ທ່ານ ຫວູ ຊວນ ຮົ່ງ, ອະດີດ ປະທານ VUFO: ຕໍ່ສູ້ດ້ວຍຈິດໃຈປະຊາຊົນ ແລະ ຄວາມຊອບທຳ

15:18 | 06/12/2019

ຍສໝ - ວຽກງານການທູດປະຊາຊົນຕ້ອງສືບຕໍ່ປະຕິບັດອັນໃດທີ່ດິທີ່ສຸດເພື່ອມີສ່ວນຮ່ວມໃຫ້ປະຊາຊົນໂລກເຂົ້າໃຈຢ່າງຖືກຕ້ອງ ແລະ ທັນການກ່ຽວກັບປະເທດ, ຄົນ ຫວຽດນາມໃນປັດຈຸບັນ. ນັ້ນແມ່ນຫວຽດນາມທີ່ພັດທະນາຢ່າງບໍ່ຢຸດຢັ້ງຫຼັງຈາກສົງຄາມ, ກ້າວໜ້າທຸກດ້ານ. ປະຊາຊົນມີຄວາມສາມັກຄີ ແລະ ຮັກຫອມສັນຕິພາບ. ນະໂຍບາຍຕ່າງປະເທດເປີດປະຕູ. ພຽບພ້ອມຮ່ວມມືຢ່າງຕັ້ງໜ້າກັບເພື່ອນມິດ, ຄູ່ຮ່ວມງານ. ມີຄວາມຮັບຜິດຊອບ ແລະ ປະສິດທິຜົນໃນການເຂົ້າຮ່ວມບັນດາບັນຫາສາກົນ ແລະ ພາກພື້ນ…

ທ່ານ ຫວູ ຊວນ ຮົ່ງ, ອະດີດ ປະທານ VUFO: ຕໍ່ສູ້ດ້ວຍຈິດໃຈປະຊາຊົນ ແລະ ຄວາມຊອບທຳ

ທ່ານ ຫວູ ຊວນ ຮົ່ງ, ອະດີດ ປະທານ VUFO

ພວກເຮົາຕ້ອງຄຳນືງວ່າ: ເຮັດແນວໃດເພື່ອສະດວກທີ່ສຸດໃຫ້ແກ່ເພື່ອນມິດ, ຄູ່ຮ່ວມມື, ມີສ່ວນປະກອບອັນລະອຽດ, ມີປະໂຫຍດ ຫຼາຍທີ່ສຸດໃຫ້ແກ່ຫວຽດນາມ. ໝາຍຄວາມວ່າເຮົາຕ້ອງລົງທຶນ ແລະ ກໍ່ສ້າງບັນດາລາຍການ, ຮູບຈຳລອງ, ກົນໄກ… ເພື່ອປະຕິບັດບັນດາເປົ້າໝາຍນັ້ນ. ຕົວຢ່າງ, ພວກເຮົາ ສາມາດສຳນຶກ: ເພື່ອວິສາຫະກິດຂອງຫວຽດນາມເຊື່ອມຕໍ່ໄດ້ດີກວ່າກັບວິສາຫະກິດສາກົນ, ນະໂຍບາຍການຕ່າງປະເທດສາມາດກະທົບໃສ່ບ່ອນໃດ ແລະ ຄືແນວໃດ?

ບັນຫາປ່ຽນແປງດິນຢ້າອາກາດຕ້ອງມີການກະທຳໃດເພື່ອສວຍໃຊ້ໄດ້ຫຼາຍທີ່ສຸດການສະໜັບສະໜຸນຂອງສາກົນ? ດ້ານວິທີການ, ນອກຈາກການສືບຕໍ່ປຸກລະດົມເຂົ້າຮ່ວມການຈັດຕັ້ງຕາໜ່າງເພື່ອນມິດສາກົນຂອງຫວຽດນາມຢູ່ພາຍໃນປະເທດຢ່າວຕໍ່ເນື່ອງ, ໃນຂອບເຂດທົ່ວໂລກ, ພວກເຮົາຕ້ອງຖ່າຍທອດບັນດາຄຸນຄ່າດ້ານຈິດໃຈຂອງຫວຽດນາມເຂົ້າເຖິງເພື່ອນມິດ, ຄູ່ຮ່ວມງານ. ບັນດາເຫດການຄືກູ້ຊີບຊາວເຮືອປະໂມງ ຟີລິບປີນໃນທະເລຕາເວັນອອກ, ຈັດງານບັນດາກິດຈະການໃຫຍ່ຂອງພາກພື້ນ, ສາກົນ…ບັນດາຫົວຂໍ້ນີ້ສາມາດສ້າງຈຸດເນັ້ນໜັກ, ບຸກທະລຸ … ເພື່ອໂຄສະນາຄຸນຄ່າຂອງຫວຽດນາມຕໍ່ສາກົນ.

ສຳລັບບັນດາບັນຫາອ່ອນໄຫວ, ບັນຫາຕ້ອງຕໍ່ສູ້ຕ້ອງມີວິທີການແກ້ໄຂພື້ນຖານອີງຕາມການສະໜັບສະໜູນຂອງປະຊາຄົມໂລກ, ຂອງທຸກຊັ້ນຄົນທີ່ ຮັກຫອມສັນຕິພາບ, ຄວາມຊອບທຳ, ຄວາມຍຸຕິທຳ ແລະ ຄວາມໝັ້ນຄົງເພື່ອພັດທະນາ. ລາຍລະອຽດ, ກ່ຽວກັບບັນຫາອຳນາດອະທິປະໄຕດອນເກາະ, ຄຽງຂ້າງບັນດາວຽກປະຕິບັດເປັນຢ່າງດີບັນດາແນວທາງ, ແຜນນະໂຍບາຍລວມ, ສໍາລັບ ວຽກງານການທູດປະຊາຊົນ ຕ້ອງມີການເຄື່ອນໄຫວປຸກລະດົມ, ສວຍໃຊ້ນໍ້າໃຈຮັກສັນຕິພາບ, ຄວາມຊອບທຳຂອງປະຊາຊົນຈີນໂດຍສ່ວນຫຼາຍ, ພະຍາຍາມປະກອບສ່ວນຮັກສາສະພາບແວດລ້ອມທີ່ໝັ້ນຄົງ, ມິດຕະພາບກັບເພື່ອນມິດ.

ທີ່ແທ້ແມ່ນການສຸມໃສ່ເພີ່ມທະວີປຸກລະດົມຈິດໃຈປະຊາຊົນ. ເພື່ອເຮັດວຽກນີ້ໄດ້, ຕ້ອງເສີມຂະຫຍາຍບັນດາຮູບຈຳລອງ, ເຄື່ອງມື, ຂໍ້ລິເລີ່ມທີ່ມີແລ້ວຄືງານພົບປະແລກປ່ຽນມິດຕະພາບປະຊາຊົນລຽບຊາຍແດນ, ງານພົບປະແລກປ່ຽນມິດຕະພາບປະຊາຊົນ ຫວຽດ - ຈີນ, ເວທີປະຊາຊົນ ຫວຽດ - ຈີນ. ຫຼືຂໍ້ລິເລິ່ມການທ່ອງທ່ຽວ “ທີ່ຕັ້ງແດງ” ຕາມຮອຍປະທານ ໂຮ່ຈີ້ມີນໃນເວລາເຄື່ອນໄຫວຢູ່ຈີນ. ທົວທ່ອງທ່ຽວນີ້ຍັງທວນຄືນບັນດາເລື່ອງລາວກ່ຽວກັບພາບພົດຜູ້ນຳປະຕິວັດຍິ່ງໃຫຍ່ຂອງປະຊາຊົນສອງປະເທດ, ທັງເປັນບ່ອນອີງດ້ານຈິດໃຈໃຫ້ແກ່ການພົວພັນຂອງຫວຽດນາມ ແລະ ຈີນ…

ທ່ານ ຫວູ ຊວນ ຮົ່ງ, ອະດີດ ປະທານ VUFO: ຕໍ່ສູ້ດ້ວຍຈິດໃຈປະຊາຊົນ ແລະ ຄວາມຊອບທຳ

ກອງປະຊຸມແລກປ່ຽນລະຫວ່າງທີມງານໂຄງການສອງຝ່າຍຂອງສະຫະລັດອາເມລິກາ ແລະ ລູກຂອງທະຫານເສຍສະຫຼະຊີວິດຫວຽດນາມຈັດໂດຍ VUFO, ວັນທີ 27 ພະຈິກ 2018

ບັນຫາຕໍ່ໄປແມ່ນສາສະໜາ, ປະຊາທິປະໄຕ, ສິດທິມະນຸດ. ເນື້ອໃນນີ້, ສ່ວນຫຼາຍແມ່ນແກ້ໄຂດ້ານການຕ່າງປະເທດກັບອາເມລິກາ ແລະ ຕາເວັນຕົກ. ໃນຂອບເຂດ ແລະ ທ່າແຮງ ຂອງວຽກງານການທູດປະຊາຊົນ, ພວກເຮົາໄດ້ປະຕິບັດພ້ອມກັນຕາມສອງທິດທາງ. ທາງກົງ, ເຮົາປະສານງານກັບສະຖາບັນຮ່ວມມືທົ່ວໂລກຂອງອາເມລິກາ (IGE) ເປີດສາຍໂອ້ລົມໂດຍກົງກັບຝ່າຍອາເມລິກາກ່ຽວກັບບັນຫາສິດທິມະນຸດໃນ 15 ປີຜ່ານມາ. ປະສິດທິຜົນແມ່ນປັດຈຸບັນ, ຫວຽດນາມໄດ້ຖືວ່າເປັນຮູບຈໍາລອງແບບຢ່າງສໍາລັບບັນດາກິດຈະກໍາຮ່ວມມືຂອງ IGE ຢູ່ບັນດາປະເທດຄື: ລາວ, ມຽນມ້າ, ອີນໂດເນເຊຍ…

ທາງອ້ອມແມ່ນປະຊາສຳພັນມະຫາຊົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະສິດທິຜົນໃນວຽກງານໄກ່ເກ່ຍຈິດໃຈປະຊາຊົນ; ຮຳແຜ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຂອງສົງຄາມ. ບັນດາການເຄື່ອນໄຫວທີ່ພົ້ນເດັ່ນແມ່ນການລະດົມບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານອາເມລິກາ ແລະ ຕ່າງປະເທດປະຕິບັດບັນດາໂຄງການ ສັນຕິພາບ, ຊ່ວຍເຫຼືອພັດທະນາຢູ່ຫວຽດນາມ; ຈັດຕັ້ງບັນດາງານແລກປ່ຽນ, ພົບປະປະຊາຊົນຄື: ຊອກຫາສີ່ງເສດເຫຼືອຂອງທະຫານຫາຍຊາບສູນໃນປາງສົມຄາມ, ພົບປະລູກຂອງທະຫານເສຍສະຫຼະຊີວິດອາເມລິກາ - ຫວຽດນາມ, ລາຍການ Homestay ຂອງນັກຮຽນ, ນັກສຶກສາສອງຝ່າຍ…

ໃນຂອບເຂດພາກພື້ນ ແລະ ສາກົນ, ຕ້ອງເຂົ້າໃຈສາມັກຄີກັບຫວຽດນາມໃນຄວາມໝາຍກວ້າງ, ສະໜອງຂໍ້ມູນຫາເພື່ອນມິດຢ່າງທັນການ, ຈັດກອງປະຊຸມສຳມະນາ, ຫົວຂໍ້ສະເພາະ, ໂຕະມົນ, ໂອ້ລົມໃນເວລາທີ່ບັນຫາຮ້ອນແຮງພວມມີຢູ່. ຈັດບັນດາຄະນະປະຖາກະຖາໄປປະເທດອື່ນເພື່ອແລກປ່ຽນສະພາບການ. ນີ້ກໍແມ່ນ ບັນຫາໜຶ່ງທີ່ຍາວນານ, ຕ້ອງມີແຜນການລວມ, ມີງົບປະມານ, ລົງທຶນເພື່ອສ້າງຂຶ້ນເປັນສະໜາມຮົບໜຶ່ງເພື່ອປະຊາຊົນ ຈີນ, ປະຊາຊົນໂລກຮັບຮູ້ບັນຫາ, ມີຄວາມເຫັນໃຈ ແລະ ສະໜັບສະໜຸນຫວຽດນາມ.

ທ່ານ ຫວູ ຊວນ ຮົ່ງ, ອະດີດ ປະທານ VUFO: ຕໍ່ສູ້ດ້ວຍຈິດໃຈປະຊາຊົນ ແລະ ຄວາມຊອບທຳ

ກອງປະຊຸມສຸດຍອດອາເມລິກາ - ສ.ເກົາຫຼີ ໄດ້ດຳເນີນຢູ່ຫວຽດນາມໃນປີ 2019

5 ກຸ່ມວຽກທີ່ຕ້ອງການກະທຳໃນຕໍ່ໜ້າ, ຕາມຄວາມຄິດຂອງຂ້າພະເຈົ້າ, VUFO ຕ້ອງແກ້ໄຂ 5 ກຸ່ມບັນຫາຈຸດສຸມຄືດັ່ງລຸ່ມນີ້:

1.ຮັກສາໃຫ້ສະຫະພັນມິດຕະພາບມີຖານະດ້ານນິຕິບຸກຄົນຄືກັບປັດຈຸບັນ, ຕາມຈິດໃຈຂອງຄຳສັ່ງສະບັບເລກທີ 38 ຂອງຄະນະເລຂາທິການ. ເປັນອົງການຈັດຕັ້ງດ້ານການເມືອງຮັບຜິດຊອບສະເພາະກ່ຽວກັບ ວຽກງານການທູດປະຊາຊົນ. ສະຫະພັນມິດຕະພາບມີຄະນະພັກ, ມີລະບົບ 2 ຂັ້ນ: ສູນກາງ ແລະ ແຂວງ, ຄະນະຂຶ້ນກັບສູນກາງ; ໄດ້ລັດຖະບານຮັບປະກັນດ້ານແຫຼ່ງກຳລັງ, ໃນນັ້ນມີແຫຼ່ງບຸກຄະລາກອນ ແລະ ການເງິນ; ມີຖານະເປັນແກນກາງໃນການເຄື່ອນໄຫວດ້ານການຕ່າງປະເທດຫຼາຍຝ່າຍຂອງບັນດາອົງການຈັດຕັ້ງ ປະຊາຊົນຫວຽດນາມ; ເປັນອົງການຫຼັກກ່ຽວກັບວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ.

ບັນຫານີ້, ຜ່ານມາ, ຄະນະເລຂາທິການໄດ້ຫັນເປັນທາງການດ້ວຍການອອກຄຳສັ່ງສະບັບເລກທີ 38-CT/TW ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍບົດບາດ ແລະ ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງ VUFO ໃນສະພາບການໃໝ່. ສ່ວນທີ່ຍັງເໝືອແມ່ນການປະສານງານຄະນະພົວພັນຕ່າງປະເທດສູນກາງ ແລະ ບັນດາອົງການຕ່າງໆທີ່ກ່ຽວຂ້ອງຜັນຂະຫຍາຍຄຳສັງໃຫ້ດີ.

2.ກຳນົດຢ່າງຈະແຈ້ງກ່ຽວກັບບັນດາໜ້າທີ່ຈຸດສຸມ, ຫຼັກແຫຼ່ງ ແລະ ມີລັກສະນະແຜ່ຫຼາຍຂອງ VUFO ດ້ວຍຖານະເປັນອົງການຈັດຕັ້ງຮັບຜິດຊອບສະເພາະ ແລະ ຫຼັກແຫຼ່ງຂອງວຽກງານປະຊາສຳພັນມະຫາຊົນ, ບົນພື້ນຖານນັ້ນວາງແຜນການທີ່ມີຄວາມເປັນໄປໄດ້ເພື່ອປະຕິບັດໜ້າທີ່ນີ້ຂອງຕົນໃຫ້ສຳເລັດ.

3.ໃນວຽກງານລະດົມການຊ່ວຍເຫຼືອ ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ເພີ່ມທະວີການສືບຕໍ່ປຸກລະດົມບັນດາ ບັນຫາທີ່ມີລັກສະນະອ່ອນໄຫວຢູ່ ຫວຽດນາມ ຄື ທາດຝົນເຫຼືອງ, ບັນຫາລະເບີດບໍ່ທັນແຕກ, ລຶບລ້າງຄວາມທຸກຍາກ, ແມ່ຍິງ, ເດັກນ້ອຍ … ຫຼື ບັນດາບັນຫາທີ່ມີລັກສະນະໃຫຍ່ຄືການປ່ຽນແປງຂອງດິນຟ້າອາກາດ … ແຕ່ວ່າບໍ່ໃຫ້ລືມບັນດາ ບັນຫາທີ່ຍາວນານມາ, ເຮັດແນວໃດເພື່ອຍົກສູງມຸນຄ່າການຊ່ວຍເຫຼືອແຕ່ລະປີໃຫ້ສູງຂຶ້ນ.

4.ສວຍໃຊ້ທັງໝົດເຄື່ອງມື, ກົງຈັກທີ່ກຳລັງມີກ່ຽວກັບວຽກງານການຕ່າງປະເທດເພື່ອປ່ຽນແປງໃໝ່ໂດຍພື້ນຖານ ແລະ ຮອບດ້ານວຽກງານຂໍ້ມູນການຕ່າງປະເທດ.

5.ກໍ່ສ້າງຄົນຮຸ່ນໃໝ່ກ່ຽວກັບ ວຽກງານການທູດປະຊາຊົນ, ຕ້ອງເປັນມືອາຊີບ, ອຸທິດຕົນ, ຮັກວິຊາຊີບ, ມີຄວາມຮູ້. ພິເສດຕ້ອງສ້າງໃຫ້ເຂົາຮູ້ວ່າເຮັດຫຍັງເພື່ອປະກອບສ່ວນ, ປະຕິບັດບັນດາມະຕິກອງປະຊຸມໃຫຍ່ຂອງສະຫະພັນ ກໍຄືໜ້າທີ່ຂອງສະຫະພັນເວົ້້າລວມໃນຄຳສັ່ງສະບັບເລກທີ 38.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.