ສື່ມວນຊົນລາວລົງຫຼາຍຂ່າວ/ບົດກ່ຽວກັບການພົວພັນລາວ-ຫວຽດນາມ

18:27 | 16/07/2021

ເຖິງວ່າສະພາບໂລກລະບາດໂຄວິດ-19 ພວມມີການຜັນແປໄປຢ່າງສັບສົນກໍ່ຕາມ, ແຕ່ ລາວ ແລະ ຫວຽດນາມ ຍັງສືບຕໍ່ເພີ່ມທະວີສາຍພົວພັນນັບທັງລວງກວ້າງ ແລະ ລວງເລິກ, ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ - ຫວຽດນາມ.

ສ້າງກອບນິຕິກຳທີ່ໝັ້ນຄົງ ແລະ ຮອບດ້ານສຳລັບການພົວພັນຮ່ວມມື ລະຫວ່າງປະຊາຊົນຫວຽດນາມ ແລະ ອູເບກິດສະຖານ ສ້າງກອບນິຕິກຳທີ່ໝັ້ນຄົງ ແລະ ຮອບດ້ານສຳລັບການພົວພັນຮ່ວມມື ລະຫວ່າງປະຊາຊົນຫວຽດນາມ ແລະ ອູເບກິດສະຖານ
ຊາວຍີ່ປຸ່ນ ຫລາຍກວ່າ 60% ຢາກເດີນທາງໄປທ່ອງທ່ຽວຢູ່ຫວຽດນາມ ຊາວຍີ່ປຸ່ນ ຫລາຍກວ່າ 60% ຢາກເດີນທາງໄປທ່ອງທ່ຽວຢູ່ຫວຽດນາມ
ສື່ມວນຊົນລາວລົງຫຼາຍຂ່າວ/ບົດກ່ຽວກັບການພົວພັນລາວ-ຫວຽດນາມ
(ສື່ມວນຊົນຂອງລາວ ພ້ອມກັນລົງຫຼາຍຂ່າວ/ບົດກ່ຽວກັບສາຍພົວພັນລະຫວ່າງລາວ - ຫວຽດນາມ)

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ຄື: ໜັງສືພິມປະຊາຊົນ, ປະເທດລາວ ພ້ອມກັນລົງຫຼາຍຂ່າວ/ບົດກ່ຽວກັບສາຍພົວພັນລະຫວ່າງລາວ - ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 44 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ - ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2021).

ໃນໜ້າຫຼັກໜັງສືພິມປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກວັນທີ 16 ກໍລະກົດ, ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ “ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ການພົວພັນທາງການທູດລາວ-ຫວຽດນາມ ນັບມື້ນັບພັດທະນາ”. ບົດຂຽນໄດ້ຢືນຢັນວ່າ, ເຖິງວ່າສະພາບໂລກລະບາດໂຄວິດ-19 ພວມມີການຜັນແປໄປຢ່າງສັບສົນກໍ່ຕາມ, ແຕ່ ລາວ ແລະ ຫວຽດນາມ ຍັງສືບຕໍ່ເພີ່ມທະວີສາຍພົວພັນນັບທັງລວງກວ້າງ ແລະ ລວງເລິກ, ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ - ຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງອອກຜ່ານການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຂອງການນຳພັກ, ລັດ ລາວ ຫວ່າງມໍ່ໆມນີ້.

ສ່ວນໜັງສືພິມ ປະເທດລາວ ຂອງສຳນັກຂ່າວສານຫວຽດນາມ, ສະບັບອອກວັນທີ 16 ກໍລະກົດ ກໍ່ໄດ້ລົງບົດຂຽນຢູ່ໜ້າຫຼັກທີ່ມີຫົວຂໍ້ວ່າ “ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ຍື່ນຍົງຕະຫຼອດໄປ”. ບົດຂຽນໃຫ້ຮູ້ວ່າ, ພາຍຫຼັງທີ່ ລາວ ແລະ ຫວຽດນາມ ໄດ້ປົດປ່ອຍຢ່າງສົມບູນ, 2 ຝ່າຍໄດ້ຊຸກຍູ້ການພົວພັນຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນສູງ. ປະຈຸບັນ, ສາຍພົວພັນນີ້ໄດ້ກາຍເປັນມໍລະດົກອັນລຳຄ່າຂອງທັງ 2 ຊາດ, ແມ່ນກົດເກນຂອງການພັດທະນາລະຫວ່າງ 2 ຊາດ, ແມ່ນໜຶ່ງໃນບັນດາປັດໃຈຕັດສິນເຖິງໄຊຊະນະໃນພາລະກິດປະຕິວັດລາວ ແລະ ຫວຽດນາມ. ບົດຂຽນຢືນຢັນວ່າ, ເລື່ອງ 2 ປະເທດລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໄດ້ກາຍເປັນເຫດການມີຄວາມໝາຍສຳຄັນຍິ່ງທາງດ້ານປະຫວັດສາດ, ສາຍພົວພັນດັ່ງກ່າວໄດ້ກາຍເປັນກົດເກນເປັນຕາຍ ແລະ ການພັດທະນາຂອງ 2 ປະເທດ, ແມ່ນສາຍພົວພັນທີ່ຫາຍາກໃນການພົວພັນສາກົນ ແລະ ໃນໂລກ.

vovworld.vn

ເຫດການ
302 Found

Found

The document has moved here.