| ຄ່ຳຄືນສິລະປະຢູ່ລາວ ເຊື່ອມສານຊຸມຊົນຊາວຫວຽດນາມ, ເຜີຍແຜ່ມິດຕະພາບຫວຽດນາມ - ລາວ ສິລະປະການຕໍ່ສູ້ ແລະ ອາຫານຫວຽດນາມ ເຊື່ອມໂຍງຊຸມຊົນ ແລະ ປະຊາຊົນອານເຊຣີ |
![]() |
| ນັກຮຽນໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ແຕ້ມຮູບພາບກ່ຽວກັບລຸງໂຮ່ |
ຈຸດພົ້ນເດັ່ນຕະຫຼອດໄລຍະຂອງບັນດາເຫດການດັ່ງກ່າວ ແມ່ນຄວາມພະຍາຍາມປ່ຽນແປງໃໝ່ວິທີການສິດສອນພາສາຫວຽດນາມ ໃຫ້ແກ່ຄົນຮຸ່ນໜຸ່ມຢູ່ຕ່າງປະເທດ. ຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ (ລາວ), ພາສາຫວຽດນາມ ໄດ້ຮັບການບຳລຸງລ້ຽງຜ່ານບັນດາການເຄື່ອນໄຫວສຳຜັດຕົວຈິງ ເຊັ່ນ: ການຫໍ່ເຂົ້າຕົ້ມ, ການຕ້ອນຮັບບຸນປີໃໝ່ປະຈຳຊາດ. ຢູ່ແຂວງ ເກາະເຈົ້າຊາຍເອັດເວີດ (ການາດາ), ຮູບແບບຫ້ອງຮຽນບໍ່ເສຍຄ່າໃນທ້າຍອາທິດ ຂອງຄູອາສາສະໝັກ ແລະ ຜູ້ປົກຄອງ ໄດ້ຂະຫຍາຍອອກເປັນ 3 ຫ້ອງຮຽນ ໂດຍມີນັກຮຽນ 30 ຄົນ, ສົມທົບກັບເອກະສານການຮຽນທາງອອນລາຍຈາກສະພາວັດທະນະທຳ ແລະ ການສຶກສາ ການາດາ-ຫວຽດນາມ (CVCEC) ເພື່ອສຶກສາອົບຮົມມູນເຊື້ອຄວາມກະຕັນຍູຮູ້ບຸນຄຸນ, ເຄົາລົບນັບຖືຄູອາຈານ. ເຊັ່ນດຽວກັນ, ຢູ່ນະຄອນຫຼວງປັກກິ່ງ (ຈີນ), ບັນດາຄູອາຈານກໍໄດ້ໝູນໃຊ້ເຕັກໂນໂລຊີດີຈີຕອນ, ປຽບທຽບຮີດຄອງປະເພນີ ແລະ ສອດແຊກການສຳຜັດຕົວຈິງດ້ານວັດທະນະທຳ ເພື່ອລຶບລ້າງສິ່ງກີດຂວາງທາງດ້ານພາສາໃຫ້ແກ່ລູກຫຼານຊາວຫວຽດນາມອາໄສຢູ່ຕ່າງປະເທດ ພ້ອມດ້ວຍນັກສຶກສາທ້ອງຖິ່ນ.
ຢູ່ເອີຣົບ, ເຫດການ “ເລື່ອງລາວຕ່າງໆຂອງຫວຽດນາມ” ຢູ່ນະຄອນຫຼວງ ບຣຸກແຊນ (ແບນຊິກ) ໂດຍອົງການ VieGo ສົມທົບກັບສູນ Zoniënzorg ຈັດຕັ້ງປະຕິບັດ ໄດ້ດຶງດູດຄອບຄົວຊາວຫວຽດນາມ ແລະ ປະຊາຊົນປະເທດເຈົ້າພາບເປັນຈຳນວນຫຼວງຫຼາຍ ເຂົ້າຮ່ວມການເຮັດກຸບໃບລານ, ອ່ານປຶ້ມພາສາຫວຽດນາມ, ຊົມງານວາງສະແດງຮູບແຕ້ມເທິງເຈ້ຍສາ. ຢູ່ນະຄອນຫຼວງ ລອນດອນ (ອັງກິດ), ສະຖານເອກອັກຄະລັດຖະທູດຫວຽດນາມ ໄດ້ຈັດງານພົບປະຊຸມຊົນ ຢູ່ຫໍສະໝຸດກາງ Kensington ໂດຍມີຈຸດພົ້ນເດັ່ນແມ່ນການສາຍຮູບເງົາເລື່ອງ ຊອງລາງ (Song Lang), ນຳພາຊາວຫວຽດນາມອາໄສຢູ່ຕ່າງປະເທດ ກັບຄືນສູ່ບັນຍາກາດສິລະປະລະຄອນຮ້ອງ ກາຍເລືອງ ທີ່ເປັນມູນເຊື້ອ.
ຄຽງຄູ່ກັບດ້ານວັດທະນະທຳ, ຢູ່ ກົວລາລຳເປີ (ມາເລເຊຍ), ສະຖານເອກອັກຄະລັດຖະທູດ ແລະ ຫ້ອງການການຄ້າຫວຽດນາມ ໄດ້ຈັດຕັ້ງລາຍການເຊື່ອມຕໍ່ການຄ້າ B2B ຢ່າງສຳເລັດຜົນ, ຊຸກຍູ້ການຮ່ວມມືລົງທຶນເຂົ້າໃນອຸດສາຫະກຳ ຮາລານ (Halal), ການຫັນເປັນດີຈີຕອນ, ເສດຖະກິດສີຂຽວ ແລະ ນຳເອົາຜະລິດຕະພັນກະເສດຂອງຫວຽດນາມ ເຂົ້າສູ່ລະບົບການຈຳໜ່າຍຢູ່ທ້ອງຖິ່ນ.
ບັນດາການເຄື່ອນໄຫວທີ່ອຸດົມສົມບູນຢູ່ປະເທດຕ່າງໆ ໄດ້ສືບຕໍ່ຢືນຢັນບົດບາດ “ກຳລັງແຮງອ່ອນ” ຂອງວັດທະນະທຳ ໃນການເຊື່ອມຕໍ່ຊຸມຊົນ ແລະ ຊຸກຍູ້ການຮ່ວມມືສາກົນ.
ຍສໝ - ຕອນຄ່ຳວັນທີ 17 ກໍລະກົດ, ຢູ່ນະຄອນເຫວ້, ຊາວໜຸ່ມ ແລະ ນັກສຶກສາຊາວຫວຽດນາມຢູ່ຕ່າງປະເທດຫຼາຍກວ່າ 100 ຄົນ ຈາກ 32 ປະເທດ ແລະ ເຂດແຄວ້ນ ໄດ້ເຂົ້າຮ່ວມກິດຈະກຳແລກປ່ຽນພາສາຫວຽດນາມ ໃນຂອບເຂດໂຄງການ “ຄ້າຍລະດູຮ້ອນຫວຽດນາມ 2026”. ກິດຈະກຳນີ້ປະກອບສ່ວນສົ່ງເສີມການນຳໃຊ້ພາສາແມ່ ແລະ ຮັດແໜ້ນຄວາມຜູກພັນຂອງຄົນຮຸ່ນໜຸ່ມກັບວັດທະນະທຳ, ປະຫວັດສາດ ແລະ ຮາກເຫງົ້າຂອງຊາດ. |
ຍສໝ - ວັນທີ 12 ສິງຫາ, ທີ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ ໄດ້ປະສານງານກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ສຳນັກງານຕາງໜ້າຫວຽດນາມຢູ່ຕ່າງປະເທດ ຈັດພິທີສະຫຼຸບວັນເຊີດຊູພາສາຫວຽດນາມໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ປີ 2026, ແນໃສ່ສືບຕໍ່ຮັກສາ ແລະ ເຜີຍແຜ່ພາສາຫວຽດນາມ, ເສີມສ້າງຄວາມຜູກພັນລະຫວ່າງຊາວຫວຽດນາມຢູ່ຕ່າງແດນກັບບ້ານເກີດເມືອງນອນ. |
ແທັງຮັ່ງ
