ມໍລະດົກແທນ ເຊື່ອມສາຍໃຍວັດທະນະທຳຫວຽດນາມ - ລາວ

15:09 | 20/08/2026

ຍສໝ - ຈາກສຽງພິນຕິ໊ງ, ບົດຂັບແທນ ໄປຈົນເຖິງພິທີເອີ້ນຂວັນ ແລະ ຜູກຂໍ້ມື, ບັນດາມໍລະດົກຂອງກຸ່ມພາສາໄຕ - ໄທ ໃນຫວຽດນາມ ໄດ້ນຳຜູ້ຊົມລາວສຳຜັດກັບຄວາມໃກ້ຄຽງກັນທາງຮີດຄອງປະເພນີ ແລະ ວິຖີຊີວິດ. ສິ່ງເຫຼົ່ານີ້ໄດ້ຮັບການຖ່າຍທອດຜ່ານລາຍການວາງສະແດງ ແລະ ສາທິດຄວາມເຊື່ອແທນ ຢູ່ວຽງຈັນ ແຕ່ວັນທີ 17-19 ສິງຫາ.

ຫວຽດນາມ - ລາວ ເພີ່ມທະວີການປະສານງານດ້ານຂໍ້ມູນຂ່າວສານຕ່າງປະເທດ ນຳເລື່ອງລາວຫວຽດນາມເຂົ້າໃກ້ປະຊາຊົນເວເນຊູເອລາຍິ່ງຂຶ້ນ

ແຕ່ວັນທີ 17-19 ສິງຫາ, ສູນວັດທະນະທຳຫວຽດນາມ ປະຈຳລາວ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດລາຍການວາງສະແດງ ແລະ ສາທິດພາຍໃຕ້ຫົວຂໍ້ “ການປະຕິບັດຄວາມເຊື່ອແທນຂອງກຸ່ມພາສາໄຕ - ໄທ”. ກິດຈະກຳໄດ້ແນະນຳຄຸນຄ່າວັດທະນະທຳອັນເປັນເອກະລັກຂອງບັນດາຊົນເຜົ່າໃນຫວຽດນາມ ສູ່ສາທາລະນະຊົນລາວ, ພ້ອມທັງສະທ້ອນຄວາມຄ້າຍຄືກັນຫຼາຍດ້ານໃນຊີວິດທາງຈິດໃຈຂອງປະຊາຊົນສອງປະເທດ.

ພື້ນທີ່ວາງສະແດງໄດ້ແບ່ງອອກເປັນ 5 ຫົວຂໍ້, ນຳສະເໜີຕັ້ງແຕ່ຖິ່ນຖານທີ່ຢູ່ອາໄສ, ວິທີການປູກເຂົ້ານາ, ສິລະປະການຕ່ຳຜ້າ, ຜ້າຍ້ອມຄາມພື້ນເມືອງ ຈົນເຖິງພິທີກຳຄວາມເຊື່ອແທນ, ການອະນຸລັກພິນຕິ໊ງ ແລະ ການສະແດງບົດຂັບແທນບູຮານ.

ດ້ວຍເອກະສານ ແລະ ຮູບພາບ 54 ລາຍການ, ວັດຖຸຈັດສະແດງ 119 ລາຍການ ແລະ ການສາທິດພິທີກຳຄັດຫຍໍ້ 12 ຕອນ, ລາຍການໄດ້ຈຳລອງພາບວິຖີຊີວິດຂອງ 8 ຊົນເຜົ່າໃນກຸ່ມພາສາໄຕ - ໄທ ຢູ່ຫວຽດນາມ ປະກອບມີ ໄຕ່, ໄທ, ນຸ່ງ, ລາວ, ລື້, ໂບ໋ອີ, ຊານໄຈ ແລະ ໄຢ໋.

ມໍລະດົກແທນ ເຊື່ອມສາຍໃຍວັດທະນະທຳຫວຽດນາມ - ລາວ
ພໍ່ເເທນປະຕິບັດພິທີຂັບລຳບູຊາ ແລະ ອວຍພອນໃຫ້ເຈົ້າເຮືອນພົບແຕ່ສິ່ງດີງາມ.

ສຳລັບຊຸມຊົນໃນເຂດພາກຕາເວັນອອກສ່ຽງເໜືອ ແລະ ພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມ, ເຮືອນຮ້ານ, ເຄື່ອງນຸ່ງຍ້ອມຄາມ ແລະ ລະບົບຊົນລະປະທານ “ເໝືອງ, ຝາຍ, ຫຼາຍ, ລິ່ນ” ລ້ວນແຕ່ຜູກພັນກັບວິຖີການປູກເຂົ້ານາ. ຈາກຊີວິດທີ່ໃກ້ຊິດກັບທຳມະຊາດນັ້ນ ໄດ້ກໍ່ຕົວເປັນຄວາມເຊື່ອວ່າທຸກສິ່ງລ້ວນມີຈິດວິນຍານ, ມີເທວະດາ ແລະ ອົງສູງສຸດທີ່ເອີ້ນວ່າ “ແທນ” ຫຼື “ຟ້າ”, ພ້ອມກັບແນວຄິດກ່ຽວກັບຈັກກະວານທີ່ປະກອບມີ ເມືອງຟ້າ, ເມືອງດິນ ແລະ ເມືອງນ້ຳ.

ຈາກພື້ນຖານຄວາມເຊື່ອດັ່ງກ່າວ, ສິລະປະການຂັບແທນຈຶ່ງໄດ້ຖືກສ້າງສັນ ແລະ ສືບທອດມາຫຼາຍຮຸ່ນຄົນ. ບັນດາບົດຂັບແທນປະກອບຢູ່ໃນພິທີກຳປິ່ນປົວພະຍາດ, ຂໍພອນ, ຂໍໂຊກລາບ, ຂໍໃຫ້ພືດຜົນອຸດົມສົມບູນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດ. ສິລະປະປະເພດນີ້ຍັງປະສານທັງບົດຮ້ອງ, ທຳນອງ, ທ່າຟ້ອນ ແລະ ຫັດຖະກຳພື້ນເມືອງເຂົ້າດ້ວຍກັນ.

ໃນຊຸດປະກອບພິທີ, ພໍ່ແທນມືໜຶ່ງສັ່ນເຄື່ອງດົນຕີ, ອີກມືໜຶ່ງດີດພິນຕິ໊ງ, ພ້ອມກັບຂັບລຳນຳພາຜູ້ຮ່ວມພິທີເຂົ້າສູ່ການເດີນທາງທາງຈິດວິນຍານ ເພື່ອອວຍພອນໃຫ້ຊຸມຊົນມີຄວາມສະຫງົບສຸກ ແລະ ສຸຂະພາບດີ.

ທ່ານນາງ ໂຕທິທູຈາງ, ຜູ້ອຳນວຍການຫໍພິພິທະພັນວັດທະນະທຳບັນດາເຜົ່າຫວຽດນາມ ໃຫ້ຮູ້ວ່າ ແທນບໍ່ພຽງແຕ່ເປັນມໍລະດົກວັດທະນະທຳນາມມະທຳຕົວແທນຂອງມວນມະນຸດທີ່ UNESCO ຮັບຮອງເທົ່ານັ້ນ, ແຕ່ຍັງບັນຈຸບັນດາ “ລະຫັດວັດທະນະທຳ” ທີ່ສາມາດສ້າງຄວາມຮູ້ສຶກຄຸ້ນເຄີຍ ແລະ ໃກ້ຊິດກັບປະຊາຊົນລາວໄດ້ຢ່າງເປັນທຳມະຊາດ.

ຕາມທ່ານນາງ ໂຕທິທູຈາງ ແລ້ວ, ບັນດາຊົນເຜົ່າໃນກຸ່ມພາສາໄຕ - ໄທ ຢູ່ຫວຽດນາມ ແລະ ຊົນເຜົ່າຫຼາຍກຸ່ມຢູ່ລາວ ມີຈຸດຮ່ວມກັນຫຼາຍດ້ານ, ນັບແຕ່ຮີດຄອງປະເພນີ, ວິຖີຊີວິດ ຈົນເຖິງແນວຄິດກ່ຽວກັບຈັກກະວານ. ການນຳມໍລະດົກແທນມາຈັດສະແດງຢູ່ວຽງຈັນ ຈຶ່ງເປີດໂອກາດໃຫ້ສາທາລະນະຊົນໄດ້ຄົ້ນພົບຄວາມໃກ້ຄຽງກັນດັ່ງກ່າວ, ພ້ອມທັງເຫັນໄດ້ເຖິງຄຸນຄ່າຂອງມໍລະດົກທີ່ບັນພະບຸລຸດໄດ້ຮັກສາ ແລະ ສືບທອດມາ.

ຄວາມໃກ້ຄຽງກັນນີ້ຍັງຖືກສຳຜັດຜ່ານການສະແດງຂອງບັນດາສິລະປິນພື້ນເມືອງ. ທ່ານ ຫງວຽນ ວັນ ເທາະ, ສິລະປິນຂັບແທນ ໃຫ້ຮູ້ວ່າ ເນື່ອງຈາກພາສາຂອງບັນດາຊົນເຜົ່າຢູ່ໃນຕະກູນພາສາໄທ - ກະໄດດຽວກັນ, ບັນດາສິລະປິນຫວຽດນາມຈຶ່ງສາມາດເຂົ້າໃຈພາສາລາວທີ່ໃຊ້ສື່ສານໄດ້ປະມານ 50-60%.

ໃນຂະນະສະແດງ, ທ່ານ ຫງວຽນ ວັນ ເທາະ ສັງເກດເຫັນວ່າ ຜູ້ຊົມລາວຕິດຕາມບັນດາບົດຂັບແທນຢ່າງຕັ້ງໃຈ, ສາມາດເຂົ້າໃຈເນື້ອໃນ ແລະ ຮັບຮູ້ເຖິງພະລັງທາງຈິດວິນຍານ ກໍຄືປັດຊະຍາຊີວິດທີ່ຖ່າຍທອດຜ່ານສຽງຂັບລຳ.

ທາງດ້ານທ່ານນາງ ໄຊທານິດ ສົມພະວັນ, ພະນັກງານກະຊວງວັດທະນະທຳ ແລະ ທ່ອງທ່ຽວລາວ ໄດ້ສະແດງຄວາມປະທັບໃຈເປັນພິເສດຕໍ່ພິທີເອີ້ນຂວັນ ແລະ ຜູກຂໍ້ມືທີ່ບັນດາສິລະປິນຫວຽດນາມນຳມາສະແດງ. ທ່ານນາງໃຫ້ຮູ້ວ່າ ພິທີນີ້ມີຫຼາຍຈຸດຄ້າຍຄືກັບພິທີ Baci ຫຼື Soukhwan ຂອງລາວ, ເພາະຕ່າງກໍມີຮາກຖານຈາກຄວາມເຊື່ອກ່ຽວກັບ “ດວງວິນຍານ” ແລະ “ຂວັນ”, ໂດຍນຳໃຊ້ສາຍຝ້າຍຜູກຂໍ້ມື ພ້ອມຄຳອວຍພອນໃຫ້ມີຄວາມສະຫງົບສຸກ, ໂຊກດີ ແລະ ຄວາມຜູກພັນພາຍໃນຄອບຄົວ.

ທ່ານນາງ ໄຊທານິດ ສົມພະວັນ ເນັ້ນວ່າ ຄວາມຄ້າຍຄືກັນເຫຼົ່ານີ້ສະທ້ອນໃຫ້ເຫັນວ່າ ບັນດາຊຸມຊົນມີຄຸນຄ່າວັດທະນະທຳຮ່ວມກັນຫຼາຍປະການ, ຂະນະດຽວກັນກໍເຕືອນໃຫ້ຄົນຮຸ່ນປັດຈຸບັນຕະໜັກເຖິງຄວາມຮັບຜິດຊອບໃນການອະນຸລັກ, ສືບທອດ ແລະ ຖ່າຍທອດຮີດຄອງປະເພນີອັນດີງາມໃຫ້ແກ່ຄົນຮຸ່ນໜຸ່ມ.

ຜ່ານລາຍການວາງສະແດງຢູ່ວຽງຈັນ, ຄວາມເຊື່ອແທນຂອງກຸ່ມພາສາໄຕ - ໄທ ໃນຫວຽດນາມ ແລະ ບັນດາພິທີກຳພື້ນເມືອງຂອງລາວ ໄດ້ສະແດງໃຫ້ເຫັນຮາກເຫງົ້າວັດທະນະທຳທີ່ໃກ້ຄຽງກັນ ແລະ ວິຖີຊີວິດທີ່ຜູກພັນກັບການປູກເຂົ້ານາ. ເຖິງແມ່ນແຕ່ລະຊຸມຊົນຈະມີຮູບແບບພິທີກຳທີ່ແຕກຕ່າງກັນ, ແຕ່ລ້ວນມຸ່ງໄປສູ່ຄຸນຄ່າຂອງຄວາມກະຕັນຍູ, ຄວາມຮັກບ້ານເກີດເມືອງນອນ, ການດຳລົງຊີວິດຢ່າງກົມກຽວກັບທຳມະຊາດ ແລະ ຄວາມເອື້ອເຟື້ອເຜື່ອແຜ່.

ການໄດ້ຊົມວັດຖຸຈັດສະແດງ, ສຳຜັດພິທີກຳຕົວຈິງ ແລະ ສົນທະນາກັບບັນດາສິລະປິນພື້ນເມືອງ, ນັກຄົ້ນຄວ້າ ໄດ້ຊ່ວຍໃຫ້ສາທາລະນະຊົນລາວເຂົ້າໃຈວັດທະນະທຳຂອງຫວຽດນາມໄດ້ເລິກເຊິ່ງຍິ່ງຂຶ້ນ. ຈາກຄວາມຄ້າຍຄືກັນທີ່ຄົ້ນພົບ, ວັດທະນະທຳໄດ້ກາຍເປັນຂົວເຊື່ອມອັນໃກ້ຊິດ, ປະກອບສ່ວນຮັດແໜ້ນມິດຕະພາບ, ຄວາມສາມັກຄີພິເສດ ແລະ ຄວາມຜູກພັນລະຫວ່າງປະຊາຊົນຫວຽດນາມ - ລາວ.

ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ
ຍສໝ - ບັນດາຜົນງານ ແລະ ການອຸທິດຂອງສະຫາຍ ໄຊສົມພອນ ພົມວິຫານ ໄດ້ປະໄວ້ຮ່ອງຮອຍອັນເລິກເຊິ່ງ, ປະກອບສ່ວນສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ສາຍພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການສືບທອດ ແລະ ພັດທະນາໃຫ້ນັບມື້ນັບມີເນື້ອໃນຕົວຈິງ, ມີປະສິດທິຜົນ ແລະ ຍືນຍົງ.
ວິສາຫະກິດຫວຽດນາມເປີດກວ້າງການລົງທຶນຢູ່ພາກໃຕ້ລາວ ວິສາຫະກິດຫວຽດນາມເປີດກວ້າງການລົງທຶນຢູ່ພາກໃຕ້ລາວ
ຍສໝ​ - ໃນ 6 ເດືອນຕົ້ນປີ 2026, ມີວິສາຫະກິດຫວຽດນາມເພີ່ມອີກ 5 ແຫ່ງ ເຂົ້າມາລົງທຶນຢູ່ພາກໃຕ້ລາວ. ຄຽງຄູ່ກັບການຊຸກຍູ້ການເຊື່ອມຕໍ່ດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ແລະ ສະມາຄົມວິສາຫະກິດຫວຽດນາມຢູ່ລາວ (AVILA) ພາກໃຕ້ລາວ ໄດ້ປະສານສົມທົບກັນສະໜັບສະໜູນວິສາຫະກິດໃນການແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດໃນຂະບວນການດຳເນີນງານຢູ່ໃນພື້ນທີ່.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ