ຈະຈັດງານວາງສະແດງ LAO ICT EXPO 2019 ກາງເດືອນມິຖຸນານີ້

00:54 | 14/05/2019

​ງານວາງສະແດງ Lao ICT EXPO 2019 ຂຶ້ນ​ເປັນ​ປີ​ທີ III ວັນ​ທີ 12-16 ມິ­ຖຸ­ນາ 2019 ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ເພື່ອ​ເປັນ​ເວ­ທີ​ໃນ​ການ​ສ້າງ​ໂອ­ກາດ​ໃຫ້​ຜູ້​ປະ­ກອບ​ການ ຜູ້​ຜະ­ລິດ ຜູ້​ບໍ­ລິ­ການ ຜູ້​ຊົມ­ໃຊ້ ແລະ ຜູ້​ຄຸ້ມ​ຄອງ ເຕັກ​ໂນ​ໂລ​ຊີ​ສື່­ສານ​ຂໍ້​ມູນ​ຂ່າວ­ສານ ໄດ້​ພົບ​ປະ​ແລກ­ປ່ຽນ​ບົດ­ຮຽນ ສ້າງ​ຄວາມ​ຮູ້-ຄວາມ​ເຂົ້າ­ໃຈ ແລະ ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ພັດ­ທະ­ນາ​ຮ່ວມ​ກັນ.

ຈະຈັດງານວາງສະແດງ LAO ICT EXPO 2019 ກາງເດືອນມິຖຸນານີ້

ທ່ານ ທັນ​ສະ­ໄໝ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ

ຕາມທ່ານ ທັນ​ສະ­ໄໝ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ (ປທສ) ໄດ້ໃຫ້ຮູ້​ວ່າ: Lao ICT EXPO 2019 ຈະໄດ້ຈັດ​ຂຶ້ນ​ພາຍ​ໃຕ້​ຄຳ​ຂວັນ “ສ້າງ ແລະ ສົ່ງ­ເສີມ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ລາວ” ໂດຍ​ການ​ຫັນ​ເປັນ​ດີ​ຈີ​ຕອນແມ່ນ​ຂະ​ບວນ​ການ​ປ່ຽນ­ແປງທີ່​ເກີດ​ຈາກ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນໃນ​ທຸກ​ຂົງ­ເຂດ​ຂອງ​ສັງ­ຄົມ​ມະ­ນຸດເຊິ່ງ​ມັນ​ໄດ້​ສ້າງ​ຄວາມ​ສາ­ມາດ​ອັນ​ໃໝ່ທີ່​ບໍ່​ພຽງ​ແຕ່​ເປັນ​ການ​ສະ­ໜັບ­ສະ­ໜູນ ແລະ ເພີ່ມ​ພູນ​ວິ­ທີ​ການ​ແບບ​ດັ່ງ​ເດີມ ຍັງ​ເປັນ​ການ​ສ້າງ​ຮູບ​ແບບ​ໃໝ່​ທີ່​ມີ​ລັກ­ສະ­ນະ​ເປັນ​ນະ​ວັດ­ຕະ​ກຳ ແລະ ສ້າງ­ສັນ​ຢ່າງ​ຊັດ​ເຈນປັດ­ຈຸ­ບັນ​ຂະ​ບວນ​ການ​ຫັນ​ເປັນ​ດີ​ຈີ​ຕອນໄດ້​ຖືກ​ຮັບ­ຮອງ ແລະ ເປັນ​ກຳ­ລັງ​ຊຸກ­ຍູ້​ໃນ​ຫຼາຍ​ຂົງ­ເຂດ​ຂອງ​ອຸດ​ສະ­ຫະ​ກຳຢູ່​ທຸກ​ພາກ​ພື້ນ​ຂອງ​ໂລກຍ້ອນ​ວິ­ວັດ­ທະ­ນາ​ການ​ຂອງ​ດີ​ຈີ​ຕອນຈຶ່ງ​ພາ­ໃຫ້​ເກີດ​ຍຸກ​ອຸດ­ສາ­ຫະ­ກຳ 4.0 ໃນ​ໄລ­ຍະ​ອັນ​ສັ້ນເພື່ອ​ໃຫ້​ບັນ­ດາ​ຜູ້​ເຂົ້າ​ຮ່ວມ​ງານ​ໄດ້​ສຳ­ຜັດ​ຕົວ​ຈິງ​ການ​ພັດ­ທະນາ​ນະ​ວັດ­ຕະ​ກຳ​ເຕັກ​ໂນ​ໂລ​ຊີ​ໃໝ່ໆ ການ​ບໍ­ລິ­ການ​ທີ່​ຮັບ​ໃຊ້​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່​ໃນ ສປປ ລາວ ແລະ ສາ­ກົນ ກະ­ຊວງ ປທສ ແລະ ສະ­ມາ­ຄົມ​ການ​ຄ້າ​ໄອ​ຊີ​ທີ​ລາວ ໄດ້​ຮ່ວມ​ກັນ​ເປັນ​ເຈົ້າ­ພາບ​ຈັດ​ງານ Lao ICT EXPO 2019 ຂຶ້ນ​ເປັນ​ປີ​ທີ III ວັນ​ທີ 12-16 ມິ­ຖຸ­ນາ 2019 ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ເພື່ອ​ເປັນ​ເວ­ທີ​ໃນ​ການ​ສ້າງ​ໂອ­ກາດ​ໃຫ້​ຜູ້​ປະ­ກອບ​ການ ຜູ້​ຜະ­ລິດ ຜູ້​ບໍ­ລິ­ການ ຜູ້​ຊົມ­ໃຊ້ ແລະ ຜູ້​ຄຸ້ມ​ຄອງ ເຕັກ​ໂນ​ໂລ​ຊີ​ສື່­ສານ​ຂໍ້​ມູນ​ຂ່າວ­ສານ ໄດ້​ພົບ​ປະ​ແລກ­ປ່ຽນ​ບົດ­ຮຽນ ສ້າງ​ຄວາມ​ຮູ້-ຄວາມ​ເຂົ້າ­ໃຈ ແລະ ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ພັດ­ທະ­ນາ​ຮ່ວມ​ກັນ.

Lao ICT EXPO 2019 ປະ­ກອບ​ມີ​ກາ­ນວາງ­ສະ­ແດງ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ຂາຍ​ສິນ­ຄ້າ​ຜະ­ລິດ​ຕະ​ພັນ​ໄອ​ຊີ​ທີ ຮາດ​ແວ ຊອບ​ແວ ເຊິ່ງ​ຄາດ​ວ່າ​ຈະ​ມີ 70 ກວ່າ​ຮ້ານ​ເຂົ້າ​ຮ່ວມ ນອກ​ນີ້ ຍັງ​ມີ​ກອງ​ປະ­ຊຸມ​ສົນ­ທະ­ນາ​ສາ­ກົນ​ວ່າ​ດ້ວຍ​ການ​ຫັນ​ເປັນ​ດີ​ຈີ​ຕອນ ການ​ນຳ​ສະ­ເໜີ​ກ່ຽວ​ກັບ​ສະ­ພາບ ແລະ ຜົນ­ສຳ­ເລັດ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່​ປະ­ເທດ​ຕ່າງໆ ສຳ​ມະ​ນາ​ເປີດ​ກວ້າງ​ວ່າ​ດ້ວຍ​ການ​ສົ່ງ­ເສີມ​ການ​ນຳ​ໃຊ້​ໄອ​ຊີ​ທີ​ຢູ່ ສປປ ລາວ ເພື່ອ​ສະ­ເໜີ​ຜົນ­ສຳ­ເລັດ​ຂອງ​ການ​ນຳ​ໃຊ້​ໄອ​ຊີ​ທີ​ໃນ​ການ​ຫັນ​ເປັນ​ທັນ​ສະ­ໄໝ ກອງ​ປະ­ຊຸມ​ວິ­ຊາ​ການ​ສະ­ເພາະເຊັ່ນ: ການ​ບໍ­ລິ­ຫານ​ລັດ​ດ້ວຍ​ເອ​ເລັກ​ໂຕຣ​ນິກ ຄວາມ​ປອດ​ໄພ​ຂອງ​ເຕັກ​ໂນ​ໂລ​ຊີ​ສື່­ສານ​ຂໍ້​ມູນ​ຂ່າວ­ສານ ອຸດສາຫະ­ກຳ ແລະ ທຸ­ລະ​ກິດ​ດ້ານ​ໄອ​ຊີ​ທີ ແລະ ອື່ນໆ ພ້ອມ​ນີ້ ຍັງ​ຈະ​ມີ​ການ​ແຂ່ງ­ຂັນ​ລາ­ງວັນ​ລາວ​ໄອ​ຊີ​ທີ 2019 ເພື່ອ​ເປັນ​ຕົວ​ແທນ​ຂອງ ສປປ ລາວ ສົ່ງ​ເຂົ້າ​ແຂ່ງ­ຂັນ​ຊີງ​ລາ­ງວັນ ASEAN ICT Award 2019.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.