ນັກ​ຮຽນ​ຮູ້​ອີ​ຕາ​ລີ​ ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ຄ​ວາມ​ໝັ້ນ​ຄົງ​ທາງ​ທະ​ເລ ຂອງ ຫວຽດ​ນາມ

11:48 | 16/08/2021

ຍ​ສ​ໝ - ວົງ​ການ​ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້ ອີ​ຕາ​ລີ ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ບັນ​ດາ​ຂໍ້​ສະ​ເໜີ​ທີ່​ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ ໄດ້ຍົກ​ອອກ​ຢູ່​ວາ​ລະ​ປຶກ​ສາ​ຫາ​ລື​ເປີດ​ຂັ້ນ​ສູງ​ທາງ​ໄກ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ​ໃນ​ວັນ​ທີ 9 ສິງ​ຫາ ຂອງ​ສະ​ພາ​ຄ​ວາມ​ໝັ້ນ​ຄົງ ສ​ປ​ຊ​.

ຖົ່​ວ​ລຽນ ຫວຽດ​ນາມ​ ​ຂາຍ​ດີ ຢູ່ ອົດ​ສະ​ຕາ​ລີ ຖົ່​ວ​ລຽນ ຫວຽດ​ນາມ​ ​ຂາຍ​ດີ ຢູ່ ອົດ​ສະ​ຕາ​ລີ
ໜັງ​ສື​ພິມ​ລາວ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ຂ​ອງ ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໜັງ​ສື​ພິມ​ລາວ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ຂ​ອງ ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ
ນັກ​ຮຽນ​ຮູ້​ອີ​ຕາ​ລີ​ ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ຄ​ວາມ​ໝັ້ນ​ຄົງ​ທາງ​ທະ​ເລ ຂອງ ຫວຽດ​ນາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ເປີດ​ຂັ້ນ​ສູງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ (ພາບ: TTXVN)

ທ່ານ​ສາດ​ສະ​ດາ​ຈານ Giuseppe Cataldi ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ທິດ​ຕາ​ເວັນ​ອອກ Naples, ປະ​ທານ​ສະ​ພາ​ສາ​ກົນ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ ຫວຽດ​ນາມ ປະ​ຈຳ ວາ​ລະ​ປຶກ​ສາ​ຫາ​ລື, ໃນ​ນັ້ນ ​ພິ​ເສດແມ່ນ​ໄດ້​ເນັ້ນ​ໜັກ​ເຖິງ​ເນື້ອ​ໃນ​ຫວຽດ​ນາມ ຮຽກ​ຮ້ອງ​ຕ້ອງ​ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ, ການ​ຮ່ວ​ມມື ແລະ ເຄົາ​ລົບກົດ​ໝາຍ​ສາ​ກົນ, ທ​ຳ​ອິ​ດ​ແມ່ນ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ (UNCLOS) ປີ 1982.

ທ່ານ​ສາດ​ສະ​ດາ​ຈານ Giuseppe Cataldi ຖື​ວ່າ ​ບັນ​ດາ​ປະ​ເທດ ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ເອ​ກະ​ສານ​ກົດ​ໝາຍ​ສະ​ບັບ​ຕົ້ນ​ນີ້ ແລະ ຫຼີກ​ລ້ຽງ​ບັນ​ດາ​ການ​ກະ​ທຳ​ແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ ມີ​ຄວາມ​ສ່ຽງ​​ເຮັດ​ໃຫ້ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນໃນ​ບັນ​ດາ​ບັນ​ຫາ​ການ​ຂັດ​ແຍ້ງ​ກັ​ນ​ທາງ​ທະ​ເລ​ຄື​ປັດ​ຈຸ​ບັນ.

ທ່ານ ​ປ.ອ Antonio Albanese ໂດຍ​ແມ່ນ​ນັກ​ຊ່ຽວ​ຊານ​ພູ​ມ​ສາດ​ການ​ເມືອງໂລກ ຜູ້​ອຳ​ນວຍ​ການ​ສຳ​ນັກ​ງານ​ສື່ມວນ​ຊົນ AGC ປະ​ຈຳ ອີ​ຕາ​ລີ​ ຖື​ວ່າ ບັນ​ດາ​ຂໍ້​ສະ​ເໜີ​ຂອງ ຫວຽດ​ນາມ ທັງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ເປີດ​ເຜີຍ​ໃນ​ສະ​ພາບ​ການ​ລວມ​ຂອງ​ທົ່ວ​ໂລກ, ທັງ​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ຊຸກ​ຍູ້​ວິ​ທີ​ການ​ສຳ​ຜັດ​ຢ່າງ​ແທດ​ຈິງ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ລະ​ອຽດ​ຂອງ​ພາກ​ພື້ນ. ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ທັດ​ສະ​ນະ​ສະ​ໜັບ​ສະ​ໜູນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາ​ງ​ທະ​ເລ ໂດຍອີງ​ໃສ່​ບັນ​ດາຫຼັກ​ການ​ຢ່າງ​ຈະ​ແຈ້ງ, ເຫັນ​ດີ​ເປັນ​ເອ​ກະ​ພາບໃນ​ຂ​ອບ​ເຂດ​ ສ​ປ​ຊ ແລະ ໄດ້​ຮັບ​ການ​ຫັນ​ບັນ​ດາຫຼັກ​ການ​ປະ​ພຶດ​ລວມ​ເປັນ​ລະ​ອຽດ ໂດຍ​ແມ່ນເປົ້າ​ໝາຍ​ສຳ​ຄັນ​ທີ່ ​ອາ​ຊຽນ ພວມ​ໄດ້​ໃຫ້ບຸ​ລິ​ມະ​ສິ​ດ​ຊຸກ​ຍູ້​ຢູ່​ພາ​ກ​ພື້ນ ທະ​ເລ​ຕາ​ເວັນ​ອອກ.

ຫຼັ​ກໝັ້ນ​ຂອງ ຫວຽດ​ນາມ ແມ່ນ​ຄັດ​ຄ້ານທຸກກ​ານ​ກະ​ທຳ​ແບບ​ພຽ​ງ​ລຳ​​ພັງ​ຝ່າຍ​ດຽວຢ່າງ​ເດັດ​ຂາດ ແລະ ພ້ອມ​ແລ້ວ​ທີ່​ຈະ​ເປີດ​ອົກ​ເປີດ​ໃຈ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂຫຼາຍ​ຝ່າຍ, ສັນ​ຕິ​ວິ​ທີ ເຊິ່ງ​ແມ່ນ​ການ​​ເລືອກເຟັ້ນ​ທີ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທຸກ​ປະ​ເທດ ແລະ ​ຜົນ​ປະ​ໂຫຍດ​ລວມ​ໃນ​ທົ່ວ​ໂລກ, ຮັບ​ປະ​ກັນ​ສິດ​ສຳ​ຜັດ​ຢ່າງ​ສະ​ເໝີ​ພາບ​ໃຫ້​ແກ່​ທຸກ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ, ການ​ເດີນ​ເຮືອ​ສາ​ກົນ.

ທ່ານສາ​ສະ​ດາ​ຈານ Antonio Fallico, ປະ​ທານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ຢູ່​ເຂ​ດ Veneto ຖື​ວ່າ ບັນ​ດາ​ຂໍ້​ສະ​ເໜີ​ຂອງ ຫວຽດ​ນາມ ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທິດ​ທາງການ​ພົວ​ພັນ​ຕ່າງ​ປະ​ເທດ​ແຫ່ງສັນ​ຕິ​ພາບ, ການຮ່ວມ​ມື ແລະ ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ແລະ ສາ​ກົນ.

ຫວຽດ​ນາມ ໄດ້​ຮັບຄວາມ​ຫວັງ​​ວ່າ ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ປະ​ກອບ​ສ່​ວນ​ໃຫ້​ແກ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໂອ້​ລົມ​ສົນ​ທະ​ນາ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ, ຊຸກ​ຍູ້​ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ຂອງ​ທະ​ເລຢ່າງ​ມີ​ປະ​ສິດ​ທິ​ຜົນໃຫ້ຫຼາຍ​ກ່​ວາ​ອີກ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ ແລະ ເປົ້າ​ໝາຍ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ​ລວມ​ຂອງ​ມວນ​ມະ​ນຸດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.