ພັດທະນາການທ່ອງທ່ຽວຢູ່ ກົນດ໋າວ ຕາມທິດຍືນຍົງ

14:41 | 15/06/2021

ກົນດ໋າວ ຂຶ້ນກັບແຂວງ ບາເຣັຍ - ຫວຸງເຕົ່າ. ດ້ວຍສະພາບແວດລ້ອມທີ່ຮົກເຮື້ອ, ອາກາດປອດໂປ່ງ, ທິວທັດທຳມະຊາດສວຍສົດງົດງາມ ພິເສດໄດ້ຮັບການເລືອກເຟັ້ນ ຈາກວາລະສານທ່ອງທ່ຽວໂລກ ໃນຫຼາຍປີລຽນຕິດ ແມ່ນແຫ່ງທີ່ມີນ້ຳທະເລຂຽວງາມທີ່ສຸດ, ໝູ່ເກາະລຶກລັບມະຫັດສະຈັນທີ່ສຸດໃນໂລກ. ໃນຫຼາຍປີຜ່ານມາ ກົນດ໋າວ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ການພັດທະນາທ່ອງທ່ຽວແບບຍືນຍົງ ກໍ່ຄືການຮັກສາສິ່ງແວດລ້ອມ ແລະ ລະບົບ ສັດ, ພຶກສາຊາດ ກໍ່ແມ່ນການກຳນົດທິດພັດທະນາຂອງແຂວງໃນໄລຍະປັດຈຸບັນ ແລະ ໃນຊຸມປີທີ່ຈະມາເຖິງ

ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19 ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19
ຊຸກຍູ້ການເຄື່ອນໄຫວໂຄສະນາເຜີຍແຜ່ດ້ວຍທາງອິນເຕີເນັດ ກ່ຽວກັບວັນມະຫາສະມຸດໂລກ, ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ຊຸກຍູ້ການເຄື່ອນໄຫວໂຄສະນາເຜີຍແຜ່ດ້ວຍທາງອິນເຕີເນັດ ກ່ຽວກັບວັນມະຫາສະມຸດໂລກ, ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ
ພັດທະນາການທ່ອງທ່ຽວຢູ່ ກົນດ໋າວ ຕາມທິດຍືນຍົງ
ທິວທັດຢູ່ກົນດ໋າວ

ກົນດ໋າວ ແມ່ນກຸ່ມເກາະນ້ອຍໃຫຍ່ 16 ໜ່ວຍ, ມີລະບົບຊີວະພາບທຳມະຊາດເກືອບເໝືອນເດີມ, ນອນຢູ່ຫ່າງຈາກນະຄອນ ຫວຸງເຕົ່າ ປະມານ 185 ກິໂລແມັດ ແລະ ນະຄອນໂຮ່ຈີມິນ 230 ກິໂລແມັດ. ລະບົບຊີວະພາບທະເລ ແລະ ແຄມທະເລມີຄວາມເປັນເອກລັກ ຫຼາຍຮູບຫຼາຍສີ ພ້ອມກັບສິ່ງທີ່ມີຊີວິດຫຼາຍຊະນິດຢູ່ທະເລທີ່ເປັນເອກະລັກ, ອາກາດອົບອຸ່ນແທດເໝາະກັບການພັດທະນາບັນດາປະເພດທ່ອງທ່ຽວ ພັກຜ່ອນຕາກອາກາດ ແລະ ທ່ອງທ່ຽວວັດທະນະທຳຈິດວິນຍານ.

ດ້ວຍທີ່ຕັ້ງພູມມີປະເທດສະດວກສະບາຍ ແລະ ປັດໄຈປະຫວັດສາດທີ່ສະຫງ່າອົງອາດ ນັບແຕ່ປີ 2015 ກົນດ໋າວ ໄດ້ຮັບການ ເຊັນອະນຸມັດແຜນຜັງສັງລວມ ພັດທະນາການທ່ອງທ່ຽວລະດັບຊາດຈາກນາຍົກລັດຖະມົນຕີ. ດ້ວຍບັນດາລະບົບຊີວະພາບ, ປູຊະນີຍະສະຖານປະຫວັດສາດ, ປູຊະນີຍະສະຖານປະຕິວັດທີ່ລືຊື່ຄື ຄຸກກົນດ໋າວ, ເຂດສຸສານ ຮ່າງເຢືອງ, ໃນນັ້ນ ມີ ຄຸກກົນດ໋າວ ໄດ້ຮັບການຮັບຮອງ ແມ່ນປູຊະນີຍະສະຖານລະດັບຊາດພິເສດ ອັນໄດ້ຕອບສະໜອງໃຫ້ແກ່ການທ່ອງທ່ຽວຢ້ຽມຊົມທັດສະນະສຶກສາ. ນອກຈາກນັ້ນ ບັນດາງານບຸນວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳອັນເປັນປະເພນີ ຂອງປະຊາຊົນເຂດແຄມທະເລ ໄດ້ ແລະ ພວມຮັກສາພັດທະນາກາຍເປັນຕົວເມືອງມໍລະດົກ ກ່ຽວກັບວັດທະນະທຳ ແລະ ທ່ອງທ່ຽວ. ໃນໄລຍະ 2017 - 2019 ຈຳນວນແຂກທ່ອງທ່ຽວ ມາທ່ອງທ່ຽວຢູ່ ກົນດ໋າວ ໄດ້ເພີ່ມຂຶ້ນສະເລ່ຍ 20% ຕໍ່ປີ, ລະດັບການເຕີບໂຕລາຍໄດ້ຂອງການທ່ອງທ່ຽວ ສະເລ່ຍບັນລຸ 15,5% ຕໍ່ປີ. ທ່ານ ເລງອກແຄັ໊ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ບາເຣັຍ - ຫວຸງເຕົ່າ ຢືນຢັນວ່າ:

“ບັນດາແຫຼ່ງກຳລັງທາງດ້ານການທ່ອງທ່ຽວ ໄດ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຍົກສູງຄຸນນະພາບເທື່ອລະກ້າວ. ບັນດາເຮືອໃຊ້ຄວາມໄວສູງ ເພື່ອຮັບໃຊ້ແຂກທ່ອງທ່ຽວ ໄດ້ຮັບການລົງທຶນ, ການສັນຈອນໄປມາລະຫວ່າງດິນຕໍ່ແຜ່ນ ແລະ ກົນດ໋າວ ນັບມື້ມີຄວາມສະດວກ ແລະ ໄດ້ຫຼຸດຜ່ອນເວລາໄປມາລົງ, ບັນດາການບໍລິການພັກເຊົາ ກິນດື່ມ ຍານພາຫະນະໄປມາສູ່ ກົນດ໋າວ ໄດ້ຮັບການລົງທຶນພັດທະນາ ເພື່ອຮັບໃຊ້ແຂກທ່ອງທ່ຽວ”.

ແຕ່ເຖິງຢ່າງໃດກໍ່ຕາມ ແຂກທ່ອງທ່ຽວມາທ່ອງທ່ຽວຢູ່ ກົນດ໋າວ ໄດ້ເພີ່ມຂຶ້ນ ກໍ່ພາໃຫ້ເກີດ ຫຼາຍບັນຫາ. ບັນດາຄວາມຕ້ອງການທີ່ຈຳເປັນຄື ລະບົບໂຄງລ່າງຄົມມະນາຄົມ, ໄຟຟ້າ, ນ້ຳໃຊ້, ລະບົບບຳບັດນ້ຳເສຍ, ຂີ້ເຫຍື່ອ… ກໍ່ຕ້ອງຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ໃນການພັດທະນາການທ່ອງທ່ຽວຢ່າງທັນການ, ນອກຈາກນັ້ນ ພ້ອມກັບການທ່ອງທ່ຽວທາງດ້ານຈິດວິນຍານ ກົນດ໋າວ ຍັງມາປ່າສະຫງວນແຫ່ງຊາດ ໄດ້ຮັບຖືວ່າແມ່ນເຂດ ຣາມຊາ ຂອງໂລກ ດ້ວຍລະບົບສັດ ພຶກສາຊາດທີ່ອຸດົມສົມບູນ ພວມຖືກນຳເຂົ້າປຶ້ມແດງ ແລະ ຄວນໄດ້ຮັບການປົກປັກຮັກສາຢ່າງເຂັ້ມງວດ. ທ່ານ ຫງວຽນຄັກຟໍ ຜູ້ອຳນວຍການເຂດປ່າສະຫງວນແຫ່ງຊາດ ກົນດ໋າວ ຖືວ່າ:

“ໃນຊຸມປີມໍ່ໆມານີ້ ກົນດ໋າວ ໄດ້ດຶງດູດຈຳນວນແຂກທ່ອງທ່ຽວຫຼາຍພໍສົມຄວນ, ພ້ອມກັນນັ້ນ ດ້ານຫຼັງຂອງມັນກໍ່ມີຫຼາຍກຳລັງດັນໃນການອະນຸລັກຮັກສາລະບົບຊີວະພາບ. ຖ້າຫາກພວກເຮົາດັດປັບຈຳນວນແຂກທ່ອງທ່ຽວເຂົ້າມາຢ້ຽມຊົມ ທັດສະນະສຶກສາຢູ່ເກາະຕ່າງໆທີ່ເໝາະສົມນັ້ນ ບັນຫາປົກປັກຮັກສາສິ່ງແວດລ້ອມ, ລະບົບຊີວະພາບກໍ່ສືບຕໍ່ໄດ້ຮັບການຮັກສາໄວ້. ແຕ່ພວກເຮົາກໍ່ຢາກມີການຮ່ວມມື ຈາກວົງຄະນາຍາດ ໃຫ້ມີຄວາມເຂົ້າໃຈ ແລະ ເຮັດຖືກຕ້ອງຕາມລະບຽບການນັ້ນ, ພວກເຮົາກໍ່ຈະສາມາດຮັກສາ ກົນດ໋າວ ໃຫ້ຂຽວສະອາດ ແລະ ສວຍງາມຫຼາຍຂຶ້ນ”.

ເພື່ອນຳ ກົນດ໋າວ ກາຍເປັນເຂດທ່ອງທ່ຽວທີ່ມີຄຸນນະພາບສູງ ບັນລຸລະດັບພາກພື້ນ ແລະ ສາກົນ, ໃນໄລຍະທີ່ຈະມາເຖິງ ເມືອງ ກົນດ໋າວ ເວົ້າສະເພາະ ແລະ ແຂວງ ບາເຣັຍ - ຫວຸງເຕົ່າ ເວົ້າລວມ ໄດ້ສ້າງແຜນການພັດທະນາການທ່ອງທ່ຽວ ກົນດ໋າວ ໃຫ້ບັນລຸຄຸນນະພາບສູງ, ຂຽວສະອາດ ແລະ ຍືນຍົງ ໃນໄລຍະ 2020 - 2025 ປະກອບສ່ວນພັດທະນາ ກົນດ໋າວ ກາຍເປັນເຂດທ່ອງທ່ຽວ ລະດັບຊາດຢ່າງແທ້ຈິງຖືກຕາມກຳນົດທິດຂອງນາຍົກລັດຖະມົນຕີ. ທ່ານ ເລງອກແຄ໊ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ບາເຣັຍ - ຫວຸງເຕົ່າ ໃຫ້ຮູ້ວ່າ:

“ຄະນະພັກແຂວງ ຄະນະກຳມະການປະຊາຊົນແຂວງ ໄດ້ຊີ້ນຳບັນດາພະແນກ ຂະແໜງການ ຜັນຂະຫຫຍາຍບັນດາໂຄງການໂຄສະນາ ສົ່ງເສີມການທ່ອງທ່ຽວ ແຜນການພັດທະນາບັນດາຜະລິດຕະພັນທ່ອງທ່ຽວ, ລົງທຶນພັດທະນາພື້ນຖານໂຄງລ່າງເຕັກນິກ, ໂຄງລ່າງຕົວເມືອງ, ໂຄງລ່າງສິ່ງແວດລ້ອມ, ແຜນການບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ຮັບໃຊ້ການທ່ອງທ່ຽວ. ພ້ອມກັນນັ້ນ ວຽກງານການຈັດຕັ້ງຄຸ້ມຄອງປະຕິບັດແຜນກຳນົດເຂດທ່ອງທ່ຽວລະດັບຊາດ ກໍ່ໄດ້ຮັບການປະຕິບັດຢ່າງເປັນປະຈຳ ຕາມນະໂຍບາຍ ແລະ ການກຳນົດທິດຂອງແຂວງ”.

ດ້ວຍການກຳນົດທິດພັດທະນາຢ່າງຈະແຈ້ງ, ໃນໄລຍະທີ່ຈະມາເຖິງ ແນ່ນອນວ່າ ການທ່ອງທ່ຽວຢູ່ ກົນດ໋າວ ຈະບໍ່ຢຸດຢູ່ໃນການນຳໃຊ້ບັນດາຄຸນຄ່າທຳມຊາດເທົ່ານັ້ນ ຫາກຍັງນຳໃຊ້ບັນດາຄຸນຄ່າທາງດ້ານວັດທະນະທຳ, ບັນດາປູຊະນີຍະສະຖານ ແລະ ງານບຸນໃນລະດັບສູງສຸດອີກດ້ວຍ.

ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ

ຍສໝ - ​ທີ່​ພິ​ທີ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ​ຽນ​ມິງວູ ໄດ້​ຢັ້ງ​ຢືນ​ວ່າ ​ທ່ານ Siegfried Sommer ແລະທ່ານ Paul Hoffmann ແມ່ນເພື່ອນ​ມິດ​ສະ​ໜິດ​ສະ​ໜົມ, ແທດ​ຈິງ, ສະ​ໜິດ​ຕິດ​ພັນ​ກັບຫວຽດ​ນາມ.

ພຽງ​ແຕ່​ຢາກ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ລູກໆ ພຽງ​ແຕ່​ຢາກ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ລູກໆ

ຍສໝ - ໃນ​ໄລ​ຍະ​ເວ​ລາເກືອບ 40 ປີ​ທີ່​ຜ່ານ​ມາ, ຜົວ​ເມຍລຸງເຈິ່ນ​ວັນ​ຢຶຍ (ຕາ​ແສງເທື້ອງ​ລອງ, ເມືອງນາມ​ດົ່ງ, ເທື່ອ​ທຽນ - ເຫ້ວ) ​ບໍ່​ມີ​ຄືນ​ໃດ​ທີ່ຈະໄດ້​ນອນ​ລັບ​ຝັນ​ດີ​ ຍ້ອ​ນ​ລູກ 3 ຄົນ​ຂອງ​ລຸງຖືກ​ຕິດ​ແປດທາດ​ພິດ​ສີ​ສົ້ມ.

ລະວັງກັບການສະເໜີທີ່ເຄືຍຂ່າຍອິນເຕີແນດວ່າ “ວຽກງານຢ່າງເບົາບາງ ແຕ່ມີລາຍໄດ້ສູງ” ໃນກຳປູເຈຍ ລະວັງກັບການສະເໜີທີ່ເຄືຍຂ່າຍອິນເຕີແນດວ່າ “ວຽກງານຢ່າງເບົາບາງ ແຕ່ມີລາຍໄດ້ສູງ” ໃນກຳປູເຈຍ

ຍສໝ - ແຈ້ງການຂອງສະຖານທູດຫວຽດນາມ ປະຈຳກຳປູເຈຍ ໃຫ້ຮູ້ວ່າ: ກິດຈະກຳແກ່ດຶງ ແລະ ນຳເອົາຊາວຫວຽດນາມ ມາກຳປູເຈຍເຮັດວຽກ “ເບົາບາງ ແຕ່ມີລາຍໄດ້ສູງ” ໂດຍມີຄົນຈີນຈໍານວນໜຶ່ງເປັນຫົວໂປ່, ດ້ວຍການເຂົ້າຮ່ວມຂອງຊາວຫວຽດນາມ ແລະ ກຳປູເຈຍ…

vovworld.vn

ເຫດການ
302 Found

Found

The document has moved here.