| ນະຄອນເກີນເທີ ຈູດທຽນສົດຸດີ ແລະ ຮັກສານຄຸນຄ່າ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ຫວຽດນາມ ເພີ່ມທະວີການຮ່ວມມືກັບ WTO ແລະ WEF |
![]() |
| ຮອງນາຍົກລັດຖະບານ ໂຮ່ກວກຢຸງ ໃຫ້ການຕ້ອນຮັບທ່ານ Marc Knapper, ອະດີດເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ. ພາບ: ຢາຮຸຍ |
ຮ່ວມໃນການຕ້ອນຮັບ ຍັງມີ ທ່ານ ຟ້າມດຶກລອງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ທ່ານນາງ ຟານທິຖັງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ເຈິ່ນກວກເຟືອງ, ຮອງລັດຖະມົນຕີກະຊວງການເງິນ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ.
ຕ້ອນຮັບການກັບຄືນມາຫວຽດນາມຂອງ ທ່ານ Marc Knapper, ຮອງນາຍົກລັດຖະບານ ໂຮ່ກວກຢຸງ ໄດ້ຕີລາຄາສູງທີ່ຫຼັງຈາກສິ້ນສຸດໄລຍະປະຕິບັດໜ້າທີ່, ທ່ານ Marc Knapper ຍັງສືບຕໍ່ຜູກພັນກັບຫວຽດນາມ ໃນຖານະທີ່ປຶກສາ ແລະ ຜູ້ກໍ່ຕັ້ງບໍລິສັດ KGA ເພື່ອຊຸກຍູ້ການຮ່ວມມືດ້ານການລົງທຶນລະຫວ່າງອາເມລິກາ ແລະ ຫວຽດນາມ.
ຮອງນາຍົກລັດຖະບານ ໄດ້ຮັບຮູ້ ແລະ ຂອບໃຈຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານ Marc Knapper ໃນໄລຍະດຳລົງຕຳແໜ່ງເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ, ໂດຍສະເພາະຄວາມພະຍາຍາມທີ່ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ແລະ ນຳພາການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ ໃຫ້ບັນລຸຜົນສຳເລັດທີ່ເປັນຮູບປະທຳ.
ຮອງນາຍົກລັດຖະບານ ໃຫ້ຮູ້ວ່າ ຫວຽດນາມ ກຳລັງສ້າງຍຸດທະສາດການພັດທະນາປະເທດສຳລັບ 5 ປີຂ້າງໜ້າ ໂດຍມີເປົ້າໝາຍຮັກສາອັດຕາການເຕີບໂຕທາງເສດຖະກິດເປັນສອງຕົວເລກ ນັບແຕ່ປີ 2026. ເພື່ອບັນລຸເປົ້າໝາຍນີ້, ນອກຈາກບັນດາແຮງຂັບເຄື່ອນການເຕີບໂຕແບບດັ້ງເດີມແລ້ວ, ຫວຽດນາມ ຍັງກຳນົດໃຫ້ການພັດທະນາວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ ແລະ ການປະຕິຮູບສະຖາບັນຢ່າງເຂັ້ມແຂງ ເປັນເສົາຄ້ຳການເຕີບໂຕໃໝ່.
ຮອງນາຍົກລັດຖະບານ ສະແດງຄວາມປາຖະໜາວ່າ ໃນບົດບາດໃໝ່, ທ່ານ Marc Knapper ຈະສືບຕໍ່ສະໜັບສະໜູນການຊຸກຍູ້ບັນດາວິສາຫະກິດ ແລະ ນັກລົງທຶນອາເມລິກາ ໃຫ້ເພີ່ມທະວີການຮ່ວມມື ແລະ ຂະຫຍາຍການລົງທຶນຢູ່ຫວຽດນາມ; ພ້ອມກັນນັ້ນ ປະກອບຄວາມຄິດເຫັນໃຫ້ແກ່ຂະບວນການປັບປຸງນະໂຍບາຍຂອງຫວຽດນາມ ໃນບັນດາຂົງເຂດ ເຊັ່ນ ການພັດທະນາສູນກາງການເງິນ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ.
![]() |
| ຮອງນາຍົກລັດຖະບານ ສະແດງຄວາມປາຖະໜາວ່າ ໃນບົດບາດໃໝ່, ທ່ານ Marc Knapper ຈະສືບຕໍ່ສະໜັບສະໜູນການຊຸກຍູ້ບັນດາວິສາຫະກິດ ແລະ ນັກລົງທຶນອາເມລິກາ ໃຫ້ເພີ່ມທະວີການຮ່ວມມື ແລະ ຂະຫຍາຍການລົງທຶນຢູ່ຫວຽດນາມ. ພາບ: ຢາຮຸຍ |
ຮອງນາຍົກລັດຖະບານ ໄດ້ຕີລາຄາສູງທີ່ປັດຈຸບັນ ທ່ານ Marc Knapper ເປັນສະມາຊິກຄະນະກຳມະການແຫ່ງຊາດຂອງຄະນະກຳມະການສາກົນວ່າດ້ວຍຜູ້ສູນຫາຍ (ICMP), ພ້ອມທັງໃຫ້ຮູ້ວ່າ ຫວຽດນາມ ກຳລັງເລັ່ງລັດວຽກງານຄົ້ນຫາ ແລະ ຢືນຢັນຕົວຕົນຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ ຜ່ານຂະບວນການ “500 ວັນ 500 ຄືນ”, ໂດຍມີເປົ້າໝາຍຮອດເດືອນກໍລະກົດ 2027 ຈະສາມາດຢືນຢັນຕົວຕົນຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດຈຳນວນຫຼາຍທີ່ຍັງບໍ່ຮູ້ຂໍ້ມູນ.
ໃນສະພາບການດັ່ງກ່າວ, ຮອງນາຍົກລັດຖະບານ ປາຖະໜາໃຫ້ ICMP ແລະ ທ່ານ Marc Knapper ສ່ວນບຸກຄົນ ຊ່ວຍສະໜັບສະໜູນຫວຽດນາມ ໃນການເຂົ້າເຖິງ ແລະ ຖ່າຍທອດເຕັກໂນໂລຊີກວດສອບ ADN ທີ່ທັນສະໄໝ, ເພື່ອຊ່ວຍເລັ່ງຄວາມຄືບໜ້າໃນການຢືນຢັນຕົວຕົນຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ.
ທ່ານ Marc Knapper ໄດ້ຂອບໃຈ ຮອງນາຍົກລັດຖະບານ ໂຮ່ກວກຢຸງ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບ ແລະ ກ່າວວ່າ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ກັບຄືນມາຫວຽດນາມ ກົງກັບໂອກາດຄົບຮອບວັນທະຫານພິການ ແລະ ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ (27 ກໍລະກົດ), ພ້ອມທັງເຫັນວ່າ ນີ້ເປັນໂອກາດທີ່ມີຄວາມໝາຍພິເສດຕໍ່ຕົວທ່ານ ແລະ ຕໍ່ການພົວພັນລະຫວ່າງສອງປະເທດ.
ທ່ານ Marc Knapper ກ່າວວ່າ ໃນຖານະທີ່ປຶກສາຂອງ ICMP, ທ່ານຈະສືບຕໍ່ຮ່ວມເດີນທາງກັບຄວາມພະຍາຍາມແກ້ໄຂຜົນສະທ້ອນຈາກສົງຄາມ ຊຶ່ງເປັນຂົງເຂດທີ່ໃນໄລຍະດຳລົງຕຳແໜ່ງເອກອັກຄະລັດຖະທູດ ທ່ານໄດ້ທຸ່ມເທແຮງກາຍແຮງໃຈເປັນຢ່າງຫຼາຍ. ຕາມທ່ານແລ້ວ, ບັນດາກິດຈະກຳເຊັ່ນ ການຄົ້ນຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ການກຳຈັດສານພິດດີອອກຊິນຢູ່ສະໜາມບິນ Bien Hoa ແລະ ການກວດລ້າງລະເບີດ ບໍ່ພຽງແຕ່ມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງເທົ່ານັ້ນ, ແຕ່ຍັງສ້າງຮາກຖານສຳຄັນໃຫ້ແກ່ການພັດທະນາການພົວພັນຫວຽດນາມ - ອາເມລິກາ ໃນຫຼາຍປີຜ່ານມາ.
ອະດີດເອກອັກຄະລັດຖະທູດອາເມລິກາ ຍັງຢືນຢັນຄວາມປາຖະໜາທີ່ຈະສືບຕໍ່ປະກອບສ່ວນໃຫ້ແກ່ການພົວພັນສອງຝ່າຍ ຫຼັງຈາກສິ້ນສຸດໄລຍະປະຕິບັດໜ້າທີ່, ພ້ອມທັງສະແດງຄວາມເຊື່ອໝັ້ນຕໍ່ຄວາມມຸ່ງມາດປາຖະໜາພັດທະນາຂອງຫວຽດນາມ, ໂດຍສະເພາະເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງ ແລະ ຮັກສາອັດຕາການເຕີບໂຕທາງເສດຖະກິດເປັນສອງຕົວເລກໃນບັນດາປີຕໍ່ໄປ.
ຮອງນາຍົກລັດຖະບານ ໂຮ່ກວກຢຸງ ສະແດງຄວາມເຊື່ອໝັ້ນວ່າ ໃນບົດບາດໃໝ່, ທ່ານ Marc Knapper ຈະສືບຕໍ່ເປັນຂົວເຊື່ອມສຳຄັນ ໃນການຊຸກຍູ້ບັນດາກຸ່ມບໍລິສັດຊັ້ນນຳຂອງອາເມລິກາ ໃຫ້ເພີ່ມທະວີການລົງທຶນ ແລະ ການດຳເນີນທຸລະກິດຢູ່ຫວຽດນາມ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບເລິກເຊິ່ງ.
ຍສໝ - “ເຖິງວ່າເຂດອາຟຣິກາຕາເວັນອອກຈະຢູ່ຫ່າງໄກ ແລະ ຍັງມີຄວາມຫຍຸ້ງຍາກຫຼາຍດ້ານກ່ຽວກັບສະພາບການດຳລົງຊີວິດ ແລະ ການແພດ, ແຕ່ຄະນະພະນັກງານ ແລະ ລູກຈ້າງຂອງສະຖານທູດຫວຽດນາມປະຈຳຕັງຊານີ ຍາມໃດກໍພາກພູມໃຈທີ່ເປັນນັກຮົບຢູ່ແນວໜ້າການຕ່າງປະເທດ. ພວກຂາ້ພະເຈົ້າຂໍອຸທິດທຸກກຳລັງກາຍ, ກຳລັງໃຈ, ສະຕິປັນຍາ ແລະ ຄວາມລິເລີ່ມ ເພື່ອສ້າງຮອຍປະທັບອັນໂດດເດັ່ນໃນການພົວພັນທາງການທູດລະຫວ່າງສອງປະເທດ.” |
ຍສໝ - ສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ ໄດ້ຈັດພິທີເປີດຕົວຢ່າງເປັນທາງການ ຢູ່ສູນແພລັດຟອມຊຸມຊົນ Chungnam (AUREUM), ນະຄອນອາຊານ, ແຂວງ Chungcheongnam-do (Chungnam), ສາທາລະນະລັດ ເກົາຫຼີ. ເຫດການຄັ້ງນີ້ນັບເປັນບາດກ້າວສຳຄັນໃນຂະບວນການສ້າງຕັ້ງເຄືອຂ່າຍອົງການຊຸມຊົນຊາວຫວຽດນາມ ຢູ່ແຂວງ Chungnam ໃຫ້ມີຄວາມເປັນມືອາຊີບ, ເປັນລະບົບ ແລະ ຍືນຍົງ. |
ມິງດຶກ

