ມາຮອດປັດຈຸບັນ, ຫວຽດນາມ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ໂດຍພື້ນຖານໃນຂອບຂະໜາດທົ່ວປະເທດແລ້ວ

19:07 | 09/10/2021

ຕອນເຊົ້າວັນທີ 9 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດ ລະຫວ່າງຄະນະຊີ້ນຳກັບບັນດາທ້ອງຖິ່ນ.

ຮູບແຕ້ມ 18 ແຜ່ນຂອງນັກຈິດຕະກອນຫວຽດນາມຢູ່ເວທີການປະມູນສາກົນ ຮູບແຕ້ມ 18 ແຜ່ນຂອງນັກຈິດຕະກອນຫວຽດນາມຢູ່ເວທີການປະມູນສາກົນ
ຫວຽດນາມຊື້ວັກຊີນປ້ອງກັນພະຍາດ COVID-19 ຕື່ມອີກຈາກຮົງກາລີ ຫວຽດນາມຊື້ວັກຊີນປ້ອງກັນພະຍາດ COVID-19 ຕື່ມອີກຈາກຮົງກາລີ
ພາບປະກອບ
ພາບປະກອບ

ກອງປະຊຸມໄດ້ຕີລາຄາໝາກຜົນຂອງການປະຕິບັດໜ້າທີ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນໄລຍະ 2 ອາທິດຜ່ານມາ, ບັນຫາຈັດຕັ້ງໃຫ້ ປະຊາຊົນກັບເມືອບ້ານເກີດເມືອງນອນຕາມຄວາມຫວັງ, ແນະນຳການຮັບມືຢ່າງປອດໄພ, ມີໄຫວພິບ, ການຄວບຄຸມໂລກລະບາດໂຄວິດ - 19 ໃຫ້ມີປະສິດທິຜົນ, ວຽກງານຮັບປະກັນການໜູນຊ່ວຍສັງຄົມ...

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ຜູ້ແທນສຸມໃສ່ຕີລາຄາສະພາບການໂລກລະບາດໂຄວິດ - 19 ໃນ 2 ອາທິດທີ່ຜ່ານມາ, ວຽກງານທີ່ເຮັດໄດ້, ວຽກງານທີ່ຍັງບໍ່ທັນເຮັດໄດ້, ຊີ້ໃຫ້ເຫັນສາຍເຫດຢ່າງຈະແຈ້ງ, ຖອດຖອນບົດຮຽນ.

ມາຮອດປັດຈຸບັນ, ຫວຽດນາມ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ໂດຍພື້ນຖານໃນຂອບຂະໜາດທົ່ວປະເທດແລ້ວ. ຢູ່ນະຄອນ ໂຮ່ຈີມິນ, ບັນດາແຂວງຄື: ບິ່ງເຢືອງ, ດົ່ງນາຍ, ລອງອານ, ຈຳນວນຜູ້ຕິດເຊື້ອໃໝ່ຕື່ມອີກ ແລະ ເສຍຊີວິດ ໄດ້ຫຼຸດລົງ. ຮັບປະກັນການໜູນຊ່ວຍສັງຄົມ, ປະຕິບັດການຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍສັງຄົມ ໄດ້ເປັນຢ່າງດີ, ຊີວິດການເປັນຢູ່ຂອງປະຊາຊົນໃນເຂດເກີດໂລກລະບາດໄດ້ກັບຄືນສູ່ສະພາບເປັນປົກກະຕິ.

ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 9 ຕຸລາ 2021, ໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 237.969.792 ຄົນ, ໃນນັ້ນ ເສຍຊີວິດ 4.856.323 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 215.108.553 ຄົນ. ປະເທດທີ່ໄດ້ຮັບຜົນສະທ້ອນຫຼາຍກ່ວາໝູ່ຍັງແມ່ນ ອາເມລິກາ ດ້ວຍຜູ້ເສຍຊີວິດ 732.476 ຄົນ ໃນຈຳນວນຜູ້ຕິດເຊື້ອ 45.135.541 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ໄຊພອນ

ເຫດການ
302 Found

Found

The document has moved here.