ເພີ່ມ​ທະ​ວີ​ການຮ່ວມ​ມື​ບັນ​ດາ​ການ​ເຄື່ອນ​ໄຫວກວດ​ສອບ​​ບັນ​ຊີລະ​ຫວ່າງ ຫວຽດ​ນາມ ແລະ ລາວ

12:44 | 20/07/2021

ການນຳອົງການກວດສອບບັນຊີແຫ່ງລັດສອງປະເທດ ໄດ້ເຫັນດີເປັນເອກະພາບຈະສຸມໃສ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນບັນດາເຄື່ອນໄຫວປະຈຳໃນໄລຍະທີ່ຜ່ານມາຄື: ແລກປ່ຽນບັນດາຄະນະຜູ້ແທນຂັ້ນການນຳຄຸ້ມຄອງ, ໜູນຊ່ວຍການກວດສອບບັນຊີແຫ່ງລັດ ລາວ ໃນການບູລະນະລະບອບລະບຽບການ, ຈັດຕັ້ງກົນຈັກ, ເພີ່ມທະວີກຳລັງຄວາມສາມາດໃນການກວດສອບສາທາລະນະ.

ຜູ້​ວ່າ​ການ St. Petersburg ສະ​ເໜີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ຜູ້​ວ່າ​ການ St. Petersburg ສະ​ເໜີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ ຫວຽດ​ນາມ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ ຫວຽດ​ນາມ ແລະ ສິງ​ກະ​ໂປ
ເພີ່ມ​ທະ​ວີ​ການຮ່ວມ​ມື​ບັນ​ດາ​ການ​ເຄື່ອນ​ໄຫວກວດ​ສອບ​​ບັນ​ຊີລະ​ຫວ່າງ ຫວຽດ​ນາມ ແລະ ລາວ
ທ່ານເຈິ່ນຊີແທັງ ຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ (ພາບ: VnExpress)

ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານເຈິ່ນຊີແທັງ ຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໄດ້ມີການເຈລະຈາທາງອອນລາຍກັບທ່ານ ປະທານອົງການກວດສອບບັນຊີແຫ່ງລັດ ລາວ ມະໄລທອງ ກົມມະສິດ

ການນຳອົງການກວດສອບບັນຊີແຫ່ງລັດສອງປະເທດ ໄດ້ເຫັນດີເປັນເອກະພາບຈະສຸມໃສ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນບັນດາເຄື່ອນໄຫວປະຈຳໃນໄລຍະທີ່ຜ່ານມາຄື: ແລກປ່ຽນບັນດາຄະນະຜູ້ແທນຂັ້ນການນຳຄຸ້ມຄອງ, ໜູນຊ່ວຍການກວດສອບບັນຊີແຫ່ງລັດ ລາວ ໃນການບູລະນະລະບອບລະບຽບການ, ຈັດຕັ້ງກົນຈັກ, ເພີ່ມທະວີກຳລັງຄວາມສາມາດໃນການກວດສອບສາທາລະນະ.

ຂະແໜງກວດສອບບັນຊີ ສອງປະເທດ ສືບຕໍ່ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວຮ່ວມມື ປີ 2022 ແລະ ຊຸມປີຈະມາເຖິງ ລະຫວ່າງສອງອົງການຢ່າງມີປະສິດທິຜົນ, ແທ້ຈິງ. ສອງຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດອົງການຈັດຕັ້ງ ບັນດາອົງການກວດສອບບັນຊີສູງສຸດ ອາຊີ (ASOSAI) ແລະ ອົງການກວດສອບບັນຊີແຫ່ງລັດສູງສຸດໃນພາກພື້ນ ອາຊຽນ (ASEANSAI) ແລະ ເວທີປາໄສຮ່ວມມືລະຫວ່າງອົງການກວດສອບບັນຊີແຫ່ງລັດ ກຳປູເຈຍ - ລາວ - ຫວຽດນາມ.

ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໄດ້ຈັດສົ່ງບັນດານັກຊ່ຽວຊານ ຫວຽດນາມ ເຂົ້າຮ່ວມແນະນຳອົງການກວດສອບບັນຊີແຫ່ງລັດ ລາວ ໂດຍກົງ ກ່ຽວກັບບັນດາຂົງເຂດຕາມຄວາມຕ້ອງການຄື ງົບປະມານແຫ່ງລັດ, ລົງທຶນກໍ່ສ້າງພື້ນຖານ, ລັດວິສາຫະກິດ, ລົງທຶນໂຄງການ; ບຳລຸງສ້າງນັກກວດສອບບັນຊີ ອົງການກວດສອບບັນຊີແຫ່ງລັດ ລາວ ຢູ່ ຫວຽດນາມ ແລະ ຢູ່ລາວບົນພື້ນຖານຂໍ້ສະເໜີຂອງຝ່າຍ ອົງການກວດສອບບັນຊີແຫ່ງລັດ ລາວ.

vovworld.vn

ເຫດການ
302 Found

Found

The document has moved here.