ເສັ້​ນ​ທາງ ໂຮ່​ຈີ​ມິນ ​ໃນ​ທະ​ເລ

11:30 | 14/10/2021

ຍ​ສ​ໝ - ວັນ​ທີ 19 ຕຸ​ລາ ຢູ່​ນະ​ຄອນ ຫ໋າຍ​ຝ່ອງ ຈະ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ທາງ​ໄກ ດ​້ວຍ​ຫົວ​ຂໍ້: “ຖະ​ໜົນ ໂຮ່​ຈີ​ມິນ ໃນ​ທະ​ເລ - ຂີດ​ໝາຍ​ມະ​ຫັດ​ສະ​ຈັນ​ປະ​ຫວັດ​ສາດ ແລະ ບົດ​ຮຽນ​ຕໍ່​ພາ​ລະ​ກິດ​ການ​ສ້າງ​ຕັ້ງ ແລະ ປົກ​ປັກ​ຮັກ​ສາປະ​ເທດຊາດ” ເຊື່ອມ​ຕໍ່​ກັບ 25 ສະ​ຖານ​ທີ່​ເຊື່ອມ​ຕໍ່​ທົ່ວ​ປະ​ເທດ.

ນະ​ຄອນ​ໂຮ່​ຈີ​ມິ​ນ ​ເປີດ​ຕົວ ໂຄງ​ການ “ນະ​ຄອນ​ແຫ່ງ​ໄມ​ຕີ​ຈິດ - ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ” ນະ​ຄອນ​ໂຮ່​ຈີ​ມິ​ນ ​ເປີດ​ຕົວ ໂຄງ​ການ “ນະ​ຄອນ​ແຫ່ງ​ໄມ​ຕີ​ຈິດ - ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ”
Project Vietnam Foundation ມອບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ Project Vietnam Foundation ມອບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ 60 ປີ​ແຫ່ງວັນ​ເປີດ​ເສັ້​ນ​ທາງ ໂຮ່​ຈີ​ມິນ ​ໃນ​ທະ​ເລ
ການ​ຖະ​ແຫຼງ​ຂ່າວ (ພາບ: .sggp.org.vn)

ກອງ​ປະ​ຊຸມ​ສຳ​ມະ​ນາ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນກງ ແລະ ​ນ​ະ​ຄອນ ຫ໋າຍ​ຝ່ອງ ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ເປີດ​ເສັ້ນ​ທາງ​ໂຮ່​ຈີ​ມິນ ໃນ​ທະ​ເລ (23 ຕຸ​ລາ 1961 – 23 ຕຸ​ລາ 2021).

ການ​ຈັດ​ຕັ້ງ​ກອງ​ປະ​ຊ​ຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ຢັ້ງ​ຢືນ ແລະ ເຮັດ​ແຈ້ງ​ແຜນ​ນະ​ໂຍ​ບາຍ​ສ້າງ​ຕັ້ງ​ເສັ້ນ​ທາງ​ໜູນ​ຊ່ວຍ​ຍຸດ​ທະ​ສາດ - ເສັ້ນທາງ​ໂຮ່​ຈີ​ມິນ ໃນ​ທະ​ເລ ແມ່ນ​ຜົນ​ສຳ​ເລັດ ໃນ​ການ​ຊີ້​ນຳ, ນ​ຳ​ພາ​ການ​ຕໍ່​ສູ້​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ, ໄຈ້​ແຍກ ແລະ ຖອດ​ຖອນ​ບົດ​ຮຽນ​ປະ​ສົບ​ການ​ໝູນ​ໃຊ້​ເຂົ້າ​ໃນການ​ພັດ​ທະ​ນາ​ທິດ​ສະ​ດີ​ສິ​ລ​ະ​ປະ​ການ​ທະ​ຫານ​ຫວຽດ​ນາມ, ໝູນ​ໃຊ້​ເຂົ້າ​ການ​ຝຶ​ກ​ແອບ, ບຳ​ລຸງ​ສ້າງ​ພະ​ນັກ​ງານ, ນັກ​ຮົບ ໃນ​ຍຸກ​ສະ​ໄໝ​ໃໝ່.

ພ້ອມ​ທັງ​ໂຄ​ສະ​ນາ, ສຶກ​ສາ ແລະ ເພີ່ມ​ພູນ​ຈິດ​ໃຈ​ຮັກ​ຊາດ, ເຊີດ​ຊູ​ບັນ​ດາ​ການ​ອຸ​ທິດ​ສ່ວນ, ການ​ເສຍ​ສະຫຼະ​ຊີ​ວິດ​ອັນ​ຍິ່ງໃຫຍ່ຂອງ​ພະ​ນັກ​ນັກລຸ້ນ​ຕ່າງໆ, ນັກ​ຮົບ “ກ່ຳ​ປັ່ນ​ບໍ່​ມີ​ໝາຍ​ເລກ” ໄດ້​ສ້າງ​ເປັນ​ໜ້າ​ປະ​ຫວັດ​ສາດ​ທີ່​ອົງ​ອາດ​ກ້າ​ຫານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.