| ເພື່ອໃຫ້ການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ: ຄວາມຕ້ອງການ “ພົບ” ແຫຼ່ງກຳລັງ ຈັດກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ |
![]() |
| ທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງປະຈຳຫວຽດນາມ ຢ້ຽມຢາມໂຮງຕັດຫຍິບ Ngok Bay, ບ່ອນທີ່ແມ່ຍິງໜຸ່ມ 25 ຄົນ ໄດ້ຮັບການຝຶກວິຊາຊີບຕັດຫຍິບ, ຢູ່ກອນຕູມ, ເດືອນກໍລະກົດ 2026. |
ໃນສານດັ່ງກ່າວ, ທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງປະຈຳຫວຽດນາມ ຕີລາຄາວ່າ ໃນຊຸມປີຜ່ານມາ ຫວຽດນາມໄດ້ບັນລຸຄວາມຄືບໜ້າທີ່ສຳຄັນຫຼາຍດ້ານ ໃນການພັດທະນາເສດຖະກິດ - ສັງຄົມ, ການເປີດກວ້າງສູ່ສາກົນ ແລະ ການປັບປຸງສະພາບການດຳລົງຊີວິດຂອງປະຊາຊົນ. ຕາມທ່ານ, ຜົນສຳເລັດເຫຼົ່ານີ້ແມ່ນໝາກຜົນຈາກຄວາມພະຍາຍາມຂອງທົ່ວລະບົບການເມືອງຫວຽດນາມ; ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນຄວາມພະຍາຍາມຮ່ວມດັ່ງກ່າວ ຜ່ານກິດຈະກຳການຕ່າງປະເທດປະຊາຊົນ ແລະ ການເພີ່ມທະວີສາຍພົວພັນມິດຕະພາບກັບບັນດາຄູ່ຮ່ວມສາກົນ.
ທ່ານເອກອັກຄະລັດຖະທູດ ຍັງກ່າວເຖິງສາຍພົວພັນຮ່ວມມືອັນແໜ້ນແຟ້ນ ແລະ ຍາວນານ ລະຫວ່າງສະຖານທູດຝຣັ່ງປະຈຳຫວຽດນາມ ກັບສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ຝຣັ່ງ, ເຊິ່ງແມ່ນອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. ການຮ່ວມມືນີ້ ແນໃສ່ພັດທະນາເຄືອຂ່າຍຄູ່ຮ່ວມ ຝຣັ່ງ - ຫວຽດນາມ ແລະ ສະໜັບສະໜູນການແລກປ່ຽນລະຫວ່າງສອງປະເທດ ໃນບັນດາຂົງເຂດວັດທະນະທຳ, ສາທາລະນະສຸກ, ການສຶກສາ ແລະ ຊາວໜຸ່ມ.
![]() |
| ທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງປະຈຳຫວຽດນາມ ຕີກອງ “ຟ້າຮ້ອງ” ທີ່ວັນມ໋ຽວ - ກວັກຕື໋ຢ໋າມ ໃນຕົ້ນປີ 2026. |
ຕາມເນື້ອໃນຂອງສານ, ສະຖານທູດຝຣັ່ງ ແລະ ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ຝຣັ່ງ ຍັງໄດ້ຮ່ວມກັນພະຍາຍາມຊຸກຍູ້ເປົ້າໝາຍຂອງມະຕິເລກທີ 57 ກ່ຽວກັບການນຳວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ກາຍເປັນແຮງຂັບເຄື່ອນການເຕີບໂຕ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ນີ້ກໍແມ່ນຈິດໃຈທີ່ຝ່າຍຝຣັ່ງປາຖະໜາຈະສະແດງອອກ ໃນການຢ້ຽມຢາມທາງການທີ່ຈະມາເຖິງຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຢູ່ຝຣັ່ງ.
ທ່ານຍັງໄດ້ກ່າວເຖິງການທີ່ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ຝຣັ່ງ ໄດ້ຮັບຫຼຽນໄຊແຮງງານ ຊັ້ນສອງ ຈາກພັກ ແລະ ລັດຫວຽດນາມ, ໂດຍຖືວ່າ ການຮັບຮອງນີ້ ສະແດງໃຫ້ເຫັນບົດບາດອັນສຳຄັນຂອງສະມາຄົມ ໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.
ເມື່ອກ່າວເຖິງກິດຈະກຳຂອງບັນດາອົງການ NGO ຕ່າງປະເທດ ຢູ່ຫວຽດນາມ, ທ່ານ Olivier Brochet ໃຫ້ຮູ້ວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນໃນການຊ່ວຍເຫຼືອບັນດາອົງການເຫຼົ່ານີ້, ໃນນັ້ນ ມີອົງການ NGO ຂອງຝຣັ່ງຫຼາຍກວ່າ 50 ອົງການ.
![]() |
| ແມ່ຍິງຈາກສອງຕາແສງ ແທ້ງໝີ ແລະ ເບັ໊ນຢັ່ງ (ດານັງ) ເຂົ້າຮ່ວມກິດຈະກຳຍົກສູງຄວາມຮູ້ ແລະ ທັກສະດິຈິຕອນ ໃນໂຄງການທີ່ມີ GRET ເຂົ້າຮ່ວມ ແລະ ໄດ້ຮັບການສະໜັບສະໜູນດ້ານການເງິນຈາກອົງການພັດທະນາຝຣັ່ງ (AFD). |
“ຜ່ານບັນດາໂຄງການຂອງຕົນ, ບັນດາອົງການເຫຼົ່ານີ້ ພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງສະພາບການດຳລົງຊີວິດຂອງປະຊາຊົນ, ໂດຍສະເພາະ ຢູ່ເຂດຊົນນະບົດ ແລະ ບັນດາເຂດທີ່ຍັງມີຄວາມຫຍຸ້ງຍາກ”, ທ່ານເອກອັກຄະລັດຖະທູດຂຽນ.
ທ່ານສະແດງຄວາມເຊື່ອໝັ້ນວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມ ເພື່ອໃຫ້ບັນດາອົງການເຫຼົ່ານີ້ ສາມາດຮັກສາກິດຈະກຳຂອງຕົນໄວ້ພາຍໃຕ້ເງື່ອນໄຂທີ່ດີທີ່ສຸດ ແລະ ສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາຂອງຫວຽດນາມ.
| ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະຈັດຂຶ້ນໃນວັນທີ 14/9/2026 ຢູ່ຮ່າໂນ້ຍ, ແນໃສ່ສະຫຼຸບ ແລະ ຕີລາຄາຢ່າງຮອບດ້ານຜົນການປະຕິບັດມະຕິກອງປະຊຸມໃຫຍ່ ອາຍຸການ 2019-2026; ກຳນົດທິດທາງ, ໜ້າທີ່ວຽກງານສຳລັບອາຍຸການ 2026-2031 ແລະ ບູລະນະບຸກຄະລາກອນ, ການຈັດຕັ້ງ. |
ຍສໝ - ສິ່ງໃດທີ່ສ້າງຄວາມດຶງດູດໃຫ້ແກ່ທ້ອງຖິ່ນໜຶ່ງໃນສາຍຕາຂອງມິດສະຫາຍສາກົນ? ສຳລັບສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ, ສິ່ງນັ້ນບໍ່ພຽງແຕ່ແມ່ນບັນດາໂຄງການແລກປ່ຽນ, ແຕ່ຍັງແມ່ນຄວາມສາມາດໃນການເລົ່າເລື່ອງກ່ຽວກັບຜືນແຜ່ນດິນ, ຜູ້ຄົນ ແລະ ວັດທະນະທຳ ຜ່ານບັນດາປະສົບການອັນແທ້ຈິງ, ຈາກນັ້ນ ຫັນອັດຕະລັກຂອງທ້ອງຖິ່ນໃຫ້ກາຍເປັນຈຸດແຂງໃນກິດຈະກຳການຕ່າງປະເທດປະຊາຊົນ. |
ຍສໝ - ຕາມທ່ານນາງ ຫວູງາ, ຜູ້ອຳນວຍການດຳເນີນງານບັນດາໂຄງການຂອງອົງການ World Vision International ປະຈຳຫວຽດນາມ, ການຫັນປ່ຽນດິຈິຕອນໃນຂົງເຂດການຕ່າງປະເທດປະຊາຊົນ ບໍ່ພຽງແຕ່ຊ່ວຍຍົກສູງປະສິດທິຜົນການບໍລິຫານ, ການປະສານງານ ແລະ ການແບ່ງປັນຂໍ້ມູນກັບບັນດາອົງການສາກົນເທົ່ານັ້ນ, ແຕ່ຍັງເປີດອອກບັນດາຂົງເຂດຮ່ວມມືໃໝ່, ນັບແຕ່ການຍົກສູງທັກສະດິຈິຕອນ ຈົນເຖິງການຊ່ວຍເຫຼືອຜູ້ໄດ້ຮັບຜົນປະໂຫຍດໃນພື້ນທີ່ໄຊເບີ. |
ດວງດີ


