ຮອງປະທານສະພາແຫ່ງຊາດ ອວງຈູລິວ ພົບປະກັບ ເຍົາວະຊົນດີເດັ່ນ ແຂວງບັກກ້ານ

22:57 | 29/06/2018

ຍ​ສ​ໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ ສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ໄດ້ພົບປະກັບ ຄະ​ນະ ພະ​ນັກ​ງານ, ກົມ​ກອງ, ເຍົາວະຊົນທີ່ມີຜົນງານດີເລີດຂອງແຂວງບັກກ້ານ ທີ່ເຂົ້າຮ່ວມງານສະ​ເຫຼີມ​ສະ​ຫຼອງວັນ “ເຍົາວະຊົນ ບັກກ້ານ ປະຕິບັດຕາມຄຳສອນ ຂອງລຸງ” ສົກຮຽນ 2017 – 2018.

ຮອງປະທານສະພາແຫ່ງຊາດ ອວງຈູລິວ ພົບປະກັບ ເຍົາວະຊົນດີເດັ່ນ ແຂວງບັກກ້ານ

ຮອງປະທານສະພາແຫ່ງຊາດ ອວງຈູລິວ ພົບ​ປະ ​ບັນ​ດາ​ນ້ອງ​ເຍົາ​ວະ​ຊົນ​ຜູ້​ດີ​ເດັ່ນ​ແຂວງ​ບັກ​ກ້ານ.

ຕ່າງ​ໜ້າ​ໃຫ້​ຄະ​ນະ​​ທີ່​ມີ​ຜົນ​ງານ​ດີ​ເດັ່ນ ທັງ 84 ຄົນ​ເຂົ້າ​ຮ່ວມ​ງານ​ສະ​ເຫຼີມ​ສະ​ຫຼອງ“ເຍົາ​ວະ​ຊົນ ບັກ​ກ້ານ ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄຳ​ສອນ​ຂອງ​ລຸງ” ສົກ​ປີ 2017-2018, ນ້ອງ ຫງວ໋ຽນ​ມາຍ​ເຟືອງ ໄດ້​ຂື້ນ​ລາຍ​ງານ​ຜົນ​ການ​ຮ່ຳ​ຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ, ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ ຂອງກອງ​ເຍົາ​ວະ​ຊົນ ກ້າວ​ໜ້າ ໂຮ່​ຈີ໋​ມິງ. ແຕ່​ປີ 2016 ມາ​ຮອດ​ປະ​ຈຸ​ບັນ, ເຍົາ​ວະ​ຊົນ ແຂ​ວງ​ບັກ​ກ້ານ ໄດ້​ຜ່ານ​ການ​ຮຽນ​ຫຼາຍ​ກ່​ວາ 6,50ແສນ ຊົ່ວ​ໂມງຮຽນ​ດີ, ຫຼາຍກວ່າ 16ພັນ ອາ​ທິດ​ຮຽນ​ດີ ແລະ ເກືອບ 6ພັນ ຜູ້​ທີ່​ໄດ້​ຮັບ​ຄະ​ແນນ 9,ຄະ​ແນນ10.

ປາ​ໄສ​ທີ່ກອງ​ປະ​ຊຸມ​ພົບ​ປະ​ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ ໄດ້​ສັນ​ລະ​ເສີນ ແລະ ຍິນ​ດີ ຕໍ່​ຜົນ​ການ​ຮຽນ​ທີ່​ດີ, ຜົນ​ສຳ​ເລັດ ທີ່​ນ້ອງ​ເຍົາ​ວະ​ຊົນ ແຂວງ​ບັກ​ກ້ານ ເຮັດ​ໄດ້​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ບັກ​ກ້ານ​ເປັນ​ແຂວງ​ພູ​ດອຍ ຍັງ​ມີ​ຄວາມ​ທຸກ​ຍາກ ແຕ່​ຜ່ານ​ຜົນ​ງານ​ທີ່​ເຮັດ​ໄດ້​ດັ່ງ​ກ່າວ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພະ​ຍາ​ຍາມ​ບຸກ​ບືນ​ຜ່ານ​ຜ່າ​ຄວາມ​ລຳ​ບາກ, ແຂ່ງ​ຂັນ​ຮ່ຳ​ຮຽນ​ຝຶກ​ຝົນ​ຫຼໍ່​ຫຼອມ​ຢ່າງ​ຕັ້ງ​ໜ້າ​ຂອງ​ເຍົາ​ວະ​ຊົນ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ທຸກໆ​ຂະ​ແໜງ​ການ​ຂັ້ນ​ແຂວງ.

ຮອງປະທານສະພາແຫ່ງຊາດ ອວງຈູລິວ ພົບປະກັບ ເຍົາວະຊົນດີເດັ່ນ ແຂວງບັກກ້ານ

ຮອງປະທານສະພາແຫ່ງຊາດ ອວງຈູລິວ ຖ່າຍ​ຮູບ​ເປັນ​ທີ່​ລະ​ລືກ​ກັບ​ນ້ອງ​ນ້ອຍ​ເຍົາ​ວະ​ຊົນ ບັກ​ກ້ານ.

ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍັງ​ໄດ້​ສະ​ເໜີ​ໃຫ້​ ຄະ​ນະພັກແຂວງ, ອຳ​ນາດ​ການ​ປົກ​ຄອງ, ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວ​ຂ້ອງ ແຂວງ​ບັກ​ກ້ານ ພໍ່​ແມ່​ຜູ້​ປົກ​ຄອງ, ພະ​ນັກ​ງານ​ຄູ​ອາ​ຈານ ຍົກ​ສູງ​ຈິດ​ໃຈ​ຮັບ​ຜິດ​ຊອບ, ປະ​ສານ​ສົມ​ທົບ​ເອົາ​ໃຈ​ໃສ່, ລົງ​ທືນ​ໃຫ້ຫຼາຍ​ຂື້ນ​ໃນ​ວຽກ​ງານ​ການ​ປ້ອງ​ກັນ, ເອົາ​ໃຈ​ໃສ່, ສືກ​ສາ​ອົບ​ຮົມ​ນ້ອງ​ນ້ອຍ ໂດຍ​ສະ​ເພາະ​ແມ່ນ​ນ້ອງ​ນ້ອຍ​ທີ່​ມີ​ສະ​ພາບ​ຄອບ​ຄົວ​ທຸກ​ຍາກ​ລຳ​ບາກ, ນ້ອງ​ນ້ອຍ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ; ເອົາ​ໃຈ​ໃສ່​ລົງ​ທືນ​ໃສ່​ພື້ນ​ຖານ​ໂຄງ​ລ່າງ, ໂຮງ​ຮຽນ, ສະ​ຖານ​ທີ່​ຫຼິ້ນ,… ຍູ້​ຖອຍ​ປະ​ກົດ​ການ​ຫຍໍ້​ຖໍ້ຕໍ່​ນ້ອງ​ນ້ອຍ​ເຍົາ​ວະ​ຊົນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.