ອັງກິດ ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບການສົ່ງອອກຜັກ-ໝາກໄມ້ຂອງຫວຽດນາມ

13:16 | 19/07/2021

ດ້ວຍມູນຄ່າການນໍາເຂົ້າຜັກ-ໝາກໄມ້ໃນແຕ່ລະປີບັນລຸກວ່າ 6 ຕື້ປອນ (ເທົ່າກັບ 8,4 ຕື້ໂດລາສະຫະລັດ), ລາຊະອານາຈັກອັງກິດ ແມ່ນຕະຫຼາດໃຫຍ່ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບການສົ່ງອອກຜັກ-ໝາກໄມ້ຂອງຫວຽດນາມ.

ສະຖານກົງສຸນຂອງບັນດາປະເທດ ສະໜັບສະໜູນບ້ວງເງິນ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ສະກັດກັ້ນ ໂລກລະບາດ COVID-19 ທີ່ ນະຄອນໂຮ່ຈິມິນ ສະຖານກົງສຸນຂອງບັນດາປະເທດ ສະໜັບສະໜູນບ້ວງເງິນ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ສະກັດກັ້ນ ໂລກລະບາດ COVID-19 ທີ່ ນະຄອນໂຮ່ຈິມິນ
ເປັນຄັ້ງທຳອິດ, ຫວຽດນາມນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ ເປັນຄັ້ງທຳອິດ, ຫວຽດນາມນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ
ອັງກິດ ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບການສົ່ງອອກຜັກ-ໝາກໄມ້ຂອງຫວຽດນາມ
ກອງປະຊຸມສໍາມະນາມີວິສາຫະກິດສົ່ງອອກ-ນໍາເຂົ້າກ່ຽວກັບຜະລິດຕະພັນກະເສດຂອງຫວຽດນາມ ແລະອັງກິດ ເຂົ້າຮ່ວມຢ່າງຫຼວງຫຼາຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມສໍາມະນາ, ບັນດາວິສາຫະກິດຫວຽດນາມ ໄດ້ແນະນໍາກ່ຽວກັບຕະຫຼາດ Birmingham ຢູ່ເຂດ Midlands. ນີ້ແມ່ນໜຶ່ງໃນບັນດາຕະຫຼາດຂາຍຍົກໃຫຍ່ທີ່ສຸດຢູ່ເອີລົບ, ສະໜອງສະບຽງອາຫານ ແລະຜັກ-ໝາກໄມ້ສົດໃຫ້ໂຮງແຮມ, ຮ້ານອາຫານ, ຮ້ານສັບພະສິນຄ້າ ແລະຮ້ານຂາຍຍ່ອຍໃນທົ່ວປະເທດອັງກິດ. ຕາມທ່ານ Harry ຮວ່ານເຈິ່ນ ຜູ້ອໍານວຍການບໍລິສັດ Midan Global Ltd ແລ້ວ, ນີ້ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນເພື່ອໃຫ້ໝາກໄມ້ ແລະຜະລິດຕະພັນກະເສດຂອງຫວຽດນາມ ແຊກຊຶມເຂົ້າຕະຫຼາດອັງກິດ.

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ຕະຮວ່າງລີງ ຫົວໜ້າກົມຕະຫຼາດເອີລົບ-ອາເມລິກາ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ ພາຍຫຼັງສັນຍາການຄ້າລະຫວ່າງສອງປະເທດມີຜົນສັກສິດ, ການຄ້າສອງຝ່າຍໄດ້ມີຄວາມຄືບໜ້າດີດ້ວຍຍອດມູນຄ່າບັນລຸ 3,3 ຕື້ໂດລາສະຫະລັດໃນ 6 ເດືອນຕົ້ນປີ 2021, ເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໂດຍບໍ່ຫົວຊາຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ການສົ່ງອອກຂອງຫວຽດນາມ ໄປຍັງ ອັງກິດ ບັນລຸມູນຄ່າເກືອບ 2,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 29%. ຕາມທ່ານ ຕະຮວ່າງລີງ ແລ້ວ, ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອັງກິດ ໄດ້ນໍາມາເຊິ່ງກາລະໂອກາດການສໍາຜັດ ແລະເປີດກວ້າງຕະຫຼາດໃຫ້ວິສາຫະກິດສອງປະເທດ, ພ້ອມທັງຊຸກຍູ້ການພົວພັນການຄ້າລະຫວ່າງສອງປະເທດຢ່າງຮອບດ້ານ, ຍາວນານ ແລະເປັນປົກກະຕິ.

la.qdnd.vn

ທ່ານອາດຈະມັກ

302 Found

Found

The document has moved here.