ຫວຽດນາມ ຍົກອອກ 3 ຂໍ້ສະເໜີເພື່ອຍົກສູງປະສິດທິຜົນການດໍາເນີນງານຂອງ IPU

16:30 | 08/09/2021

ຍສໝ - ທີ່ການພົບປະກັບ ທ່ານປະທານສະຫະພັນລັດຖະສະພາໂລກ (IPU) Duarte Pacheco (ວັນທີ 6 ກັນຍາ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຍົກອອກ 3 ຂໍ້ສະເໜີເພື່ອຍົກສູງປະສິດທິຜົນການດໍາເນີນງານຂອງ IPU ໃນໄລຍະຈະມາເຖິງ...

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU
ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ
ຫວຽດນາມ ຍົກອອກ 3 ຂໍ້ສະເໜີເພື່ອຍົກສູງປະສິດທິຜົນການດໍາເນີນງານຂອງ IPU
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານ ປະທານ IPU Duarte Pacheco. ພາບ: tinnhanhchungkhoan.vn

ລະອຽດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສະເໜີວ່າ:

(i) ຊຸກຍູ້ບັນດາຂໍ້ລິເລີ່ມຕ່າງໆເພື່ອແນໃສ່ປ່ຽນແປງໃໝ່ການດໍາເນີນງານຢ່າງຕັ້ງໜ້າ, ຍົກສູງບົດບາດຂອງ IPU ໃນບັນຫາສາກົນປັດຈຸບັນ, ໂດຍສະເພາະແມ່ນການພັດທະນາການພົວພັນກັບການຮ່ວມມືລະຫວ່າງ IPU ແລະສະຫະປະຊາຊາດໃຫ້ຫຼາຍກວ່າເກົ່າ, ຮັບປະກັນຜົນປະໂຫຍດລວມຂອງລັດຖະສະພາສະມາຊິກ;

(ii) IPU ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການທູດຂອງລັດຖະສະພາໂລກ, ປັບປຸງການຮ່ວມມືຫຼາຍ່າຍ;

(iii) ຊຸກຍູ້ກອງເລຂາ IPU ເພື່ອຈັດຕັ້ງປະຕິບັດໂຄງການຮ່ວມມືສາມຝ່າຍລະຫວ່າງລັດຖະສະພາສະມາຊິກ IPU ແລະອົງການສະຫະປະຊາຊາດເພື່ອໜູນຊ່ວຍ ແລະສ້າງເງື່ອນໄຂໃຫ້ສະພາແຫ່ງຊາດຫວຽດນາມເຊື່ອມໂຍງເຂົ້າກັບບັນດາກິດຈະກໍາຂອງບັນດາອົງການຈັດຕັ້ງສາກົນຢ່າງເລິກເຊິ່ງກວ່າເກົ່າ, ໂດຍສະເພາະແມ່ນໃນການພັດທະນາແບບຍືນຍົງ, ການຫຼຸດຜ່ອນຄວາມທຸກຍາກ, ການຟື້ນຟູ ແລະການພັດທະນາເສດຖະກິດຫຼັງຈາກສິ້ນສຸດການລະບາດຂອງພະຍາດCOVID-19.

ທ່ານປະທານສະພາແຫ່ງຊາດຫວຽດນາມໃຫ້ຮູ້ວ່າ: ຫວຽດນາມພ້ອມແລ້ວທີ່ຈະເປັນເຈົ້າພາບຈັດກອງປະຊຸມຕາມການສະເໜີຂອງ IPU, ຖືນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມໜູນຊ່ວຍ IPU ແລະ ຍົກສູງຄວາມສາມາດໃນການຮ່ວມມືສາກົນ ແລະຮຽນຮູ້ປະສົບການ.

ທ່ານ ປະທານ IPU Duarte Pacheco ຢືນຢັນວ່າພ້ອມແລ້ວທີ່ຈະມາຮ່າໂນ້ຍເພື່ອປຶກສາຫາລືໂດຍກົງ, ລະອຽດແມ່ນເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມຂອງຫວຽດນາມ, ໃນນັ້ນມີການຈັດບັນດາກອງປະຊຸມຫົວຂໍ້ສະແພາະ, ກອງປະຊຸມພາກພື້ນກ່ຽວກັບ SDGs, ການຟື້ນຟູເສດຖະກິດ, ກອງປະຊຸມທົ່ວໂລກບັນດາສະມາຊິກລັດຖະສະພາໜຸ່ມ... ລະຫວ່າງບັນດາວາລະກອງປະຊຸມໃຫຍ່ IPU.

ສອງຝ່າຍເຫັນດີວ່າ IPU ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະໄດ້ປະກອບສ່ວນຫຼາຍຢ່າງໃນຕະຫຼອດ 130 ປີຜ່ານມາໃນການຮ່ວມມືລະຫວ່າງລັດຖະສະພາ ແລະການທູດຫຼາຍ່າຍ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບວ່າບັນດາສະມາຊິກຕ້ອງຕັ້ງໜ້າສະເໜີ ແລະຊຸກຍູ້ບັນດາຂໍ້ລິເລີ່ມເພື່ອປ່ຽນໃໝ່ບັນດາການເຄື່ອນໄຫວຂອງ IPU, ພິເສດແມ່ນສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືລະຫວ່າງ IPU ແລະສະຫະປະຊາຊາດ ໃຫ້ຫຼາຍກວ່າເກົ່າ.

ໄຊພອນ

ເຫດການ
302 Found

Found

The document has moved here.