ລັດຖະບານສຳເລັດການເຈລະຈາກູ້ຢືມເງິນ 20 ລ້ານໂດລານໍາທະນາຄານໂລກ

00:54 | 14/05/2019

ກະຊວງການເງິນ ຕາງ​ໜ້າລັດຖະບານ ແຫ່ງ ສປປ ລາວ ປະສົບຜົນສຳເລັດ ໃນການເຈລະຈາຂໍກູ້ຢືມເງິນ ນຳທະນາຄານໂລກ ຈຳນວນ 20 ລ້ານໂດລາສະຫະລັດ, ເພື່ອນຳໃຊ້ເຂົ້າໃນການ ຈັດຕັ້ງປະຕິບັດ ໂຄງການສົ່ງເສີມ ຄວາມອາດສາມາດ ໃນການຄຸ້ມຄອງ ການເງິນແຫ່ງລັດ ຜ່ານລະບົບອີເລັກໂຕຣນິກ, ຊຶ່ງເປັນໂຄງການ ຢູ່ໃນແຜນຍຸດທະສາດ ການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ໃນໄລຍະ ປີ 2019-2025.

ລັດຖະບານສຳເລັດການເຈລະຈາກູ້ຢືມເງິນ 20 ລ້ານໂດລານໍາທະນາຄານໂລກ

ການເຈລະຈາຂໍກູ້ຢືມເງິນ ນຳທະນາຄານໂລກ.

ການເຈລະຈາ ຂໍກູ້ຢືມເງິນດັ່ງກ່າວ, ໄດ້ມີຂຶ້ນເມື່ອທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມຂອງທະນາ ຄານໂລກປະຈຳ ສປປ ລາວ, ໂດຍແມ່ນ ທ່ານ ອັງຄານສະດາ ມ່ວງຄຳ ຮອງຫົວໜ້າກົມ ການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ກະຊວງການເງິນ, ເປັນຫົວໜ້າ ຄະນະຕາງ​ໜ້າ​ ໃຫ້ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ນາງ ແຟນນີ່ ໄວເນີ (Fanny Weiner) ເປັນຫົວໜ້າຄະນະ ຕາ​ງ​ໜ້າ​ໃຫ້ກຸ່ມການພັດທະນາສາກົນ, ທະນາຄານໂລກ, ພ້ອມດ້ວຍຄະນະຮັບຜິດຊອ ບທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສຳລັບເງິນຈຳນວນ 20 ລ້ານໂດລາສະຫະລັດ ທີ່ລັດຖະບານລາວ ເງິນກູ້ຢືມນຳທະນາຄານໂລກ, ແມ່ນຈະນຳໃຊ້ ເຂົ້າໃນການ ຈັດຕັ້ງປະຕິບັດ ໂຄງການສົ່ງເສີ ມຄວາມອາດສາມາດ ໃນການຄຸ້ມຄອງ ການເງິນ ແຫ່ງລັດ ຜ່ານລະບົບ ອີເລັກໂຕຣນິກ (Enhancing PFM through ICT and Skill Project: E-FITS), ຊຶ່ງເປັນໂຄງການຢູ່ໃນ ແຜນຍຸດທະສາດ ການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ ແລະ ທະນາຄານໂລກ ໃນໄລຍະປີ 2019-2025 ແລະ ເປັນການຈັດຕັ້ງປະຕິບັດ ຍຸດທະສາດການຄຸ້ມຄອງ ການເງິນແຫ່ງລັດ ເປັນທັນສະໄໝ ກໍ່ຄື ຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາ ການເງິນແຫ່ງລັດ ຮອດປີ 2025, ໂດຍຈະນຳໃຊ້ບ້ວງເງິນດັ່ງກ່າວ ເຂົ້າໃນ 3 ອົງປະກອບໜ້າວຽກດັ່ງນີ້:1. ລວມມີການຈັດຊື້ ແລະ ການຈັດຕັ້ງປະຕິບັດ ລະບົບຄຸ້ມຄອງ ຂໍ້ມູນຂ່າວສານ ການເງິນແຫ່ງລັດ (Financial Management Information system: FMIS), 2. ການຝຶກອົບຮົມ ສ້າງຄວາມອາດສາມາດ ທາງດ້ານວິຊາການ ທີ່ຕິດພັນກັບ ການຄຸ້ມຄອງ ການເງິນພາກລັດ ແລະ ການຝຶກອົບຮົມ ຜູ້ນຳໃຊ້ລະບົບ FMIS ແລະ 3. ການບໍລິຫານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງ ການໂດຍມີ ໜ່ວຍງານປະສານງານ (Project Implementation Unit: PIU).

ໂຄງການສົ່ງເສີມ ຄວາມອາດສາມາດ ໃນການຄຸ້ມຄອງ ການເງິນແຫ່ງລັດ ຜ່ານລະບົບອີເລັກໂຕຣນິກ (E-FITS) ແມ່ນຄວາມຮັບຜິດຊອບ ຂອງກະຊວງການເງິນ ເປັນຜູ້ຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ໜ່ວຍງານຈັດຕັ້ງປະຕິບັດ ແຜນງານການປະຕິຮູບ ລະບົບຄຸ້ມຄອງ ການເງິນແຫ່ງລັດ (Project Implementation Unit: PIU) ໄດ້ຮັບການແຕ່ງຕັ້ງ, ໂດຍພາຍໃຕ້ການຊີ້ນຳ ຂອງກົມນະໂຍບາຍ ການເງິນ ແລະ ນິຕິກຳ ກະຊວງການເງິນ ໃນນາມກອງເລຂາ ຄະນະຈັດຕັ້ງປະຕິບັດ ການປະຕິຮູບລະບົບຄຸ້ມຄອງ ການເງິນແຫ່ງລັດດັ່ງກ່າວ. ພ້ອມດຽວກັນນີ້, ທັງ​ສອງ​ຝ່າຍຍັງໄດ້ ຕົກລົງ​ເຫັນ​ດີ ​ເປັນ​ເອ​ກະ​ພາບ ຕໍ່ຮ່າງ ສັນຍາເງິນກູ້ຢືມ ຈໍານວນ 20 ລ້ານໂດລາສະຫະລັດ ແລະ ຈະນຳສະເໜີ ລາຍງານຄະນະນຳ ກະຊວງການເງິນ ເພື່ອຂໍທິດຊີ້ນຳ ໃນການດຳເນີນຂັ້ນຕອນ ການເຊັນສັນຍາ ກູ້ຢືມເງິນ ຈຳນວນດັ່ງກ່າວ.

(ແຫຼ່ງ​ຂໍ້​ມູນ​: ກະຊວງການເງິນ)

ເຫດການ
302 Found

Found

The document has moved here.