ວິ​ສ​າ​ຫະ​ກິດ ອາ​ເມ​ລິ​ກາ​ ຮຽກ​ຮ້ອງ​ສົ່ງ​ວັກ​ຊິນ​ໃຫ້ ຫວຽດ​ນາມ ​ຕື່ມ​ອີກ ເພື່ອ​ຮັບ​ປະ​ກັນ​ລະ​ບົບ​ສະ​ໜອງ

13:16 | 31/07/2021

ຍ​ສ​ໝ - ນອກ​ຈາກ ວັກ​ຊິນ, ຜູ້​ຕາງ​ໜ້າ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່​ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ໜັງ ອາ​ເມ​ລິ​ກາ ກໍ່​ຮຽກ​ຮ້ອງ​ໃຫ້ລັດ​ຖະ​ບານ ອາ​ເມ​ລິກ​າ ​ມອບ​ອຸ​ປະ​ກອນ​ການ​ວິ​ໄຈ​ຫາ​ເຊື້ອ ແລະ PPE ທີ່ໄດ້​ຮັບ​ການມອບ​ສິດ​ນຳ​ໃຊ້​ໂດຍ​ດ່ວນ​ຂອງ ອາ​ເມ​ລິ​ກາ (EUA) ອະ​ນຸ​ມັດ.

ລັດ​ຖະ​ບານ ອັງ​ກິດ ແລະ ລັດ​ຖະ​ບານ ເຊັກ​ໂກ ຊ່ວຍ​ເຫຼືອ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ ລັດ​ຖະ​ບານ ອັງ​ກິດ ແລະ ລັດ​ຖະ​ບານ ເຊັກ​ໂກ ຊ່ວຍ​ເຫຼືອ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
​ກວດ​​ລົດ​ຂົນ​ສົ່ງ​, ທັນ​ຍາ​ຫານ, ​ອາ​ຫານເຄື່ອງ​ຂອງ​ທີ່​ຈຳ​ເປັນເພື່ອ​ຮັບ​ໃຊ້​ໃຫ້​ແກ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ​ກວດ​​ລົດ​ຂົນ​ສົ່ງ​, ທັນ​ຍາ​ຫານ, ​ອາ​ຫານເຄື່ອງ​ຂອງ​ທີ່​ຈຳ​ເປັນເພື່ອ​ຮັບ​ໃຊ້​ໃຫ້​ແກ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ວິ​ສ​າ​ຫະ​ກິດ ອາ​ເມ​ລິ​ກາ​ ຮຽກ​ຮ້ອງ​ສົ່ງ​ວັກ​ຊິນ​ໃຫ້ ຫວຽດ​ນາມ ​ຕື່ມ​ອີກ ເພື່ອ​ຮັບ​ປະ​ກັນ​ລະ​ບົບ​ສະ​ໜອງ
ພາບ​ປະ​ກອບ: vnexpress.net

ສະ​ມາ​ຄົມ​ຕັດ​ຫຍິບ ແລະ ເກີບ​ໜັງ ອາ​ເມ​ລິ​ກາ (AAFA) ຫາ​ກໍ່​ຮຽກ​ຮ້ອງ​ໃຫ້ລັດ​ຖະ​ບານ ອາ​ເມ​ລິ​ກາ ສົ່ງ​ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ ​ຕື່ມ​ອີກເພື່ອ​ຮັກ​ສາ​ລະ​ບົບ​ສະ​ໜອງ ໃນ 2 ຂົງ​ເຂດ ຕ່ຳ​ແຜ່ນ​ຕັດ​ຫຍິບ​ ແລະ ເກີ​ບໜັງ. ວັນ​ທີ 27 ກໍ​ລະ​ກົດ, ທ່ານ​ປະ​ທານ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານຂອງ AAFA Steve Lamar ໄດ້​ສົ່ງ​ຈົດ​ໝາຍ 2 ສະ​ບັບໄປ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ Joe Biden ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ. AAFA ຕາງ​ໜ້າ​ໃຫ້​ແກ່​ບັນ​ດາ ​ຍິ່ຫໍ​້ແຟ​ຊັນ​ທົ່ວ​ໂລກ ຄື Adidas, Gap... ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ ອາ​ເມ​ລິ​ກາ​ ສົ່ງ​ວັກ​ຊິ​ນ​ໃຫ້ ຫວຽດ​ນາມ ​ຕື່ມ​ອີກ, ລວມ​ມີ​ວັກ​ຊິນ AstraZeneca ຈາກ​ສາງ​ສຳ​ຮອງ.

ຕາມ​ທ່ານ Steve Lamar ແລ້ວ, ການ​ກະ​ທຳ​ນີ້ ບໍ່​ພຽງ​ແຕ່​ກູ້​ເອົາ​ຊີ​ວິດ​ໃຫ້​ແກ່ຫຼາຍ​ລ້ານ​ຄົນ​ເທົ່າ​ນັ້ນ ຫາກ​ຍັງ​ຊຸກ​ຍູ້ການ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ ອ​າ​ເມ​ລິ​ກາ ນຳ​ອີ​ກ.

ນອກ​ຈາກ ວັກ​ຊິນ, ຜູ້​ຕາງ​ໜ້າ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່​ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ໜັງ ອາ​ເມ​ລິ​ກາ ກໍ່​ຮຽກ​ຮ້ອງ​ໃຫ້ລັດ​ຖະ​ບານ ອາ​ເມ​ລິກ​າ ​ມອບ​ອຸ​ປະ​ກອນ​ການ​ວິ​ໄຈ​ຫາ​ເຊື້ອ ແລະ PPE ທີ່ໄດ້​ຮັບ​ການມອບ​ສິດ​ນຳ​ໃຊ້​ໂດຍ​ດ່ວນ​ຂອງ ອາ​ເມ​ລິ​ກາ (EUA) ອະ​ນຸ​ມັດ.

“ຜົນ​ງານ​ຂອງ​ຂະ​ແໜ​ງ​​ຕ່ຳ​ແຜ່ນ​ຕັດ​ຫຍິ​ບ, ເກີບ​ໜັງ ​ອາ​ເມ​ລິ​ກາ, ດ້ວຍ​ກຳ​ມະ​ກອນ ອາ​ເມ​ລິ​ກາ ​ກ່​ວາ 3 ລ້ານ​ຄົນ ພວມ​ອີ​ງ​ໃສ່​ໂດຍ​ກົງ​ເຂົ້າ​ບັນ​ດາ​ນັກ​ສະ​ໜອງ​ໃນ​ທົ່ວ​ໂລກ. ຫວຽດ​ນາມ ແມ່ນນັກ​ສະ​ໜອງ​ເຄື່ອງ​ຕ່​ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ໜັງ​ ໃຫຍ່​ທີ 2 ໃຫ້​ແກ່​ຕະຫຼາ​ດ ອາ​ເມ​ລິ​ກາ, ກວມ​ເອົາ 20% ຍອດ​ຈຳ​ນວນ​ສິນ​ຄ້າ​ນຳ​ເຂົ້າ​ຂອງ​ປະ​ເທດນີ້. ຫວຽດ​ນາມ ໄດ້​ກາຍ​ເປັນ​ນັກ​ສະ​ໜອງ​ຫຼັກສ​ຳ​ລັບ​ບັນ​ດາ​ວັດ​ຖຸ​ດິບ​ທີ່ສຳ​ຄັນ​ໃຫ້​ແກ່​ຂະ​ແໜງ​ຜະ​ລິດ​ເກີບ​ໜັງຂອງ ອາ​ເມ​ລິ​ກາ. ດັ່ງ​ນັ້ນ, ຜົ​ນສຳ​ເລັດ​ຂອງພວກ​ຂ້າ​ພະ​ເຈົ້າ​ແມ່ນ​ອີງ​ໃສ່ກຳ​ລັງ​ແຮງຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ​ໂດຍ​ກົງ​”,​ ທ່ານ Steve Lamar ກ່າວ​.

ໃນ​ຈົດ​ໝາຍ​ທ່ານ Steve Lamar ໃຫ້​ຮູ້​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ໜອງ​ຂອງ​ບັນ​ດາ​ຂະ​ແໜງນີ້​ ​ມັກ​ສຸມ​ໃສ່​ບັນ​ດາ​ແຂ​ວງ​ທາງ​ພາກ​ໃຕ້, ​ອ້ອມຂ້າງ ນະ​ຄອນ​ໂຮ່​ຈີ​ມິນ, ດ້ວຍ​ກຳ​ລັງ​ແຮງ​ງານ​ປະ​ມານ 4 ລ້ານ​ຄົນ, ວົງ​ເງິນ​ການ​ສົ່ງ​ອອກ ປະ​ມານ 40 ຕື້ USD/ປີ. ປັດ​ຈຸ​ບັນ​ ບັນ​ດາ​ແຂວງນີ້ິ້ ພວມ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຮອບ​ທີ 4.

​“ບໍ່​ມີ​ວັກ​ຊິນ ກໍ່ຈະ​ບໍ່​ມີ​ວິ​ທີ​ໃດ​ເພື່ອ​ໃຫ້​ຜູ້​ອອກ​ແຮງ​ງານ​ກັບ​ຄືນ​ເຮັດ​ວຽກ​ຢ່າງ​ປອດ​ໄພ”, ທ່ານ Steve Lamar ເນັ້ນ​ໜັກ. ສິ່ງນີ້​ອາດ​ຈະ​ພາ​ໄປ​ເຖິ​ງບັນດາ​ຜົນ​ເສຍທີ່ບໍ່​ໜ້າ​ຈະ​ເກີດກ່ຽວ​ກັບ​ຊີ​ວິດ​ອິນ​ຊີ ແລະ ເຮັດ​ໃຫ້​ຊາວ​ກຳ​ມະ​ກອນ​ນັບ​ພັນໆ​​ຄົນ ເຊິ່ງ​ເປັນ​ຜູ້​ປະ​ກອບ​ສ່ວນ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ເມື​່ອ​ບັນ​ດາ​ວິ​ສ​ຫາ​ກິດ​ຕ້ອງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ.

ໃນ​ຈົດ​ໝາຍ​ສົ່ງ​ໄປ​ຍັງທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ, ​ທ່ານ​ Steve Lamar ເວົ້າ​ວ່າ: ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ຫວັງ​ວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈະ​ບຸ​ລິມ​ະ​ສິດ​ແຈກ​ຢາຍ​ວັກ​ຊິນ​ໃຫ້​ແກ່​ບັນ​ດາ​ຂະ​ແໜງ​ຕັດ​ຫຍິບ​, ເກີບ​ໜັງ, ພິ​ເສດ​ແມ່ນ​ຢູ່​ພາກ​ໃຕ້, ໂດຍ​ເປັນ​ສະ​ຖານ​ທີ່​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ໃຫ້​ຜູ້​ອອກ​ແຮງ​ງານ​ໃນ​ບັນ​ດາ​ຂະ​ແໜງນີ້ ສາ​ມາດ​ຜະ​ລິດ ແລະ ຂົນ​ສົ່ງ​ສິນ​ຄ້າ​ຢ່​າງ​ປອດ​ໄພ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ ເສດ​ຖະ​ກິດ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.