ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່ ອ​າ​ຊຽນ ຄັ້ງ​ທີ 12

06:15 | 28/08/2021

ວັນທີ 26 ສິງຫາ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສເຊື່ອມຕໍ່ ອາຊຽນ ຄັ້ງທີ 12 ຕາມຮູບການແບບທາງໄກ ດ້ວຍຫົວຂໍ້ “ຊຸກຍູ້ການຟື້ນຟູ ແລະ ຄວາມສາມາດຟື້ນຟູຜ່ານການເຊື່ອມຕໍ່”.

ການແຈກຢາຍເຄື່ອງບັນເທົາທຸກໃຫ້ 67 ຄອບຄົວເຊື້ອສາຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ໃນແຂວງ Preah Sihanouk ການແຈກຢາຍເຄື່ອງບັນເທົາທຸກໃຫ້ 67 ຄອບຄົວເຊື້ອສາຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ໃນແຂວງ Preah Sihanouk
ມອບຫຼຽນກາລະນຶກເພື່ອພາລະກິດການບຳລຸງສ້າງ ໃຫ້ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາຫວຽດນາມ ມອບຫຼຽນກາລະນຶກເພື່ອພາລະກິດການບຳລຸງສ້າງ ໃຫ້ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາຫວຽດນາມ
ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່ ອ​າ​ຊຽນ ຄັ້ງ​ທີ 12
ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ (ພາບ: TTXVN)

ນີ້ແມ່ນເຫດການສຳຄັນທີ່ຖືກຈັດຂຶ້ນປະຈຳປີ ນັບແຕ່ປີ 2010 ມານີ້ ເໝືອນດັ່ງພື້ນຖານເພື່ອໃຫ້ບັນດາຝ່າຍເຂົ້າຮ່ວມແຜນການສັງລວມການເຊື່ອມຕໍ່ ອາຊຽນ (MPAC 2025) ປຶກສາຫາລື, ວິເຄາະບັນດາຂົງເຂດຮ່ວມມືມີກຳລັງບົ່ມຊ້ອນ ເພື່ອເພີ່ມທະວີການຜັນຂະຍຫາຍ MPAC 2025. ເວທີປາໄສເຊື່ອມຕໍ່ ອາຊຽນ ຄັ້ງທີ 12 ແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນປຶກສາຫາລືກ່ຽວກັບວິທີໜູນຊ່ວຍວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸລະວິສາຫະກິດ ໃນອາຊຽນ ໃນໄລຍະເກີດໂລກລະບາດ ແລະ ຟື້ນຟູພາຍຫຼັງໂລກລະບາດ; ກະກຽມແກ່ການເຊື່ອມຕໍ່ ອາຊຽນ ພາຍຫຼັງໂລກລະບາດ ແລະ ຫຼັງປີ 2025; ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື ກ່ຽວກັບການເຊື່ອມຕໍ່ ເພື່ອນຳມາເຊິ່ງຄວາມວັດທະນາຖາວອນລວມ.

vovworld.vn

ເຫດການ
302 Found

Found

The document has moved here.