ຄະນະຜູ້ແທນກະຊວງ ປທສ ເຂົ້າຮ່ວມກອງປະຊຸມອາຊຽນ 5

00:54 | 15/05/2019

ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ (ປທສ) ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້້າຮ່ວມກອງປະຊຸມສໍາມະນາອາຊຽນ 5G (ASEAN Conference on 5G) ທີ່ຮາໂນ້ຍ, ສສ ຫວຽດນາມ ລະຫວ່າງວັນທີ 21-22 ມີນາ 2019 ນີ້.

ຄະນະຜູ້ແທນກະຊວງ ປທສ ເຂົ້າຮ່ວມກອງປະຊຸມອາຊຽນ 5

ຄະນະຜູ້ແທນກະຊວງ ປທສ ເຂົ້າຮ່ວມກອງປະຊຸມອາຊຽນ 5

ກອງປະຊຸມດັ່ງກ່າວ ສືບເນື່ອງມາຈາກ ກອງປະຊຸມລັດຖະມົນຕີອາຊຽນໄອຊີທີ ແລະ ໂທລະຄົມມະນາຄົມ ຄັ້ງທີ 18 (TELMIN18) ທີ່ປະເທດອິນໂດເນເຊຍ ໄດ້ຍົກເອົາຫົວຂໍ້: ການເຊື່ອມໂຍງ ແລະ ການບໍລິການເຄື່ອນທີ່ (connectivity & mobility) ເປັນຫົວຂໍ້ ສໍາຄັນໃນການຮ່ວມມື ທົ່ວພາກພື້ນອາຊຽນ ລວມເຖິງການວາງແຜນກະກຽມຄວາມພ້ອມໃນການຫັນສູ່ ຍຸກການສື່ສານ 5G. ດັ່ງນັ້ນ, ໃນກອງປະຊຸມຄັ້ງນີ້ ຈຶ່ງໄດ້ປຶກສາຫາລືກັນ ເຖິງແນວທາງນະໂຍບາຍ ການຈັດສັນຄື້ນຄວາມຖີ່, ບັນດານິຕິກໍາໃນການນຳໃຊ້ຄື້ນຄວາມຖີ່ 3 ຢ່ານ ( <1GHz, 1-6GHz, ແລະ >6GHz) ເພື່ອໃຫ້ຮອງຮັບເອົາເຕັກໂນໂລຊີ 5G.

ນອກນີ້, ຍັງມີງານສໍາມະນາ ຊຶ່ງເປັນເວທີທີ່ສຳຄັນໃນການສົນທະນາ ແລກປ່ຽນວິໄສທັດ, ການວາງແຜນໃນການນຳໃຊ້ເຕັກໂນໂລຊີ 5G ໂດຍສະເພາະ ຄຸນນະສົມບັດທາງດ້ານຄວາມໄວຂອງການຮັບສົ່ງສັນຍານ, ການຄວບຄຸມ, ຄວາມສາມາດໃນການເຊື່ອມຕໍ່ບັນດາອຸປະກອນ IoT ຂະໜາດໃຫຍ່ ແລະ ການສະໜັບສະໜູນ ອຸດສາຫະກໍາ 4.0 ລວມທັງ ການນໍາໃຊ້ປະໂຫຍດຈາກເຕັກໂນໂລຊີດັ່ງກ່າວ ເຂົ້າໃນການພັດທະນາ ເສດຖະກິດ ແລະ ສັງຄົມ. ໂດຍມີຊ່ຽວຊານຈາກຄູ່ຮ່ວມເຈລະຈາ ເປັນຕົ້ນ: ຢີ່ປຸ່ນ, ສ,ເກົາຫຼີ, ໄອທີຢູ ແລະ ຊ່ຽວຊານຈາກ Huawei, Qualcom, GSMA, Ericsson, Nokia, ZTE ມາບັນຍາຍກ່ຽວກັບ ການກະກຽມດ້ານໂຄງລ່າງພື້ນຖານ, ຄວາມປອດໄພ, ການນໍາໃຊ້ຄື້ນຄວາມຖີ່ ເພື່ອປະໂຫຍດສູງສຸດສໍາລັບພາກລັດ ແລະ ພາກເອກະຊົນ ໃນການພັດທະນາ 5G.

ໃນໂອກາດດຽວກັນ, ທ່ານ ຮອງ ລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສູນຄວາມປອດໄພທາງ ໄຊເບີ (security operation center) ແລະ ຢ້ຽມຢາມສູນຜະລິດອຸ ປະກອນການສື່ສານຂອງຫວຽດ ນາມ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.