ລວບລວມ "ການແຈ້ງອາການສຸຂະພາບທາງການແພດ" ເຂົ້າໃນໂປແກລມ "ການທ່ອງທ່ຽວທີ່ປອດໄພຢູ່ຫວຽດນາມ"

19:00 | 02/09/2021

ຍສໝ - ໂປແກຣມ "ການແຈ້ງອາການສຸຂະພາບທາງການແພດ" ແມ່ນສະແດງຢູ່ໃນໜ້າຈໍທໍາອິດ ເມື່ອເຂົ້າໃນໂປແກລມ "ການທ່ອງທ່ຽວທີ່ປອດໄພຢູ່ຫວຽດນາມ"…

ຫວຽດນາມພັດທະນາການທ່ອງທ່ຽວສອດຄ່ອງກັບການເຕີບໂຕສີຂຽວ ແລະສິ່ງແວດລ້ອມ ຫວຽດນາມພັດທະນາການທ່ອງທ່ຽວສອດຄ່ອງກັບການເຕີບໂຕສີຂຽວ ແລະສິ່ງແວດລ້ອມ
ແຂວງເທືອທຽນເຫວ້ ສູ້ຊົນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ ແຂວງເທືອທຽນເຫວ້ ສູ້ຊົນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ

ຂໍ້ມູນຈາກກົມໃຫຍ່ການທ່ອງທ່ຽວແຫ່ງຊາດ ຂຶ້ນກັບກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ໃນວັນທີ 29 ສິງຫາ ໃຫ້ຮູ້ວ່າ ໂປແກລມ "ການທ່ອງທ່ຽວຫວຽດນາມທີ່ປອດໄພ" ໄດ້ລວບລວມເອົາໂປແກຣມ "ການແຈ້ງອາການສຸຂະພາບທາງການແພດ" ຢ່າງເປັນທາງການ ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ.

ຂໍ້ມູນທີ່ແຈ້ງ ແມ່ນໄດ້ເຊື່ອມຫາໂດຍກົງກັບລະບົບການຄຸ້ມຄອງການແຈ້ງອາການສຸຂະພາບທາງການແພດ ຂອງຄະນະຊີ້ນໍາລະດັບຊາດ ການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19. ນີ້ແມ່ນໂປແກຣມທີ່ ແທດຈິງ, ເຮັດໃຫ້ຜູ້ໃຊ້ໂປແກຣມ "ທ່ອງທ່ຽວຫວຽດນາມປອດໄພ" ສາມາດແຈ້ງອາການສຸຂະພາບທາງການແພດ ຕາມລະບຽບການໄດ້ໂດຍບໍ່ຕ້ອງປ່ຽນໄປໃຊ້ໂປແກຣມອື່ນ.

ລວບລວມ
ລວບລວມ "ການແຈ້ງອາການສຸຂະພາບທາງການແພດ" ເຂົ້າໃນໂປແກລມ "ການທ່ອງທ່ຽວທີ່ປອດໄພຢູ່ຫວຽດນາມ"

ໂປແກຣມ "ການແຈ້ງອາການສຸຂະພາບທາງການແພດ" ແມ່ນສະແດງຢູ່ໃນໜ້າຈໍທໍາອິດ ເມື່ອເຂົ້າໃນໂປແກລມ "ການທ່ອງທ່ຽວທີ່ປອດໄພຢູ່ຫວຽດນາມ"…

ຜູ້ນຳໃຊ້ ສາມາດປະຕິບັດການແຈ້ງອາການສຸຂະພາບທາງການແພດໄດ້ຢ່າງງ່າຍດາຍ, ສະດວກ ແລະ ວ່ອງໄວ ຕາມວິທີການແຈ້ງຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ. ການແຈ້ງອາການສຸຂະພາບທາງການແພດເປັນປະຈຳ ຈະປະກອບສ່ວນເຂົ້າໃນການຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ, ຊ່ວຍໃຫ້ອົງການທີ່ມີໜ້າທີ່ສາມາດຄຸ້ມຄອງ ແລະ ປ້ອງກັນການລະບາດໄດ້ຢ່າງມີປະສິດທິຜົນ.

ອີງຕາມກົມໃຫຍ່ການທ່ອງທ່ຽວແຫ່ງຊາດຫວຽດນາມແລ້ວ, ໄປຄຽງຄູ່ກັບໂປແກຣມ ການແຈ້ງອາການສຸຂະພາບແລ້ວ, ໂປແກລມ ກໍ່ກໍາລັງໄດ້ຮັບການປັບປຸງ, ລວບລວມເອົາຄຸນນະສົມບັດທີ່ສະດວກຫຼາຍຢ່າງ ເຊັ່ນ: ການລົງທະບຽນ ແລະ ການແຈ້ງອາການສຸຂະພາບທີ່ປອດໄພ COVID-19 ສໍາລັບສະຖານທີ່ດຳເນີນທຸລະກິດການທ່ອງທ່ຽວ, ລະບົບການຢັ້ງຢືນການສັກຢາວັກຊີນກັນ COVID-19, ການຕິດຕາມບັນທຶກອາການສຸຂະພາບ, ການປະກັນໄພການທ່ອງທ່ຽວ, ປີ້ອີເລັກໂທຣນິກ, ການຊື້ເຄື່ອງຂອງ ການບໍລິການ ...

ໃນ 8 ເດືອນຜ່ານມາ, ອົງການທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ແນະນຳ ແລະ ລາຍງານຕໍ່ກະຊວງ ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ເພື່ອເຊັນຂໍ້ຕົກລົງອະນຸມັດວຽກງານສ້າງແຜນການວາງແຜນລະບົບການທ່ອງທ່ຽວ ໄລຍະ 2021-2030, ມີວິໄສທັດຮອດປີ 2045; ສົ່ງໂຄງການ “ຮູບຈຳລອງພັດທະນາຜະລິດຕະພັນການທ່ອງທ່ຽວກາງຄືນ;” ຍື່ນສະເໜີ ຕໍ່ລັດຖະມົນຕີ ປະກາດໃຊ້ໂຄງການປະຕິບັດການພັດທະນາການທ່ອງທ່ຽວ 2021-2025 ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.