ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ X

00:54 | 15/05/2019

ພິທີເປີດກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ X ໄດ້ຈັດຂຶ້ນໃນວັນທີ 12 ມີນານີ້ ທີ່ຫໍປະຊຸມ ICTC. ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີຮອງປະທານ ສນຊ, ຄະນະນໍາສູນກາງແນວລາວສ້າງຊາດ, ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ແລະ ພະນັກງານຫຼັກແຫຼ່ງ ຜູ້ຊົງຄຸນວຸດທິ, ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ X

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ X

ໃນພິທີ ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງຄະນະກຳມະການສູນກາງແນວລາວສ້າງຊາດ ປີ 2018 ໂດຍຫຍໍ້ ແລະ ທິດທາງແຜນການເຄື່ອນໄຫວວຽກງານຂອງຄະນະກຳມະການສູນກາງແນວລາວສ້າງຊາດປີ 2019; ທ່ານໄດ້ກ່າວວ່າ: ວຽກງານສຶກສາອົບຮົມ, ການເຕົ້າໂຮມ ແລະ ການກໍ່ສ້າງກ້ອນກຳລັງສາມັກຄີປອງດອງທົ່ວວົງຄະນາຍາດແຫ່ງຊາດ ໃນໄລຍະໜຶ່ງປີຜ່ານມາຄະນະກຳມະການກໍຄືບັນດາກຳມະການສູນກາງແນວລາວສ້າງຊາດນັບແຕ່ຢູ່ຂັ້ນສູນກາງ, ທ້ອງຖິ່ນ ແລະ ຢູ່ຕ່າງປະເທດໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ-ສະມາຊິກພັກ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ຄົນຕ່າງດ້າວທີ່ອາໄສຢູ່ໃນລາວ, ພີ່ນ້ອງລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ແລະ ປະຊາຊົນລາວບັນດາເຜົ່າດ້ວຍການລົງພົບປະໂອ້ລົມ, ເຜີຍແຜ່ແນວທາງຂອງພັກ, ແຜນນະໂຍບາຍຂອງລັດ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສຳຄັນຂອງພັກ, ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງ ມະຫາຊົນ ແລະ ເຜີຍແຜ່ສະ ພາບການອື່ນໆຈຳນວນ 74 ຄັ້ງ.

ໄດ້ຈັດຕັ້ງກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດ ຄັ້ງທີ 3 ປີ 2018, ເພື່ອສຶກສາອົບຮົມ, ເຕົ້າໂຮມຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ, ລວມທັງຜູ້ຊົງຄຸນວຸດທິຂອງພີ່ນ້ອງເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ. ກຳມະການສູນກາງແນວລາວສ້າງຊາດທີ່ປະຈຳຢູ່ຕ່າງປະເທດກໍຄືບັນດາພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດໄດ້ເຕົ້າໂຮມກັນ ແລະ ພ້ອມກັນເດີນທາງມາທອດ ແລະ ຖວາຍກອງກະຖິ່ນສາມັກຄີຢູ່ ສປປ ລາວ ແນໃສ່ສົ່ງເສີມສ້າງຄວາມສາມັກຄີປອງດອງ, ເຮັດບຸນສິນກິນທານຮ່ວມກັນ ເພື່ອປົກປັກຮັກສາເສີມຂະຫຍາຍມູນເຊື້ອ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາທີ່ເຄີຍ ປະຕິບັດກັນມາ; ກຳມະການສູນກາງແນວລາວສ້າງຊາດທີ່ປະຈຳຢູ່ອ້ອມຂ້າງສູນກາງ, ນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດໄດ້ເອົາໃຈໃສ່ປະກອບສ່ວນຕໍ່ວຽກງານສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີບັນດາຊັ້ນຄົນໃນສັງຄົມ, ພະນັກງານຫຼັກແຫຼ່ງ, ຜູ້ຊົງຄຸນວຸດທິຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າຢູ່ແຕ່ລະທ້ອງຖິ່ນ ດ້ວຍຮູບການລົງພົບປະຢ້ຽມຢາມ, ເຂົ້າຮ່ວມບຸນປະເພນີຂອງບັນດາເຜົ່າ, ໂຄສະນາເຜີຍແຜ່ແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ລະບຽບ ແລະ ກົດໝາຍ, ເຂົ້າຮ່ວມເຊື່ອມຊຶມເອກະສານ, ປາຖະກະຖາວັນສໍາຄັນຂອງຊາດ, ຂອງພັກ, ຊຸກຍູ້ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານສ້າງຄອບຄົວ ແລະ ສ້າງບ້ານສາມັກຄີປອງດອງ, ປະກອບຄຳຄິດຄຳເຫັນຕໍ່ການໄກ່ເກ່ຍແກ້ໄຂບັນຫາຕ່າງໆຢູ່ທ້ອງຖິ່ນ ແລະ ຮາກຖານ.

ພ້ອມນັ້ນ ໃນກອງປະຊຸມປະທານສູນກາງແນວລາວສ້າງຊາດຍັງໄດ້ມີຄໍາເຫັນບາງຕອນສຳຄັນຕໍ່ກອງປະຊຸມວ່າ: ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 4 ຈະເປັນກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 3 ກໍຄືການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃນປີ 2018 ແລະ ທິດທາງແຜນການປີ 2019, ນອກນັ້ນຍັງຈະໄດ້ປຶກສາຫາລື ແລະ ຜ່ານເນື້ອໃນສໍາຄັນຈໍານວນໜຶ່ງດັ່ງນີ້: ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານສູນກາງແນວລາວສ້າງຊາດປີ 2018 ແລະ ທິດທາງແຜນການເຄື່ອນໄຫວປີ 2019; ຟັງການປະກອບຄໍາເຫັນຂອງບັນດາຜູ້ຕາງໜ້າອົງການພາຄີ; ຟັງການປະກອບຄຳເຫັນຂອງແນວລາວສ້າງຊາດຂັ້ນ ທ້ອງຖິ່ນ; ຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າກໍາມະການສູນກາງແນວລາວສ້າງຊາດກ່ຽວກັບການເຕົ້າໂຮມຄວາມສາມັກຄີຂອງພີ່ນ້ອງເຊື້ອສາຍລາວທີ່ດຳລົງຊີວິດຢູ່ຝຣັ່ງ; ຜ່ານຄຳແນະນຳກ່ຽວກັບການຜັນຂະຫຍາຍຜົນສຳເລັດກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດ ຄັ້ງທີ 3 ປີ 2018 ແລະ ສະເໜີແຕ່ງຕັ້ງ ກຳມະການສູນກາງແນວລາວສ້າງຊາດສະໄໝທີ X ເພີ່ມຕື່ມ ແລະ ປ່ຽນແທນ. ໃນກອງປະຊຸມຍັງໄດ້ຮັບຟັງການແລກປ່ຽນຄໍາຄິດຄຳເຫັນຂອງບັນດາກໍາມະການສູນກາງແນວລາວສ້າງຊາດຢູ່ສູນກາງ, ທ້ອງຖິ່ນ ແລະ ຕ່າງປະເທດອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.