| ລາວ ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ | |
| ນາຍົກລັດຖະມົນຕີ ສປປ.ລາວ ຮຽກຮ້ອງໃຫ້ທົ່ວປວງຊົນປ້ອງກັນ ແລະ ຕ້ານພະຍາດ Covid-19 | 
![]()  |   		
| ເຄື່ອງອຸປະກອນການແພດ ຕ້ານພະຍາດ Covid-19 ຈາກ ສສ. ຫວຽດນາມ ໄດ້ສົ່ງຮອດສະໜາມບິນສາກົນວັດໄຕ ໃນຕອນຄືນຂອງວັນທີ 3 ເມສາ 2020. (ພາບ: vov.vn)) | 
ໃນຕອນກາງຄືນຂອງວັນທີ 3 ເມສາ 2020, ທີ່ສະໜາມບິນສາກົນວັດໄຕ, ສາຍການບິນພິເສດຂອງຫວຽດນາມ ໄດ້ນຳເອົາເຄື່ອງຊ່ວຍເຫລືອອຸປະກອນການແພດ ຈາກລັດຖະບານ ສສ. ຫວຽດນາມ ມາມອບໃຫ້ລັດຖະບານ ສປປ.ລາວ ເພື່ອຮ່ວມແຮງຮ່ວມໃຈໃນວຽກງານການປ້ອງກັນ ແລະ ຕ້ານພະຍາດ Covid-19 ຢູ່ລາວ.
ຕອນເຊົ້າວັນທີ 4 ເມສາ, ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳລາວ ໄດ້ມອບເຄື່ອງອຸປະກອນການແພດດັ່ງກ່າວ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ.ລາວ.
![]()  |   		
| ທ່ານ ຫງວຽນບາຮຸ່ງ, ເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳລາວ ໄດ້ມອບເຄື່ອງອຸປະກອນການແພດດັ່ງກ່າວ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ.ລາວ. (ພາບ: Laopost) | 
ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳລາວ ໄດ້ໃຫ້ຮູ້ວ່າການຊ່ວຍເຫລືອຄັ້ງນີ້ ສະແດງຄວາມປາດຖະໜາ ຢາກໄດ້ແບ່ງປັນຄວາມຫຍຸ້ງຍາກທີ່ປະຊາຊົນ ລາວ ກຳລັງປະເຊີນໜ້າກັບ ການລະບາດຂອງ Covid-19, ແລະ ຈະເປັນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ.ລາວ ແລະ ສສ. ຫວຽດນາມ.
ເຄື່ອງອຸປະກອນການແພດດັ່ງກ່າວມີນໍ້າໜັກ 4,8 ໂຕນ, ມີມູນຄ່າຫລາຍກວ່າ 7 ຕື້ດົງ (300.000 ໂດລາສະຫະລັດ) ໃນນັ້ນຈາກລັດຖະບານ ຫວຽດນາມ 100.000 ໂດລາ, ຈາກກະຊວງສາທາລະນະສຸກ ຫວຽດນາມ 5 ຕື້ດົງ (200.000 ກວ່າໂດລາ) ແລະ ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ 250 ລ້ານດົງ (ປະມານ 10.000 ໂດລາສະຫະລັດ).
| ສະຖານທູດຫວຽດນາມ ປະຈຳ ລາວ ກ່າວເຕືອນພົນລະເມືອງ ຫວຽດນາມ ບໍ່ຄວນຟ້າວກັບເມືອປະເທດຍ້ອນ COVID-19  			 ຍສໝ - ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ອອກປະກາດກ່າວເຕືອນ ໃຫ້ພໍ່ແມ່ປະຊາຊົນມີຄວາມ ອຸ່ນອ່ຽງໃຈ, ບໍ່ ຟ້າວກັບເມືອປະເທດ, ເພາະວ່າລັດຖະບານ ລາວ ພວມຜັນຂະຫຍາຍວຽກງານປ້ອງກັນ, ສະກັດກັ້ນເຊື້ອພະຍາດຢ່າງຕັ້ງໜ້າ.  |   		
| ສະຖານທູດຫວຽດນາມ ຢູ່ ຕ່າງປະເທດ ໜູນຊ່ວຍຊາວຫວຽດນາມຮັບມືກັບໂລກລະບາດ Covid-19  			 ຍສໝ - ສະຖານທູດ ຫວຽດນາມ ປະຈຳ ສະວິດ ໄດ້ຕັກເຕືອນໃຫ້ພົນລະເມືອງ ຫວຽດນາມທີ່ ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ສະວິດ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເຊິ່ງອຳນາດການປົກຄອງ ແລະ ອົງການສາທາລະນະສຸກປະເທດປະຈຳຖິ່ນໄດ້ປະກາດໃຊ້.  |   		
| ສະຖານທູດຫວຽດນາມປະຈຳລາວ ມອບເງິນຊ່ວຍເຫລືອລາວ ເພື່ອຜ່ານຜ່າຜົນຮ້າຍຈາກໄພທຳມະຊາດ  			 ຍສໝ - ຕອນບ່າຍວັນທີ 19 ກັນຍາ, ທີ່ນະຄອນຫຼວງວຽງຈັນ ລາວ, ເອກອັກຄະລັດຖະທູດຫວຽດນາມປະຈຳ ລາວ ທ່ານ ຫງວຽນບາຮຸ່ງ ໄດ້ມອບຂອງຂວັນ ສະໜັບສະໜູນ ແລະ ເງິນທີ່ປະຊາຄົມຊາວຫວຽດນາມຢູ່ລາວບໍລິຈາກ ເພື່ອໜູນຊ່ວຍປະຊາຊົນເຂດພາກໃຕ້ ແລະ ພາກກາງຂອງລາວ ຜ່ານຜ່າຜົນຮ້າຍຈາກ ໄພນ້ຳຖ້ວມ ແລະ ລົມພາຍຸໃນຕົ້ນເດືອນກັນຍາ.  |   		
ຄຳຮຸ່ງ
                
