ນະ​ຄອນ​ໂຮ່​ຈີ​ມິນ ເປີດ​ສະ​ຖານ​ທີ່​ຂາຍ​ສະ​ບຽງ​ອາ​ຫານ​ຕື່ມ​ອີກ 150 ແຫ່ງ ເພື່​ອ​ສະ​ໜອງ​ສະ​ບຽງ​ອາ​ຫານ​ໃຫ້​ແກ່​ປະ​ຊາ​ຊົນ

06:58 | 03/08/2021

ປັດຈຸບັນ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນໂຮ່ຈີມິນ ກໍ່ພວມເພີ່ມທະວີ ບັນດາສະຖານທີ່ຂາຍສະບຽງອາຫານຕື່ມອີກຢູ່ບັນດາເຂດທີ່ມີປະຊາຊົນຫຼາຍຄົນ.

ວິ​ສ​າ​ຫະ​ກິດ ອາ​ເມ​ລິ​ກາ​ ຮຽກ​ຮ້ອງ​ສົ່ງ​ວັກ​ຊິນ​ໃຫ້ ຫວຽດ​ນາມ ​ຕື່ມ​ອີກ ເພື່ອ​ຮັບ​ປະ​ກັນ​ລະ​ບົບ​ສະ​ໜອງ ວິ​ສ​າ​ຫະ​ກິດ ອາ​ເມ​ລິ​ກາ​ ຮຽກ​ຮ້ອງ​ສົ່ງ​ວັກ​ຊິນ​ໃຫ້ ຫວຽດ​ນາມ ​ຕື່ມ​ອີກ ເພື່ອ​ຮັບ​ປະ​ກັນ​ລະ​ບົບ​ສະ​ໜອງ
​ກວດ​​ລົດ​ຂົນ​ສົ່ງ​, ທັນ​ຍາ​ຫານ, ​ອາ​ຫານເຄື່ອງ​ຂອງ​ທີ່​ຈຳ​ເປັນເພື່ອ​ຮັບ​ໃຊ້​ໃຫ້​ແກ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ​ກວດ​​ລົດ​ຂົນ​ສົ່ງ​, ທັນ​ຍາ​ຫານ, ​ອາ​ຫານເຄື່ອງ​ຂອງ​ທີ່​ຈຳ​ເປັນເພື່ອ​ຮັບ​ໃຊ້​ໃຫ້​ແກ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ພາບປະກອບ:  nld.com.vn
ພາບປະກອບ: nld.com.vn

ໃນຊຸມວັນຜ່ານມາ, ຫຼາຍແຫ່ງຢູ່ນະຄອນໂຮ່ຈີມິນ ໄດ້ແຈກຢາຍໃບຊື້ເຄື່ອງຂອງທີ່ຈຳເປັນໃຫ້ແກ່ປະຊາຊົນໄປຕະຫຼາດ, ຮ້າຍສັບພະສິນຄ້າ... ຊື້ສະບຽງອາຫານເພື່ອແນໃສ່ປະກອບສ່ວນຈຳກັດການໄປມາຊື້ເຄື່ອງຂອງປະຊາຊົນ, ຈຳກັດການເຕົ້າໂຮມກັນຫຼາຍຄົນ. ປັດຈຸບັນ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນໂຮ່ຈີມິນ ກໍ່ພວມເພີ່ມທະວີ ບັນດາສະຖານທີ່ຂາຍສະບຽງອາຫານຕື່ມອີກຢູ່ບັນດາເຂດທີ່ມີປະຊາຊົນຫຼາຍຄົນ. ທ່ານ ຫງວຽນງວຽນເຟືອງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

ພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ພວມຕັ້ງໜ້າກວດກາຄືນບັນດາລະບົບ, ຊ່ອງຈຳໜ່າຍທີ່ມີຢູ່ແລ້ວ ເຊິ່ງກ່ຽວຂ້ອງເຖິງການຄ້າ, ຂົນຂວາຍບັນດາວິສາຫະກິດນີ້ ເພີ່ມເຕີມສິນຄ້າປະເພດທັນຍະຫານ, ອາຫານສົດ ເພື່ອຮັບໃຊ້ປະຊາຊົນ. ໃນຊຸມວັນຈະມາເຖິງ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນໂຮ່ຈີມິນ ຈະມານະພະຍາມຈັດຕັ້ງສະຖານທີ່ຂາຍເຄື່ອງຕື່ມອີກແຕ່ 100 – 150 ແຫ່ງຢູ່ເຂດຊຸມຊົນໃນບໍລິເວນນະຄອນ.

ພະແນດອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ໄດ້ສະເໜີໃຫ້ບັນດາເມືອງ ແລະ ນະຄອນ ຖູດຶກ ເປີດຄືນບັນດາສະຖານທີ່ຂ້າຍເຄື່ອງປອດໄພຢູ່ບັນດາຕະຫຼາດເກົ່າໂດຍໄວ ແລະ ຊອກຫາພື້ນທີ່ຢູ່ໃກ້ກັບຕະຫຼາດ ເພື່ອເປີດສະຖານທີ່ຂາຍເຄື່ອງສະໜອງສະບຽງອາຫານ, ໃຫ້ແກ່ປະຊາຊົນ. ພ້ອມທັງ, ຈັດຕັ້ງບັນດາຖ້ຽວລົດບຸລິມະສິດເພື່ອຂົນສົ່ງສິນຄ້າ ໃຫ້ແກ່ບັນດາຮ້ານຂາຍເຄື່ອງນີ້ຢ່າງໄວວາ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.