ພັນທະໃນການປົກປັກຮັກສາປ່າໄມ້

00:54 | 15/05/2019

ອີງຕາມປະມວນກົດໝາຍອາຍາມາດຕາ 326 ໄດ້ກຳນົດ ໄວ້ວ່າ: ບຸກຄົນໃດຫາກໄດ້ຕັດໄມ້, ຖາງປ່າໂດຍບໍ່ຖືກຕ້ອງຕາມລະບຽບ ກົດໝາຍ ແລະ ລະບຽບການກ່ຽວກັບປ່າໄມ້ ຫລື ທຳລາຍປ່າໄມ້ດ້ວຍວິທີການອື່ນ ຫລື ຂຸດຄົ້ນເຄື່ອງປ່າຂອງດົງໂດຍບໍ່ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການຊຶ່ງສ້າງຜົນເສຍຫາຍທີ່ມີມູນຄ່າ 5.000.000 ກີບ ຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສາມ ເດືອນຫາໜຶ່ງປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

ພັນທະໃນການປົກປັກຮັກສາປ່າໄມ້

ພັນທະໃນການປົກປັກຮັກສາປ່າໄມ້

ປ່າໄມ້ ແມ່ນຊັບ ພະຍາກອນ ທຳມະຊາດ ອັນລ້ຳຄ່າ ທີ່ມີລະບົບ ນິຕິເວດ ສະເພາະ, ຊຶ່ງປະກອບ ດ້ວຍຊີວະນາໆ ພັນແຫລ່ງນ້ຳ ແລະ ທີ່ດິນ ປ່າໄມ້ ທີ່ເກີດຂຶ້ນ ຕາມທຳມະຊາດ ຫລື ປູກຂຶ້ນ ໃນພື້ນທີ່ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ທີ່ມີຄວາມສຳຄັນ ຕໍ່ການດຳ ລົງຊີວິດ ຂອງຄົນ ຍ້ອນວ່າຄົນ ໄດ້ອາໄສປ່າໄມ້ ເປັນບ່ອນທຳ ມາຫາກິນ ແລະ ນຳເອົາມາ ໃຊ້ວຽກ ງານຕ່າງໆ ເປັນຕົ້ນເອົາໄມ້ ມາປຸກເຮືອນ ຊານບ້ານ ຊ່ອງ; ນອກຈາກນັ້ນ ປ່າໄມ້ ເປັນແຫລ່ງ ກຳເນີດ ຂອງນ້ຳມີ ບົດບາດ ສຳຄັນ ໃນວຽກງານ ປູກຝັງ, ລ້ຽງສັດ ແລະ ອຸດສາຫະກຳ ໃນການສ້າງ ເຂື່ອນໄຟຟ້າ ນ້ຳຕົກອັນ ເປັນພື້ນຖານ ໃຫ້ແກ່ການ ພັດທະນາ ພະລັງງານ ແລະ ນຳໃຊ້ໄມ້ ຊະນິດຕ່າງໆ ເປັນສິນຄ້າ ພາຍໃນ ແລະ ສົ່ງອອກ ຕ່າງປະເທດ ເພື່ອສ້າງ ລາຍຮັບເຂົ້າ ງົບປະມານ ແຫ່ງຊາດ.

ປ່າໄມ້ ທຳມະຊາດ ແລະ ທີ່ດິນປ່າໄມ້ ເປັນກຳມະສິດ ຂອງວົງ ຄະນາຍາດ ແຫ່ງຊາດ ຊຶ່ງລັດຖະບານ ເປັນຜຸ້ຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດ ທົ່ວປະເທດ. ຍົກເວັ້ນຕົ້ນໄມ້ ທີ່ບຸກຄົນ ຫລື ການຈັດຕັ້ງ ໄດ້ປູກຕາມ ເຂດທີ່ໄດ້ ຈັດສັນໃຫ້ ດ້ວຍເຫື່ອແຮງ ຫລື ທຶນຮອນ ຂອງຕົນ ໂດຍການຮັບຮູ້ ຈາກອົງ ການຄຸ້ມຄອງ ປ່າໄມ້ ແລະ ທີ່ດິນປ່າໄມ້ ແມ່ນກຳມະສິດ ຂອງຜູ້ປູກ ແລະ ມາຮອດ ປັດຈຸ ບັນນີ້ ປ່າໄມ້ ແມ່ນໄດ້ ຖືກທຳລາຍ ເປັນຕົ້ນໄມ້ ທີ່ຫ່ວງຫ້າມ ເຊັ່ນ: ໄມ້ຂະຍຸງ ໄມ້ດູ່ລາຍ, ໄມ້ແຕ້, ໄມ້ເກດສະໜາ, ໄມ້ຄຳພີ ແລະ ໄມ້ອື່ນໆ. ຄຽງຄູ່ກັນນັ້ນ ພວກເຮົາຕ້ອງ ປະຕິພັນທະ ໃນການປົກປັກ ຮັກສາ ແລະ ພັດທະນາ ປ່າໄມ້ ແລະ ທີ່ດິນປ່າ ໄມ້ຕາມ ທີ່ໄດ້ກຳນົດໄວ້ ໃນກົດ ໝາຍວ່າດ້ວຍ ປ່າໄມ້ ມາດຕາ 7 ໄດ້ກຳນົດໄວ້ວ່າ: ການປົກປັກ ຮັກສາ, ອະນຸລັກ ແລະ ພັດທະນາ ປ່າໄມ້ແມ່ນ ໜ້າທີ່ຂອງ ພົນລະເມືອງ ທຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທຸກພາກສ່ວນ. ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ມີພັນທະ ໃນການປົກປັກ ຮັກສາ ແລະ ພັດ ທະນາ ປ່າໄມ້, ຊັບພະຍາ ກອນປ່າໄມ້, ທີ່ດິນປ່າໄມ້, ແຫລ່ງນ້ຳ, ຊີວະນາໆພັນ, ສິ່ງແວດລ້ອມ ໃຫ້ຖືກຕ້ອງ ຕາມກົດໝາຍ, ບໍ່ເຮັດ ໃຫ້ປ່າໄມ້ ແລະ ທີ່ດິນປ່າໄມ້ ເຊື່ອມໂຊມ, ບົກແຫ້ງ, ເຊາະເຈື່ອນ, ປ້ອງກັນບໍ່ໃຫ້ ໄຟໃໝ້ປ່າ, ສະກັດກັ້ນ ແລະ ຕ້ານການ ທຳລາຍ ປ່າໄມ້ ແລະ ທີ່ ດິນປ່າໄມ້ ທຸກຮູບແບບ.

ອີງຕາມ ປະມວນ ກົດໝາຍ ອາຍາ ມາດຕາ 326 ໄດ້ກຳນົດ ໄວ້ວ່າ: ບຸກຄົນໃດ ຫາກໄດ້ຕັດໄມ້, ຖາງປ່າ ໂດຍບໍ່ຖືກຕ້ອງ ຕາມລະບຽບ ກົດໝາຍ ແລະ ລະບຽບກ ານກ່ຽວກັບ ປ່າໄມ້ ຫລື ທຳລາຍ ປ່າໄມ້ ດ້ວຍວິທີ ການອື່ນ ຫລື ຂຸດຄົ້ນ ເຄື່ອງປ່າ ຂອງດົງ ໂດຍບໍ່ຖືກ ຕ້ອງຕາມ ກົດໝາຍ ແລະ ລະບຽບ ການຊຶ່ງສ້າງ ຜົນເສຍຫາຍ ທີ່ມີມູນຄ່າ 5.000. 000 ກີບ ຂຶ້ນໄປ ຈະຖືກລົງໂທດ ຕັດອິດສະ ລະພາບ ແຕ່ສາມ ເດືອນຫາ ໜຶ່ງປີ ແລະ ຈະຖືກປັບໃໝ ສອງເທົ່າ ຂອງມູນຄ່າ ເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

ໃນກໍລະນີ ການກະທຳ ຜິດເປັນ ອາຈິນ, ມີການຈັດຕັ້ງ ເປັນກຸ່ມ ຫລື ມີຄວາມ ເສຍຫາຍ ຢ່າງຫລວງຫລາຍ ຈະຖືກ ລົງໂທດ ຕັດອິດ ສະລະພາບ ແຕ່ສອງປີ ຫາຫ້າປີ ແລະ ຈະຖືກ ປັບໃໝ ສາມເທົ່າ ຂອງມູນ ຄ່າເສຍຫາຍ ແລະ ໃຫ້ຟື້ນຟູຄືນ. ສະນັ້ນ; ເພື່ອອະນຸລັກ ຊັບພະ ຍາກອນ ປ່າໄມ້ ແລະ ພັດທະນາ ທີ່ດິນ ປ່າໄມ້ ແບບຍືນຍົງ, ສົ່ງເສີມ ການຟື້ນຟູ, ປູກ ແລະ ຂະຫຍາຍ ຊັບ ພະກອນ ທຳມະຊາດ ຢູ່ ສປປ ລາວ ເພື່ອເຮັດ ໃຫ້ທຳມະຊາດ ມີຄວາມສົມດຸນ, ຈຶ່ງຮຽກຮ້ອງ ມາຍັງພົນ ລະເມືອງລາວ ທຸກຄົນ ປະຕິບັດ ພັນທະ ໃນການປົກ ປັກຮັກສາ ແລະ ພັດທະນາ ປ່າໄມ້ ແລະ ທີ່ດິນປ່າໄມ້, ປະກອບ ສ່ວນເຂົ້າ ໃນການ ພັດທະນາ ເສດຖະກິດ- ສັງຄົມ ແຫ່ງຊາດ ໃຫ້ຂະ ຫຍາຍຕົວ ຂຶ້ນເລື້ອຍໆ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ