ນັກຊ່ຽວຊານສາກົນ: ຈີນບໍ່ມີຫຼັກຖານ ແລະ ຫຼັກນີ້ຕິກຳ ເພື່ອຮຽກຮ້ອງອະທິປະໄຕຢູທະເລຕາເວັນອອກ

06:00 | 24/09/2019

ຍສໝ - ບັນດາຜູ້ຊ່ຽວຊານ ໄດ້ແບ່ງປັນທັດສະນະ ຢູ່ການສຳມະນາ "ແກ້ໄຂການພິພາດຢູ່ທະເລຕາເວັນອອກ" ໄດ້ເກີດຂຶ້ນຢູ່ສຳນັກງານ ສະຖາບັນ ການພົວພັນສາກົນ Praha (IIR) ຂຶ້ນກັບກະຊ່ວງການຕ່າງປະເທດ Czech ວັນທີ 19 ເດືອນກັນຍາ.

ການສຳມະນາໄດ້ຈັດຕັ້ງ ໂດຍການສົມທົບລະຫວ່າງ IIR ແລະ ມະຫາວິທະຍາໄລ Placky Olomouc (CH Czech) ໄດ້ດຶງດູດການເຂົ້າຮ່ວມຂອງຫຼາຍກວ່າ 50 ຜູ້ແທນ ເຊິ່ງເປັນຜູ້ຊ່ຽວຊານຂອງບັນດາສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ ໃນປະເທດເຊັກ.

ນັກປາຖະກະຖາຫຼັກ ຢູ່ການສຳມະນາແມ່ນ ທ່ານ ປະລິນຍາເອກ Bill Hayton ຖືວ່າ, ການພິພາດຢູ່ທະເລຕາເວັນອອກ ແມ່ນບັນຫາຫຍຸ້ງເຫຍືອງ, ບໍ່ພຽງແຕ່ກ່ຽວຂ້ອງລະຫວ່າງຈີນ ແລະ ບັນດາປະເທດ ໃນສະມາຄົມບັນດາປະເທດອາຊີຕາເວັນອອກສຽງໃຕ້ (ASEAN) ມີຖະແຫຼງການອະທິປະໄຕ ຢູ່ທະເລຕາເວັນອອກ, ຍັງກ່ຽວຂ້ອງເຖິງ ການແກ່ງແຍ່ງພູມີສາດການເມືອງລະຫວ່າງບັນດາປະເທດໃຫຍ່, ໂດຍສະເພາະ ແມ່ນອະເມຣີກາ ແລະ ຈີນ.

ຕາມ ທ່ານ ປະລິນຍາເອກ Bill Hayton, ບັນຫາການພິພາດຢູ່ທະເລຕາເວັນອອກ ໄດ້ນັບມື້ນັບດຶງດູດຄວາມສົນໃຈຂອງປະຊາຄົມສາກົນ, ໃນນັ້ນ ມີພັນທະພາບເອີຣົບ (EU), ເພາະນີ້ແມ່ນບັນຫາສົ່ງຜົນກະທົບເຖິງຄວາມໝັ້ນຄົງ ແລະ ພັດທະນາຂອງຂອບເຂດ. EU ໄດ້ອອກຖະແຫຼງການລວມ ໃນຕອນທ້າຍເດືອນສິງຫາ ທີ່ຜ່ານມາ ໄດ້ສະແດງການລຳບາດໃຈກ່ຽວກັບບັນດາເຄື່ອນໄຫວຢ່າງຝ່າຍດ່ຽວເວລານີ້ ເຮັດໃຫ້ເພີ່ມຂຶ້ນຄວາມເຄັ່ງຕຶງ ແລະ ເສຍຫາຍເຖິງການປ້ອງກັນເດີນທະເລ, ຂົ່ມສູ່ແວດລ້ອມສັນຕິພາບ ແລະ ການພັດທະນາຂອງຂອບເຂດ.

ນັກຊ່ຽວຊານສາກົນ: ຈີນບໍ່ມີຫຼັກຖານ ແລະ ຫຼັກນີ້ຕິກຳ ເພື່ອຮຽກຮ້ອງອະທິປະໄຕຢູທະເລຕາເວັນອອກ

ທ່ານ ປະລິນຍາເອກ Bill Hayton. (ພາບ: vietnamplus)

ທ່ານ ປະລິນຍາເອກ Bill Hayton ໄດ້ຮຽກຮ້ອງ EU ຕ້ອງສົນໃຈຕໍ່ຍິ່ງກວ່ານີ້ກ່ຽວກັບບັນຫາທະເລຕາເວັນອອກ, ແລະກັບຈຸດແຂງຂອງຕົນເອງ, EU ຕ້ອງສະໜັບສະໜູນ ບັນດາປະເທດ ASEAN ທີ່ມີການພິພາດອະທິປະໄຕຢູ່ທະເລຕາເວນອອກ ຍົກສູງຄວາມອາດສາມາດປ້ອງກັນຄວາມສະຫງົບເດີນທະເລ.

ທ່ານ Hayton ໃຫ້ຮູ້ວ່າ, ຈີນບໍ່ມີຫຼັກຖານ ແລະ ຫຼັກນິຕິກຳ ເພື່ອຮຽກຮ້ອງອະທິປະໄຕ ສຳລັດເກືອບທັງໝົດທະເລຕາເວັນອອກ ຕາມຮຽກທວງ " ຖະໜົນ 9 ທ່ວນ". ເດືອນກໍລະກົດ ປີ 2016, ສານກຳມະການປະຈຳ (PCA) ຢູ່ The Hague (ເນເທີແລນ) ໄດ້ອອກຕັດສິນກ່ຽວກັບການຮ້ອງຟ້ອງຂອງ Philippines, ໃນນັ້ນ ປະຕິເສດຮຽກຮ້ອງຂອງຈີນກ່ຽວກັບອັນທີ່ໄດ້ເອີ້ນວ່າ " ຖະໜົນ 9 ທ່ອນ". ຖະແຫຼງການອະທິປະໄຕຂອງຈີນທີ່ກົງກັນຂ້າມກັບກົດໝາຍສາກົນ ກໍຄືຄຳໝັ້ນສັນຍາຂອງປະເທດນີ້ກ່ຽວກັບການຮັກສາສາຍພົວພັນອັນດີງາມໄວ້ກັບບັນດາປະເທດໃນຂອບເຂດ.

ທ່ານ ປະລິນຍາເອກ Bill Hayton ໄດ້ເນັ້ນໜັກວ່າ ໃນຂັ້ນຕອນແກ້ໄຂພິພາດຢູ່ທະເລຕາເວັນອອກ, ໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດ ແມ່ນຕ້ອງຕີລາຄາຫຼັກຖານ ທີ່ບັນດາປະເທດມີການຖະແຫຼງອະທິປະໄຕ, ພ້ອມກັນນັ້ນ ບັນດາປະເທດມີການຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກ ຕ້ອງຊຸກຍູ້ການເຈລະຈາ, ພ້ອມສັນຍາຮັກສາສະພາບການປະຈຸບັນໄວ້, ບໍ່ຂະຫຍາຍຮຽກຮ້ອງຖະແຫຼງການອະທິປະໄຕ.

ຕອບສະເພາະກັບນັກຂ່າວຫວຽດນາມ, ທ່ານ ປະລິນຍາເອກ Bill Hayton ຖືວ່າ, ວຽກຈີນໃຫ້ເຮືອສຳຫຼວດ Haiyang 8 ກັບການປ້ອງກັນຮັກສາຂອງບັນດາ ເຮືອຕຳຫຼວດທະເລ ໄດ້ເຂົ້າເຂດອະພິສິດເສດຖະກິດຂອງຫວຽດນາມ (EEZ) ໃຫ້ເຫັນວ່າ ຈີນນຳໃຊ້ກຳລັງແຮງຂອງປະເທດໃຫ່ຍ ເພື່ອຂົ່ມຂູ່ ແລະ ບີບບັງຄັບບັນດາປະເທດໃນເຂດປະສິດອະທິປະໄຕ ແລະ ສິດພິພາກສາ ກໍ່ຄືຜົນປະໂຫຍດຖືກກົດໝາຍຂອງຕົນເອງ. ນີ້ແມ່ນການກະທຳລະເມີດກົດໝາຍສາກົນ ສະເພາະແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ (UNCLOS) ປີ 1982. EU ຕ້ອງສົນໃຈຍິ່ງກວ່ານັ້ນກ່ຽວກັບບັນຫາທະເລຕາເວັນອອກ ເພື່ອສະກັດກັ້ນການບັນດາຂໍ້ກຳນົດກົດໝາຍສາກົນຖືກທັບມ້າງ.

ໃນຂອບເຂດຈຳກັດການສຳມະນາ, ບັນດາຜູ້ແທດໄດ້ສົນທະນາ ແລະ ແບ່ງປັນທັດສະນະກ່ຽວກັບສະພາບການຢູ່ທະເລຕາເວັນອອກ. ທ່ານ ປະລິນຍາເອກ Takashi Hosoda - ຜູ້ຊ່ຽວຊານ ຄົ້ນຄ້ວາກ່ຽວກັບການປ້ອງກັນຄວາມສະຫງົບ ທະວິບອາຊີ - ມະຫາສະໝຸດອາຟິກກາ ຂື້ນກັບມະຫາວິທະຍາໄລສັງ Charles (CH Czech) - ມີທັດສະນະດຽວກັນກັບ ທ່ານ ປະລິນຍາເອກ Bill Hayton ກ່ຽວກັບວຽກຈີນບໍ່ມີຫຼັກນິຕິກຳ ເພື່ອຮຽກຮ້ອງອະທິປະໄຕກັບເກືອບທັງໝົດທະເລຕາເວັນອອກ ຕາມຮຽກທວງ "ຖະໜົນ 9 ທ່ວນ".

ທ່ານ Hosoda ໄດ້ສະແດງຄວາມຄິດກັງວົນກ່ຽວກັບບັນດາຜັນແປຢ່າງເຄັ່ງຕຶງປະຈຸບັນ ຢູ່ທະເລຕາເວັນອອກທີ່ຂົ່ມຂູ່ເຖິງ ສັນຕິພາບ ແລະ ຄວາມສະຫງົບຂອບເຂດ ແລະ ໄດ້ເນັ້ນໜັກວ່າ ບັນດາເຄື່ອນໄຫວຢ່າງຝ່າຍດຽວຂອງຈີນ ເຮັດໃຫ້ເພີ່ມຂຶ້ນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ພິເສດແມ່ນໃນສອງເດືອນທີ່ຜ່ານມາ, ຈີນລະເມີດກົດໝາຍສາກົນ ທີ່ໃຫ້ເຮືອສຳຫຼວດ Haiyang 8 ເຂົ້າເຂດອະພິສິດເສດຖະກິດ (EEZ) ຂອງຫວຽດນາມ ຢູ່ຂອບເຂດໃກ້ຫາດຊາຍ ຕືຈິ໋ງ. ທ່ານ Hosoda ໄດ້ແຈ້ງວ່າ ຈີນຕ້ອງຖືຕາມກົດໝາຍ ແລະ ບັນດາມາດຕະຖານທີ່ມີຄຸນຄ່າລວມຂອງສາກົນ.

ທ່ານ ປະລິນຍາເອກ Richard Turcsanyi - ຜູ້ຊ່ຽວຊານຄົ້ນຄວ້າຂື້ນກັບມະຫາວິທະຍາໄລ Palacky Olomouc, ກໍ່ສະແດງຄວາມລຳບາດໃຈບັນດາເຄື່ອນໄຫວສ້າງສາ ແລະຫັນເປັນປອດທະຫານເກາະທຽມຢູ່ທະເລຕາເວັນອອກຈອງຈີນ, ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງຄວາມສະຫງົບຂອງຂອບເຂດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.