ໜອງບາເບ່ - ສະຖານທີ່ທ່ອງທ່ຽວປະທັບໃຈຢູ່ເຂດພູຜາປ່າໄມ້ ຫວຽດບັກ

11:01 | 29/07/2021

ໂດຍແມ່ນໜຶ່ງໃນຈຳນວນ 20 ໜອງນ້ຳຈືດທຳມະຊາດໃຫຍ່ກວ່າໝູໃນໂລກ, ໜອງບາເບ່ ແຕ່ດົນນານມາແລ້ວໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງຫວຽດນາມ. ມາທ່ຽວຊົມຢູ່ໜອງບາເບ່ ແຂກທ່ອງທ່ຽວຈະມີຄວາມຫຼົງໄຫຼຍ້ອນຄວາມງາມທີ່ເປັນເອກະລັກຂອງທັດຊະນີຍະພາບທໍລະນີແລະຊີວະນາໆພັນພ້ອມກັນເຊື່ອມຕົວເຂົ້າກັບການດຳລົງຊີວິດທີ່ມີຊີວິດຊີວາຂອງພໍ່ແມ່ພີ່ນ້ອງບັນດາເຜົ່າດຳລົງຊີວິດຢູ່ອ້ອມແອ້ມໜອງ.

ວົງເງິນການຄ້າຫວຽດນາມ-ລາວ ສືບຕໍ່ເພີ່ມຂຶ້ນໃນ 6 ເດືອນ ຕົ້ນປີ 2021 ວົງເງິນການຄ້າຫວຽດນາມ-ລາວ ສືບຕໍ່ເພີ່ມຂຶ້ນໃນ 6 ເດືອນ ຕົ້ນປີ 2021
ທີມຊາດ U.22 ຫວຽດນາມ ເຕົ້າໂຮມນັກເຕະບານ 30 ຄົນໃຫ້ຮອບຄັດເລືອກອາຊີ ທີມຊາດ U.22 ຫວຽດນາມ ເຕົ້າໂຮມນັກເຕະບານ 30 ຄົນໃຫ້ຮອບຄັດເລືອກອາຊີ
ໜອງບາເບ່ຂຶ້ນກັບຕາແສງນາເໝົ໊າ ເມືອງບາເບ່ ແຂວງບັກກ້ານ
ໜອງບາເບ່ຂຶ້ນກັບຕາແສງນາເໝົ໊າ ເມືອງບາເບ່ ແຂວງບັກກ້ານ. ພາບ: internet

ໜອງບາເບ່ຂຶ້ນກັບຕາແສງນາເໝົ໊າ ເມືອງບາເບ່ ແຂວງບັກກ້ານ ຫ່າງຈາກນະຄອນຮ່າໂນ້ຍ 250 ກິໂລແມັດໄປທາງທິດເໜືອ. ໜອງບາເບ່ແມ່ນຈຸດທີ່ພົ້ນເດັ່ນນອນໃນເຂດປ່າສະຫງວນແຫ່ງຊາດບາເບ່ ເຊິ່ງແມ່ນເຂດພູດອຍມີໂຄງສ້າງດ້ານທໍລະນີພິເສດ ມີພູສູງ ຖ້ຳ ແມ່ນ້ຳລຳເຊ ອັນໄດ້ສ້າງເປັນທັດຊະນີຍະພາບ ຮົກເຮື້ອ ດູດດື່ມ ແລະ ໄດ້ຮັບການຢັ້ງຢືນແມ່ນເຂດທ່ອງທ່ຽວລະດັບຊາດ.

ໜອງ ບາເບຕາມພາສາທ້ອງຖິ່ນຖືກເອີ້ນວ່າ “ ຊະລາມແປ ” ໝາຍຄວາມວ່າ “ 3 ໜອງ ”. ນີ້ແມ່ນຊືເອີ້ນລວມຂອງ 3 ໜອງເຊື່ອມຕໍ່ກັນຊຶ່ງລວມມີ : ແປເລີມ, ແປລູ່ ແລະ ແປແລ່ງ. ໜອງ ບາເບແມ່ນນອນຢູ່ລະຫວ່າງ 2 ເມືອງຄື ບາເບ ແລະ ເຈິດົນໃນແຂວງບັກກ້ານ. ຕາມບັນດານັກທໍລະນີສາດແລ້ວ, ໜອງແມ່ນນອນຢູ່ຄວາມສູງ 145 ແມດ ເມື່ອທຽບໃສ່ໜ້ານ້ຳທະເລ ແລະ ໄດ້ເປັນຮູບເປັນຮ່າງກ່ອນນີ້ກວ່າ 200 ລ້ານປີ. ຢູ່ອ້ອມແອ້ມໜອງແມ່ນບັນດາສາຍພູຫີນປູນເກົ່າແກ່, ມີຈຸດພິເສດສະເພາະ. ຍ້ອນວ່າໃນວິວັດການຫັນປ່ຽນດ້ານທໍລະນີ, ຫີນປູນຢູ່ບໍລິເວນນີ້ໄດ້ຫັນມາເປັນຫີນແກ້ວ. ນາງຫງວຽນທິງອກແອັງ ແຂກທ່ອງທ່ຽວທີ່ມາຈາກຮ່າໂນ້ຍ ເວົ້າຄວາມໃນໃຈສູ່ຟັງວ່າ:

"ນັບແຕ່ກ່ອນເປັນຕົ້ນມາ ຂ້າພະເຈົ້າໄດ້ຍິນກ່ຽວກັບໜອງບາເບ່ແຕ່ຍັງບໍ່ທັນມີໂອກາດມານີ້ຈັກເທື່ອ. ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາທ່ຽວຊົມຂ້າພະເຈົ້າມີຄວາມປະຫຼາດໃຈທີ່ສຸດບໍ່ຄິດວ່າໜອງມີເນື້ອທີ່ກວ້າງເຊັ່ນນີ້. ໜອງມີຄວາມງາມຢ່າງແທ້ຈິງແລະອາກາດຢູ່ນີ້ປອດໂປ່ງຂ້າພະເຈົ້າຊົມຊອບທີ່ສຸດ”.

ເປັນຄັ້ງທີ່ສອງທີ່ໄດ້ມາທ່ຽວຊົມຢູ່ໜອງບາເບ່ອ້າຍດັ້ງຕ໊ວນແຂກທ່ອງທ່ຽວມາຈາກຮ່າໂນ້ຍ ເປີດເຜີຍວ່າ:

“ຂ້າພະເຈົ້າຮູ່ສຶກວ່າໜອງບາເບ່ໄດ້ຮັບການວາງແຜນຜັງລະອຽດພໍສົມຄວນ. ເປັນຕົ້ນແມ່ນທາງໄປມາສະດວກສະບາຍ, ການດຳເນີນທຸລະກິດເຮືອນພັກການກິນດື່ມກໍ່ມີຄວາມເປັນລະບຽບຮຽບຮ້ອຍແລະພໍ່ແມ່ພີ່ນ້ອງຢູ່ທີ່ນີ້ ມີຈິດໃຈຮັກແພງແຂກຄົນ. ສິ່ງທີ່ສຳຄັນທີ່ສຸດແມ່ນຢູ່ທີ່ນີ້ຍັງຄົງຮັກສາໄດ້ຄວາມງາມທຳມະຊາດ, ຕົ້ນໄມ້ໃບຫຍ້າແມ່ນ້ຳລຳເຊ... ທຸກສິ່ງທຸກຢ່າງກໍ່ລ້ວນແຕ່ມີຄວາມສະອາດທີ່ສຸດ. ສິ່ງນີ້ໄດ້ສາມາດດຶງດູດແຂກທ່ອງທ່ຽວມາທ່ຽວຊົມທຳມະຊາດນັບມື້ນັບຫຼາຍຂຶ້ນ”.

ແຂກທ່ອງທ່ຽວມາທ່ຽວຊົມຢູ່ ໜອງບາເບ່ບໍ່ພຽງແຕ່ຮັບຊົມທິວທັດທຳມະຊາດເທົ່ານັ້ນ ຫາກຍັງໄດ້ມີໂອກາດເຊື່ອມຕົວເຂົ້າກັບການດຳລົງຊີວິດແບບລຽບງ່າຍຂອງຊາວທ້ອງຖິ່ນຢູ່ແຫ່ງນີ້. ບັນດາວັດຖຸສິ້ງຂອງທີ່ລື້ງເຄີຍໃນຊີວິດປະຈຳວັນຂອງປະຊາຊົນຢູ່ແຫ່ງນີ້ ໄດ້ກາຍເປັນສິນພິເສດສຳລັບແຂກທ່ອງທ່ຽວ. ໃນບັນດາເຮືອນໂຮມສະເຕຊາວທ້ອງຖິ່ນໄດ້ເປີດບໍລິການຮັບໃຊ້ແຂກ, ເຈົ້າຂອງເຮືອນກໍ່ທັງແມ່ນຜູ້ຮັບໃຊ້ເລີຍ. ນາງຫງວຽນທິຮັ່ງ ເຈົ້າຂອງໂຮມສະເຕ ຈີຮວ່າ ຕາແສງນາມເໝົ໊າເມືອງບາເບ່ ເລົ່າສູ້ຟັງວ່າ:

“ນີ້ແມ່ນເຍື່ອງອາຫານປີ້ງປາ. ສ່ວນນີີ້ແມ່ນເຍື່ອງອາຫານຕົ້ມໝາກໂຕ່ນເຊິ່ງໄດ້ບັນລຸຜະລິດຕະພັນ OCOP ທີ່ໄດ້ແນະນຳຢູ່ ຮ່າໂນ້ຍແລ້ວ. ນອກຈາກນັ້ນກໍ່ຍັງມີເຍື່ອງອາຫານສົ້ມກຸ້ງກໍ່ແມ່ນຢູ່ໜອງບາເບ່ ແລ້ວກໍ່ຮອດໄກ່ລ້ຽງຢູ່ສວນອາດຈະປີ້ງຫຼືຂົ້ວກັບຂີງ ແລະຂີ້ຫມິ້ນ”.

ຖ້າຫາກວ່າເມື່ອກ່ອນນີ້ ແຂກທ່ອງທ່ຽວມາທ່ຽວຊົມຢູ່ໜອງບາເບ່ພຽງແຕ່ໄດ້ຂີ່ເຮືອຈັກທ່ອງຊົມທິວທັດຢູ່ໜອງແລະທັດຊະນີຍະພາບ ພູຜາທີ່ໃຫຍ່ໂຕມະໂຫຖານເທົ່ານັ້ນແຕ່ໃນປັດຈຸບັນບັນດາບໍລິສັດທ່ອງທ່ຽວບັນດາຄອບຄົວດຳເນີນທຸລະກິດພວມເປີດບັນດາການບໍລິການໃໝ່ເທື່ອລະກ້າວ ເພື່ອຊ່ວຍແຂກທ່ອງທ່ຽວມີໂອກາດຊອກຮູ້ຕົວຈິງກ່ຽວກັບວັດທະນະທຳທີ່ເອກະລັກຂອງທ້ອງຖິ່ນຄື ຂັບແທ່ນພິນຕິ໊ງ, ເຂດວັດທະນະທຳຕະຫຼາດຄ່ຳຄືນຫຼືໄດ້ຊີມບັນດາເຍື່ອງອາພິເສດ. ທ່ານ ຮວ່າງງອກເຖິມຫົວໜ້າຄະນະຄຸ້ມຄອງເຂດທ່ອງທ່ຽວໜອງບາເບ່ໃຫ້ຮູ້ວ່າ:

“ສຳລັບໜອງບາເບ່ພວກຂ້າພະເຈົ້າສືບຕໍ່ຟື້ນຟູແລະສ້າງບັນດາຜະລິດຕະພັນທ່ອງທ່ຽວຕິດພັນກັບເຂດໜອງ. ພວກຂ້າພະເຈົ້າສືບຕໍ່ສ້າງບັນດາກອງສິລະປະວັນນະຄະດີ ການຂັບລຳທຳເພງພື້ນເມືອງແລະບັນດາເຍື່ອງອາຫານຕິດພັນກັບເຂດໜອງ.ພ້ອມກັນນັ້ນພວກຂ້າພະເຈົ້າມີການຮ່ວມສຳພັນລະຫວ່າງໜອງບາເບ່ກັບແຂວງຕວຽນກວາງແຂວງກາບັ່ງ ເພື່ອສ້າງບັນດາລາຍການທ່ອງທ່ຽວທີ່ດູດດື່ມ”.

ເພື່ອດືງດູດແຂກທ່ອງທ່ຽວນັ້ນແຂວງບັກກ້ານພວມຍູ້ໄວຄວາມຄືບໜ້າຂອງການກໍ່ສ້າງສາມເສັ້ນທາງເຊື່ອມຕໍ່ການທ່ອງທ່ຽວຢູ່ໜອງບາເບ່ຄາດວ່າຈະສຳເລັດກ່ອນປີ 2025.ບັນດາວິສາຫະກິດນັກລົງທຶນ ໄດ້ນຳສະເໜີສ້າງແລະນຳເຂົ້າເຄື່ອນໄຫວປະມານ 20 ໂຄງການທ່ອງທ່ຽວທຳມະຊາດພັກຜ່ອນບຳລຸງສຸຂະພາບຄຸນນະພາບສູງ, ບັນດາຮູບແບບການທ່ອງທ່ຽວຄົ້ນຫາຕິດພັນກັບບັນດາຜະລິດຕະພັນກະສິກຳສິນພິເສດຂອງທ້ອງຖິ່ນ,ລາຍການຄົ້ນຫາປ່າສະຫງວນແຫ່ງຊາດແລະບັນດາການບໍລິການບັນເທີງຄຸນນະພາບສູງເພື່ອຮັບໃຊ້ແຂກທ່ອງທ່ຽວເມື່ອມາທ່ຽວຊົມຢູ່ໜອງບາເບ່.

ຄຳຮຸ່ງ

vovworld.vn

ເຫດການ
302 Found

Found

The document has moved here.