ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

00:54 | 13/05/2019

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ, ເຊິ່ງຈັດຂຶ້ນໃນວັນທີ 18 ມັງກອນ 2019 ທີ່ ຊຽງໃໝ່, ປະເທດໄທ ພາຍໃຕ້ຄໍາຂວັນທີ່ໄທເປັນປະທານອາຊຽນໃນປີ 2019 ຄື: “ຮ່ວມແຮງຮ່ວມໃຈກ້າວໄກຍືນຍົງ”.

ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

ບັນດາລັດຖະມົນຕີທີ່ກອງປະຊຸມ

ກອງປະຊຸມຄັ້ງນີ້, ແມ່ນກອງປະຊຸມຄັ້ງທໍາອິດຂອງລັດຖະມົນຕີຕ່າງປະເທດອາຊຽນພາຍໃຕ້ການເປັນປະທານອາຊຽນຂອງໄທໃນປີ 2019. ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 33 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດບັນດາເອກະສານແຜນແມ່ບົດສໍາລັບສາມເສົາຄໍ້າປະຊາຄົມອາຊຽນ 2025, ແຜນງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນສະບັບທີສາມ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025. ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຊາບ ບັນດາຂໍ້ລິເລີ່ມບູລິມະສິດສໍາລັບການເປັນປະທານອາຊຽນຂອງໄທເປັນຕົ້ນແມ່ນການຮັດແໜ້ນຄວາມອາດສາມາດຂອງອາຊຽນໃນການຮັບມືກັບສິ່ງທ້າທາຍຕ່າງໆທີ່ອາດສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ແລະ ສັນຕິພາບຂອງພາກພື້ນ, ສົ່ງເສີມຄວາມໝັ້ນຄົງຂອງພາກພື້ນແບບຍືນຍົງ, ການກະກຽມຄວາມພ້ອມເພື່ອຮັບມືກັບຍຸກແຫ່ງການປະຕິວັດ ອຸດສາຫະກຳ 4.0, ສົ່ງເສີມການເຊື່ອມໂຍງ ແລະ ເຊື່ອມຈອດອາຊຽນໂດຍຜ່ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວ, ສ້າງຄວາມສາມາດໃນການພັດທະນາເສດຖະກິດແບບຍືນຍົງ ແລະ ສົ່ງເສີມການເປັນຄູ່ຮ່ວມ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນອາຊຽນ.

ກອງປະຊຸມໄດ້ເຫັນດີມອບໃຫ້ຂະແໜງການກ່ຽວຂ້ອງຂອງອາຊຽນສືບຕໍ່ປຶກສາຫາລືລາຍລະອຽດບັນດາຂໍ້ລິເລີ່ມບູລິມະສິດຕ່າງໆ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງອາຊຽນກັບພາຍນອກ. ໂດຍສະເພາະການກະກຽມກອງປະຊຸມລັດຖະມົນຕີອາຊຽນ-ອີຢູໃນເດືອນມັງກອນ 2019 ທີ່ ບຣຸກແຊນ ແລະ ການກະກຽມກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີໃນທ້າຍ ປີ 2019 ທີ່ ສ.ເກົາຫລີ. ໃນໂອກາດນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນເປັນຕົ້ນແມ່ນບັນຫາທີ່ເປັນສິ່ງທ້າທາຍຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ຂອງໂລກ, ສົງຄາມການຄ້າລະຫວ່າງປະເທດມະຫາອຳນາດ, ບັນຫາການກໍ່ການຮ້າຍ, ໄພພິບັດທໍາມະຊາດ ແລະ ອື່ນໆ.

ໃນກອງປະຊຸມຄັ້ງນີ້, ທ່ານ ລັດຖະມົນຕີ ສະເຫລີມໄຊ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງການຮ່ວມມືເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ການເຊື່ອມຈອດພາກພື້ນເພື່ອຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາໃນອາຊຽນ. ໃນຂະນະດຽວກັນ, ອາຊຽນຄວນສືບຕໍ່ສົ່ງເສີມບົດບາດຄວາມເປັນແກນກາງຂອງຕົນໃນການພົວພັນກັບພາຍນອກ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ