ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ 8 ວຽກງານໃນການພັດທະນາຊົນນະບົດ ປີ 2019

00:54 | 15/05/2019

ຍສໝ - ຮັບຮອງເອົາການກໍານົດຈຸດສຸມພັດທະນາທີ່ເປັນບູລິມະສິດໄລຍະ 2016-2020 ໃຫ້ໄປລວງດຽວກັນໂດຍສຸມໃສ່ 12 ຈຸດສຸມຂອງສູນກາງ 53 ຈຸດສຸມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງທ້ອງຖິ່ນໃຫ້ມີພື້ນຖານໂຄງລ່າງທີ່ໜັກແໜ້ນ.

ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ 8 ວຽກງານໃນການພັດທະນາຊົນນະບົດ ປີ 2019

ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ 8 ວຽກງານໃນການພັດທະນາຊົນນະບົດ ປີ 2019

ໃນ ປີ 2019 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຳນົດວຽກງານຈຸດສຸມສຳລັບຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາ ຊົນນະບົດໄວ້ 8 ວຽກດັ່ງນີ້:

1.ສືບຕໍ່ເປັນເຈົ້າການປະສານສົມທົບກັບບັນດາຂະແໜງການ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດສັນທຶນຮອນ ແລະ ພະນັກງານເຂົ້າໃສ່ຈຸດສຸມພັດທະນາທີ່ເປັນບູລິມະສິດຂອງສູນກາງ ແລະ ທ້ອງຖິ່ນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງເລກທີ65/ນຍ ວ່າດ້ວຍການຮັບຮອງເອົາການກໍານົດຈຸດສຸມພັດທະນາທີ່ເປັນບູລິມະສິດໄລຍະ 2016-2020 ໃຫ້ໄປລວງດຽວກັນໂດຍສຸມໃສ່ 12 ຈຸດສຸມຂອງສູນກາງ 53 ຈຸດສຸມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງທ້ອງຖິ່ນໃຫ້ມີພື້ນຖານໂຄງລ່າງທີ່ໜັກແໜ້ນ, ມີເງື່ອນໄຂພັດທະນາສ້າງເປັນບ້ານໃຫ່ຍເປັນໃຈກາງບໍລິການທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ແລະ ກາຍເປັນຕົວເມືອງຢູ່ໃນຊົນນະບົດ; 2. ສຸມໃສ່ລົງຊ່ວຍທ້ອງຖິ່ນ ໃນການຜັນຂະຫຍາຍຈັດຕັ້ງຜັນປະຕິບັດດໍາລັດເລກທີ 348/ລບວ່າດ້ວຍມາດຕະຖານພົ້ນ ທຸກ ແລະ ມາດຕະຖານພັດທະນາ ແລະ ບົດແນະນໍາ 0830/ ກປ ຂອງກະຊວງກະສິກໍາ ແລະ ປ່າໄມ ຕິດພັນກັບຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຮາກຖານບ້ານໃນທົ່ວປະເທດໃຫ້ສໍາເລັດກ່ອນກາງ ປີ 2019;

3.ສຸມໃສ່ຈັດຕັ້ງການເຜີຍແຜ່ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບໃຫ້ບັນດາຂະແໜງການຂັ້ນສູນກາງ, ຂັ້ນທ້ອງຖິ່ນ, ອົງການຈັດຕັ້ງສາກົນຕ່າງໆ, ພາກສ່ວນທຸລະກິດທັງພາຍໃນ ແລະ ຕ່າງປະເທດ ແລະ ການຈັດຕັ້ງສັງຄົມຕ່າງໆ ໃຫ້ຮັບຮູ້ຢ່າງທົ່ວເຖິງ ແລະ ໃຫ້ສໍາເລັດໃນຂອບເຂດທົ່ວປະເທດ; ເອົາໃຈໃສ່ຕິດຕາມ, ຊຸກຍູ້, ກວດກາການຈັດສັນພູມລໍາເນົາ ແລະ ອາຊີບໃຫ້ປະຊາຊົນ ຢູ່ບັນດາຈຸດສຸມຈັດສັນຂອງສູນກາງ, ທ້ອງຖິ່ນ ແລະ ບັນດາໂຄງການພັດທະນາຂອງລັດ, ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ດໍາເນີນໄປແຜນການຢ່າງມີປະສິດທິຜົນ ແລະ ຖືກຕ້ອງຕາມກົດໝາຍເປັນຕົ້ນແມ່ນການຍົກຍ້າຍຈັດສັນປະຊາຊົນຢູ່ເມືອງສະໜາມໄຊ, ການຈັດສັນທີ່ດິນທໍາການຜະລິດໃຫ້ປະຊາຊົນ ຢູ່ 4 ຈຸດສຸມຈັດສັນຂອງ ລັດຖະບານ ແລະ ໂຄງການພັດທະນາຂອງລັດ;

4.ສືບຕໍ່ປັບປຸງບັນດາສູນ, ສະຖານີບໍລີການເຕັກນິກກະສິ ກໍາໂດຍສະເພາະ 47 ສູນຂອງສູນກາງ ແລະ ທ້ອງຖິ່ນ ໃຫ້ມີການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ສົ່ງເສີມນໍາໃຊ້ບັນດາສູນດັ່ງກ່າວຈັດຕັ້ງການຝຶກອົບຮົມຄູຝຶກໃຫ້ສູນສົ່ງເສີມຂັ້ນແຂວງ, ສາຖະນິບໍລິການເຕັກນິກຂັ້ນເມືອງ ແລະ ຝຶກອົບຮົມອາສາສະໝັກບ້ານ, ກຸ່ມການຜະລິດຊາວກະສິກອນ ແລະ ຜູ້ປະກອບການວິສາຫະກິດກະສິກໍາຂະໜາດນ້ອຍໃຫ້ພຽງພໍກັບຄວາມຕ້ອງການເພື່ອບໍລິການຮັບໃຊ້ໃຫ້ແກ່ການຜະລິດກະສິກຳເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບໍລິເວນຕ່າງໆ;

5.ສືບຕໍ່ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ ແຜນງົບປະມານ ແລະ ແຜນການລົງທຶນຂອງລັດທີ່ລັດຖະບານ ແລະ ສະພາແຫ່ງຊາດອະນຸມັດເຂົ້າໃນວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ດໍາເນີນໄປຕາມກົດໝາຍການລົງທຶນຂອງລັດ, ກົດໝາຍງົບປະມານແຫ່ງລັດ ແລະ ບັນລຸຕາມແຜນການທີ່ວາງໄວ້;

6.ເປັນເຈົ້າການປະສານສົມທົບກັບບັນດາຂະແໜງການ ຂັ້ນສູນກາງ ແລະ ອົງການປົກຄອງຂັ້ນທ້ອງຖິ່ນເກັບກໍາຂໍ້ມູນຈໍານວນຄອບຄົວທຸກຍາກຈໍານວນ 64.593 ຄອບຄົວ, ໂດຍສະເພາະ ບັນດາຄອບຄົວທີ່ນອນຢູ່ໃນບ້ານທີ່ທຸກຍ້ອນມີຄອບຄົວທຸກຍາກກວມຫຼາຍກວ່າ 50% ຂຶ້ນເມືອຈໍານວນ 657 ບ້ານນັ້ນ ແມ່ນທຸກຍ້ອນຫຍັງ ແລະ ປຶກສາຫາລືກັບອົງ ການປົກຄອງຂັ້ນຮາກຖານທີ່ກ່ຽວຂ້ອງວາງແຜນ ແລະ ສຸມໃສ່ແກ້ໄຂໃຫ້ຖືກຕ້ອງກັບຕົວຈິງ. ຄົ້ນຄວ້າ, ຈັດແບ່ງທີ່ດິນທໍາການຜະລິດໃຫ້ຄອບຄົວປະຊາຊົນຜູ້ທຸກຍາກໃຫ້ສາມາດຄຸ້ມຄອງນໍາໃຊ້ຢ່າງຍາວນານເພື່ອເປັນບ່ອນທໍາມາຫາກິນຖາວອນ, ມີລາຍຮັບທີ່ໝັ້ນຄົງ, ມີຊີວິດການເປັນຢູ່ດີຂື້ນ ແລະ ຮັບປະກັນບໍ່ ໃຫ້ກັບຄືນມາທຸກຍາກຕື່ມອີກ;

7.ເປັນເຈົ້າການປະສານສົມທົບກັບບັນດາຂະແໜງການ ຂັ້ນສູນກາງ ແລະ ອົງການປົກຄອງຂັ້ນທ້ອງຖິ່ນເກັບກໍາຂໍ້ມູນ ແລະ ປັບປຸງກອງທຶນພັດທະນາບ້ານ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະມີການຄຸ້ມຄອງນໍາໃຊ້ຢ່າງມີປະສິດທິພາບແລະປະສິດທິ ຜົນສູງ ເຂົ້າໃນການພັດທະນາຊຸມຊົນເປັນຕົ້ນການຜະລິດກະສິ ກໍາ,ຫັດຖະກໍາການຄ້າຂາຍແລະການກໍ່ສ້າງໂຄງລ່າງພື້ນຖານ ທີ່ຈໍາເປັນຂອງບ້ານ ເຊັ່ນ ເສັ້ນທາງເຂົ້າຫາເຂດທໍາການຜະລິດ, ເສັ້ນທາງລະຫວ່າງບ້ານຕໍ່ບ້ານ ດ້ວຍຮູບການ ລັດ, ປະຊາຊົນ ແລະ ຜູ້ປະກອບການຮ່ວມກັນເຮັດ;

8.ສຸມໃສ່ການບູລະນະສ້ອມແປງລະບົບຊົນລະປະທານທີ່ເປ່ເພທີ່ຖືກຜົນກະທົບຈາກໄພທໍາມະຊາດໃນເຂດຈຸດສຸມຂອງໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກເພື່ອຮັບປະກັນການສະໜອງນໍ້າເຂົ້າສູ່ການຜະລິດກະສິກໍາໃຫ້ທັນຕາມລະດູການ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.