ຈະ​ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຈາກຫຼາຍ​ແຫຼ່ງ​ສົ່ງມາ ຫວຽດ​ນາມ ນັບ​ແຕ່ປັດ​ຈຸ​ບັນຮອດ​ທ້າຍ​ປີ​

18:30 | 06/10/2021

ຍ​ສ​ໝ - ​ມີບັນດາ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ສາ​ກົນ​ທີ່ສະ​ໜັບ​ສະ​ໜູນ​, ມີ​ຄວາມປາດຖະໜາ​ຢາກ​ຮ່ວມ​ມື ແລະ ຊ່ວຍ​ເຫຼືອ ຫວຽດນາມ ໃນ​ການ​ສຳ​ຜັດ​ກັບ​ວັກ​ຊິນຫຼາຍທີ່​ສຸດ...

ນະ​ຄອນ​ໂຮ່​ຈີ​ມິນ​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca ຕື່ມ​ອີກ 54.700 ໂດສ ນະ​ຄອນ​ໂຮ່​ຈີ​ມິນ​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca ຕື່ມ​ອີກ 54.700 ໂດສ
ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້
ຈະ​ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຈາກຫຼາຍ​ແຫຼ່ງ​ສົ່ງມາ ຫວຽດ​ນາມ ນັບ​ແຕ່ປັດ​ຈຸ​ບັນຮອດ​ທ້າຍ​ປີ​
ທ່ານ​ຮອງ​ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ມິງ​ຫວູ (ພ​າບ: vov.vn)

ທ່ານ​ຮອງ​ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ມິງ​ຫວູ ຮອງຫົວ​ໜ້າ​ໜ່ວຍ​ປະ​ຕິ​ບັດ​ງານ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ທູດວັກ​ຊິນ ໃຫ້​ຮູ້​ວ່າ: ແງ່​ຫວັງ​ໃນ​ບັນ​ດາ​ແຫຼ່ງວັກ​ຊິນ​ກ່ຽວ​ກັບ​ຫວຽດ​ນາມ ນັບ​ແຕ່ປັດ​ຈຸ​ບັນ​ຮອດ​ທ້າຍ​ປີ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ໃຫ້​ປະ​ຊາ​ຊົນ​ໄດ້ຮັບການສັກວັກຊິນເປັນ​ຈຳ​ນວນຫຼາຍ, ສ້າງ​ເງື່ອ​ນ​ໄຂ​ໃຫ້​ແກ່​ວິ​ວັດ​ການ​ເປີດ​ປະ​ຕູ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ.

ຫວຽດ​ນາມມີບັນດາ​ທ່າ​ອ່ຽງ​​ໃດ​ໜຶ່ງທີ່ແນ່ນອນ​ໃນ​ການ​ຜັນ​ຂະ​ຫຍາຍ​ການ​ທູດ​ວັກ​ຊິນ. ນັ້ນ​ແມ່ນ​ອິດ​ທິ​ພົນ​ຊື່​ສຽງ ແລະ ທີ່​ຕັ້​ງ​ສາ​ກົນຂອງ ຫວຽດ​ນາມ ນັບ​ມື້​ນັບ​ໄດ້​ຍົກ​ສູງ​ຂຶ້ນ, ຫວຽດ​ນາມ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ເຄືອ​ຂ່າຍ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ສາ​ກົນ, ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ ປາດຖະໜາຢາກ​ຮ່ວມ​ມື, ຊ່ວຍ​ເຫຼືອ ຫວຽດ​ນາມ ໃນ​ການ​ສຳ​ຜັດ​ກັບ​ວັກ​ຊິນ​ກັນ​ໂຄວິດ - 19, ເພື່ອ​ປົກ​ປ້ອງ​ລະ​ບົບ​ສະ​ໜອງ​ຢູ່ ຫວຽດ​ນາມ ບໍ່ໃຫ້​ຖືກ​ຕັດ​ຕອນ, ກໍ່​ຜົນ​ສະ​ທ້ອນ​ຕໍ່​ລະ​ບົບ​ສະ​ໜອງ​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ, ນັບ​ແຕ່​ປັດ​ຈຸ​ບັນ​ຈົນ​ຮອດ​ທ້າຍ​ປີ, ແລະ ນັບ​ທັງ​ໃນ​ເດືອນ​ຕຸ​ລາ ຈຳ​ນວນ​ວັກ​ຊິນທີ່ສົ່ງມາ​ຫວຽດ​ນາມ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້ຫຼາຍ​ພໍ​ສົມ​ຄວນ.

ຈຸດ​ສຸມ​ການ​ທູດ ວັກ​ຊິນ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ ແມ່ນ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ສັນ​ຍາ​ການ​ຊື້​ວັກ​ຊິນ ທີ່​ໄດ້​ລົງ​ນາມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ສຳ​ຜັດ​ກັບ​ບັນ​ດາ​ແຫຼ່ງວັກ​ຊິນ​ໃໝ່ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ສັກ​ວັກ​ຊິນ​ໃນ​ປີ 2022 ແລະ ຊຸມ​ປີຕໍ່​ໄປ. ໃນ​ນັ້ນ​ ເອົາ​ໃຈ​ໃສ່​ເຖິງ​ການ​ຊອກ​ຫາ​ບັນ​ດາ​ບໍ​ລິ​ສັດ​ທີ່​ອາດ​ຈະ​ສະ​ໜອງວັກ​ຊິນ​ໃຫ້​ແກ່​ເດັກ​ນ້ອຍ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.