ຖ້ຽວບິນກວ່າ 300 ຖ້ຽວ ຖືກຍົກເລີກ ຢູ່ ສະໜາມບິນ ຮົ່ງກົງ

20:02 | 13/08/2019

ຍສໝ - ສະໜາມ ບິນສາກົນ ຮົ່ງກົງ ໃນຕອນເຊົ້າມື້ນີ້ ໄດ້ເປີດໃຫ້ບໍລິການ ຄືນໃໝ່ແລ້ວ, ແຕ່ວ່າຖ້ຽວບິນກວ່າ 310 ຖ້ຽວ, ໃນນັ້ນຖ້ຽວບິນຈຳນວນ 13 ຖ້ຽວຈາກປະເທດຫວຽດນາມ ຖືກຍົກເລີກຍ້ອນການປະທ້ວງ.

ຖ້ຽວບິນກວ່າ 300 ຖ້ຽວ ຖືກຍົກເລີກ ຢູ່ ສະໜາມບິນ ຮົ່ງກົງ

ຜູ້ໂດຍສານຕິດຕາມລາຍຊື່ຖ້ຽວບິນ ທີ່ຖືກຍົກເລີກ ຢູ່ ສະໜາມບິນຮົ່ງກົງ ໃນຕອນເຊົ້າວັນທີ 13 ສິງຫາ.(ພາບ:SCMP).

ຜູ້ໂດຍສານຫຼາຍພັນຄົນ ລຽນເປັນແຖວຍາວ ຢູ່ໜ້າເຄົາເຕິ້ແຈ້ງປີ້ check-in ຢູ່ ສະໜາມບິນສາກົນຮ່ົງກົງ ຫຼັງຈາກທີ່ເຈົ້າໜ້າທີ່ ໄດ້ປະກາດການດຳເນີນງານ ຄືນໃໝ່ ໃນເຊົ້າມື້ນີ້. ເຖິງຢ່າງໃດກໍ່ຕາມ, ຖ້ຽວບິນ 310 ຖ້ຽວ ເຂົ້າ ແລະ ອອກ ຈາກສະ ໜາມບິນ ໃນວັນທີ 13 ສິງຫາໄດ້ຖືກຍົກເລີກ, ຫຼັງຈາກຜູ້ປະທ້ວງຫຼາຍພັນຄົນ ເຄື່ອນເຂົ້າໄປໃນສະໜາມບິນມື້ວານນີ້. ອີງຕາມເວບໄຊທ໌ຂອງສະ ໜາມບິນຮົ່ງກົງ, ໃນບັນດາຖ້ຽວບິນຖືກຍົກເລິກ, ມີ 13 ຖ້ຽວບິນ ຂື້ນ ແລະ ລົງ ຈາກຫວຽດນາມ (6 ຖ້ຽວຈາກ ຮ່າໂນ້ຍ, 4 ຖ້ຽວຈາກ ນະຄອນດານັງ ແລະ 3 ຖ້ຽວຈາກ ໂຮ່ຈິ໋ມິງ).

ຜູ້ໂດຍສານຫລາຍຄົນ ນັ່ງເຫົງານອນ ຫລັບຫລັງຈາກຕິດຢູ່ໃນສະໜາມບິນຫຼາຍມື້, ໃນຂະນະທີ່ຜູ້ປະທ້ວງບາງຄົນຍັງຖືປ້າຍໂຄສະນາ ຢູ່ໃນພື້ນທີ່ ຜູ້ໂດຍສານຂາເຂົ້າ ຮ່ົງກົງ. ເຈົ້າໜ້າທີ່ສະໜາມບິນ ໄດ້ເຕືອນຜູ້ໂດຍສານກວດກາ ແລະ ຢັ້ງຢືນຂໍ້ມູນກ່ອນການອອກເດີນທາງ.

ຖ້ຽວບິນກວ່າ 300 ຖ້ຽວ ຖືກຍົກເລີກ ຢູ່ ສະໜາມບິນ ຮົ່ງກົງ

ຜູ້ໂດຍສານທີ່ລໍຖ້າ ຢູ່ ສະໜາມບິນຮົ່ງກົງ ໃນຕອນເຊົ້າວັນທີ 13 ສິງຫາ.(ພາບ:SCMP).

ທ່ານ Chang Ya-yuan ຜູ້ໂດຍສານມາຈາກ ປະເທດໄຕ້ຫວັນ ກ່າວວ່າ "ຂ້ອຍຖ້າຢູ່ສະ ໜາມບິນສາກົນ ເປັນເວລາ 14 ຊົ່ວໂມງແລ້ວ, ແຕ່ໂຊກດີທີ່ແຜນຂອງຕົນບໍ່ໄດ້ຮັບຜົນກະທົບຫຼາຍ." ຖ້ຽວບິນຂອງ Chang Ya-yuan ມີກຳນົດຈະອອກເດີນທາງໃນເວລາ 16:00 ໂມງ ຂອງວັນທີ 12 ສິງຫາ, ແຕ່ວ່າມີການຊັກຊ້າສອງຄັ້ງ ກ່ອນທີ່ເຈົ້າໜ້າ ທີ່ຈະປະກາດປິດສະໜາມບິນ.

"ບໍ່ມີພະນັກງານສາຍການບິນໃດເຮັດວຽກຢູ່ທີ່ນີ້ໃນຄືນທີ່ຜ່ານມາ, ພວກເຮົາບໍ່ສາມາດເຂົ້າຫ້ອງລໍຖ້າຂອງຜູ້ໂດຍສານໄດ້ເຖິງວ່າພວກເຮົາຈະໄດ້ເຮັດເອກະສານຂຶ້ນເຮືອບິນແລ້ວກໍ່ຕາມ. ມີຫຼາຍຄົນ ນັ່ງຕັ່ງນອນ ຢູ່ຕໍ່ໜ້າເຄົາເຕິ້ເຮັດເອກກະສານ, ໃນຂະນະທີ່ອີກຫຼາຍຄົນ ຕ້ອງນອນພື້ນ " Chang Ya-yuan ກ່າວຕື່ມ.

ການບິນຫຼາຍກວ່າ 180 ຖ້ຽວບິນ ຂາເຂົ້າ ແລະ ຂາອອກຈາກຮົ່ງກົງ ໃນມື້ວານນີ້ ຖືກຍົກເລີກ ພາຍຫຼັງຜູ້ປະທ້ວງ ກວ່າ 5.000 ຄົນເຄື່ອນເຂົ້າໄປໃນສະໜາມບິນ ທີ່ມີຜູ້ໂດຍສານ ແລະ ຟົດຟື້ນທີ່ສຸດໃນໂລກ. ຍົນໂດຍສານຈຳນວນ 45 ລຳ ທີ່ກຳລັງຈະເດີນທາງເຂົ້າ ຮົ່ງກົງ ຕ້ອງໄດ້ປ່ຽນທິດທາງ ແລະ ລົງຈອດຢູ່ບ່ອນອື່ນ.

ສະໜາມບິນສາກົນຮົ່ງກົງ ແມ່ນ ໜຶ່ງໃນສະໜາມບິນ ທີ່ມີຄວາມຟົດຟື້ນທີ່ສຸດໃນໂລກ ໂດຍມີຖ້ຽວບິນ ປະມານ 900 ຖ້ຽວ ເຂົ້າ ແລະອອກ ໃນແຕ່ລະມື້. ໃນ 6 ເດືອນຕົ້ນປີ 2019, ສະໜາມບິນ ໄດ້ຕ້ອນຮັບ ຜູ້ໂດຍສານາ ສະເລ່ຍຫຼາຍກວ່າ 100.000 ຄົນ/ມື້.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.