ທ່ານນ​າ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ຜະ​ລິດ​​​ວັກ​ຊິນ​ກັນ​ໂຄວິດ - 19 ​ໃຫ້ໄວ​ທີ່​ສຸດ​​ເທົ່າທີ່​​ຈະ​ໄວ​ໄດ້

14:25 | 28/07/2021

ເພື່ອຄວບຄຸມໄດ້ໂລກລະບາດໂດຍໄວ, ປະຕິບັດການພັດທະນາເສດຖະກິດ - ສັງຄົມ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບເປັນປົກກະຕິ, ໜຶ່ງໃນບັນດາມາດຕະການສຳຄັນແຖວໜ້າແມ່ນຕ້ອງມີວັນຊິນກັນໂຄວິດ - 19 ຢ່າງຄົບຖ້ວນໂດຍໄວທີ່ສຸດ ແລະ ເປັນເຈົ້າການກ່ຽວກັບວັກຊິນກັນໂຄວິດ - 19 ຕ້ອງໄດ້ຮັບການຜະລິດພາຍໃນປະເທດ.

ແມ່ຍິງໃນຍຸກຫັນເປັນດີຈິຕອນ - ເບິ່ງຈາກຕົວຈິງຂອງປະເທດຫວຽດນາມ ແລະ ສ.ເກົາຫຼີ ແມ່ຍິງໃນຍຸກຫັນເປັນດີຈິຕອນ - ເບິ່ງຈາກຕົວຈິງຂອງປະເທດຫວຽດນາມ ແລະ ສ.ເກົາຫຼີ
ນັກ​ສຶກ​ສາ ຫວຽດ​ນາມ ຮ່ຳ​ຮຽນ​ຢູ່ ສິງ​ກະ​ໂປ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ແບບ​ທາງ​ໄກ ນັກ​ສຶກ​ສາ ຫວຽດ​ນາມ ຮ່ຳ​ຮຽນ​ຢູ່ ສິງ​ກະ​ໂປ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ແບບ​ທາງ​ໄກ
undefined
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 26 ກໍລະກົດ, ແຈ້ງການສະຫຼຸບຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ກອງປະຊຸມ ກ່ຽວກັບການຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ - 19 ພາຍໃນປະເທດ ແລະ ທາງອອນລາຍກັບໜ່ວຍງານພິເສດ ຂອງລັດຖະບານ ຢູ່ນະຄອນໂຮ່ຈີມິນ ໄດ້ເນັ້ນໜັ້ກວ່າ ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງໄວ, ສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ.

ເພື່ອຄວບຄຸມໄດ້ໂລກລະບາດໂດຍໄວ, ປະຕິບັດການພັດທະນາເສດຖະກິດ - ສັງຄົມ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບເປັນປົກກະຕິ, ໜຶ່ງໃນບັນດາມາດຕະການສຳຄັນແຖວໜ້າແມ່ນຕ້ອງມີວັນຊິນກັນໂຄວິດ - 19 ຢ່າງຄົບຖ້ວນໂດຍໄວທີ່ສຸດ ແລະ ເປັນເຈົ້າການກ່ຽວກັບວັກຊິນກັນໂຄວິດ - 19 ຕ້ອງໄດ້ຮັບການຜະລິດພາຍໃນປະເທດ.

ບັນດາກະຊວງ, ອົງການທີ່ກ່ຽວຂ້ອງຕ້ອງສະຫງວນຄວາມເອົາໃຈໃສ່ເປັນພິເສດ ເພື່ອຜະລິດ ວັກຊິນກັນໂຄວິດ - 19 ພາຍໃນ ປະເທດ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.ຂັ້ນຕອນ, ການປະຕິບັດລະບຽບການ ອາດຈະຫຼຸດລົງທີ່ສຸດ, ແຕ່ຕ້ອງຖື ຊີວິດອິນຊີ, ສຸຂະພາບຂອງປະຊາຊົນເໜືອກ່ວາສິ່ງໃດໝົດ ແລະ ຕ້ອງຮັບປະກັນບັນດາຫຼັກການ, ຂໍ້ກຳນົດດ້ານນິຕິກຳ, ວິທະຍາສາດ ແລະ ພຶດຕິກຳຕົວຈິງ.

ກະຊວງສາທາລະນະສຸກ ໄດ້ສົມທົບກັບບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ສືບຕໍ່ຊີ້ນຳ, ຊຸກຍູ້ວິວັດການຄົ້ນຄ້ວາ, ທົດລອງການສັກຕໍ່ຄົນໄລຍະທີ 2 ແລະ ມີແຜນການຕໍ່ໄປຂອງການຄົ້ນຄ້ວາໂດຍໄວ, ທົດລອງສັກຕໍ່ຄົນໄລຍະທີ 3 ຂອງບັນດາວັກຊິນ ທີ່ພວມໄດ້ຮັບການການຄົ້ນຄ້ວາ ແລະ ຜະລິດພາຍໃນປະເທດ.

vovworld.vn

ເຫດການ
302 Found

Found

The document has moved here.