| ເພີ່ມປັດໄຈຊຸກຍູ້ການຮ່ວມມື ຫວຽດນາມ - ແບນຊິກ | |
| ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ |
ເຂົ້າຮ່ວມງານລ້ຽງຮັບຮອງມີ ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ; ຜູ້ຕາງໜ້າຈາກບັນດາຄະນະ, ກະຊວງ ແລະ ຂະແໜງການຂອງຫວຽດນາມ; ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຄະນະຜູ້ແທນທາງການທູດປະຈຳຮ່າໂນ້ຍ ພ້ອມດ້ວຍເພື່ອນມິດຫວຽດນາມຈຳນວນຫຼວງຫຼາຍທີ່ມີຄວາມຜູກພັນກັບເບລາຣຸດ.
ກ່າວປາໄສໃນງານ, ທ່ານ Uladzimir Baravikou, ເອກອັກຄະລັດຖະທູດວິສາມັນ ແລະ ຜູ້ມີອຳນາດເຕັມແຫ່ງສາທາລະນະລັດເບລາຣຸດ ປະຈຳຫວຽດນາມ ໄດ້ເນັ້ນເຖິງຄວາມໝາຍພິເສດຂອງວັນທີ 3 ກໍລະກົດ. ນີ້ແມ່ນວັນທີ່ປະຊາຊົນເບລາຣຸດລະນຶກເຖິງບັນດາຜູ້ທີ່ໄດ້ສະລະຊີວິດເພື່ອເອກະລາດ, ເສລີພາບຂອງຊາດ ແລະ ປະກອບສ່ວນເຂົ້າໃນໄຊຊະນະເໜືອລັດທິຟາຊິດ.
![]() |
| ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ກ່າວຄຳເຫັນອວຍພອນ. |
ຕາມທ່ານ Uladzimir Baravikou ແລ້ວ, ຕະຫຼອດ 35 ປີແຫ່ງການພັດທະນາ, ເບລາຣຸດໄດ້ກ້າວຂຶ້ນເປັນປະເທດທີ່ທັນສະໄໝ, ມີພະລັງຂັບເຄື່ອນ ແລະ ມີທ່າແຮງການພັດທະນາອັນຫຼວງຫຼາຍ. ເບລາຣຸດມຸ່ງຫວັງທີ່ຈະສືບຕໍ່ຂະຫຍາຍການຮ່ວມມືກັບຫວຽດນາມບົນພື້ນຖານຜົນປະໂຫຍດຮ່ວມກັນ, ມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ, ໂດຍສະເພາະໃນໄລຍະທີ່ສອງຝ່າຍກຳລັງຜັນຂະຫຍາຍຂອບການພົວພັນຄູ່ຮ່ວມມືຍຸດທະສາດ ທີ່ໄດ້ສ້າງຕັ້ງຂຶ້ນໃນວັນທີ 12 ພຶດສະພາ 2025.
ທ່ານເອກອັກຄະລັດຖະທູດຕີລາຄາວ່າ ໃນໄລຍະໜຶ່ງປີຜ່ານມາ, ສາຍພົວພັນລະຫວ່າງຫວຽດນາມ ແລະ ເບລາຣຸດ ໄດ້ມີບາດກ້າວພັດທະນາໃນທາງບວກຫຼາຍດ້ານ. ສອງປະເທດໄດ້ເປີດເສັ້ນທາງບິນໂດຍກົງ, ຂະນະທີ່ກິດຈະກຳແລກປ່ຽນຜ່ານຊ່ອງທາງການເມືອງ, ການທູດ, ເສດຖະກິດ ແລະ ການພົບປະລະຫວ່າງປະຊາຊົນ ກໍໄດ້ເພີ່ມຂຶ້ນ.
ທ່ານ Uladzimir Baravikou ຢືນຢັນວ່າ ທ່າແຮງການຮ່ວມມືລະຫວ່າງຫວຽດນາມ ແລະ ເບລາຣຸດ ຍັງມີອີກຫຼວງຫຼາຍ. ດ້ວຍຄວາມພະຍາຍາມຮ່ວມກັນ, ສອງປະເທດຈະສາມາດຜ່ານຜ່າບັນດາສິ່ງທ້າທາຍ, ສ້າງຜົນສຳເລັດໃໝ່ໃນການພົວພັນສອງຝ່າຍ. ທ່ານຍັງຄາດຫວັງວ່າ ໃນປີນີ້ ການຮ່ວມມືຈະບັນລຸໝາກຜົນອັນເປັນຮູບປະທຳເພີ່ມຂຶ້ນ.
ຕາງໜ້າລັດຖະບານ ແລະ ກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ ໄດ້ສົ່ງຄຳອວຍພອນອັນດີງາມເຖິງລັດຖະບານ ແລະ ປະຊາຊົນເບລາຣຸດ ເນື່ອງໃນໂອກາດຄົບຮອບ 35 ປີແຫ່ງວັນຊາດ.
ທ່ານນາງຮອງລັດຖະມົນຕີເນັ້ນວ່າ ເກືອບ 7 ທົດສະວັດໄດ້ຜ່ານພົ້ນໄປ ນັບແຕ່ປະທານໂຮ່ຈີມິນເດີນທາງໄປຢ້ຽມຢາມເບລາຣຸດເປັນຄັ້ງທຳອິດໃນປີ 1957. ຕະຫຼອດໄລຍະດັ່ງກ່າວ, ມິດຕະພາບລະຫວ່າງປະຊາຊົນສອງປະເທດໄດ້ຮັບການຮັກສາ ແລະ ທະນຸບຳລຸງຢ່າງຕໍ່ເນື່ອງ, ຈົນກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ.
ຫວຽດນາມຍາມໃດກໍຈົດຈຳ ແລະ ທະນຸຖະໜອມຄວາມຊ່ວຍເຫຼືອທີ່ປະຊາຊົນເບລາຣຸດໄດ້ມອບໃຫ້ ໃນພາລະກິດຕໍ່ສູ້ປົກປັກຮັກສາປະເທດຊາດໃນອະດີດ ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.
ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ນັບແຕ່ຫວຽດນາມ ແລະ ເບລາຣຸດ ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນເດືອນພຶດສະພາ 2025, ໃນຂອບເຂດການຢ້ຽມຢາມເບລາຣຸດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ການຮ່ວມມືລະຫວ່າງສອງປະເທດໄດ້ມີຄວາມຄືບໜ້າຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ນັບແຕ່ການເມືອງ, ການທູດ, ເສດຖະກິດ, ການຄ້າ, ການສຶກສາ ໄປຈົນເຖິງການຂົນສົ່ງ ແລະ ການບິນ.
ທ່ານນາງເຫັນວ່າ ໃນໄລຍະພັດທະນາໃໝ່, ຫວຽດນາມ ແລະ ເບລາຣຸດ ຄວນສືບຕໍ່ຂຸດຄົ້ນທ່າແຮງ ແລະ ຈຸດແຂງທີ່ສາມາດເສີມໜູນກັນໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນ. ການຮ່ວມມືດັ່ງກ່າວບໍ່ພຽງແຕ່ຮັບໃຊ້ເປົ້າໝາຍພັດທະນາຂອງແຕ່ລະປະເທດ, ແຕ່ຍັງປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມສີວິໄລຂອງສອງພາກພື້ນ ກໍຄືຂອງໂລກ.
ທ່ານນາງ ເລທິທູຮັ່ງ ສະແດງຄວາມເຊື່ອໝັ້ນວ່າ ບົນພື້ນຖານມູນເຊື້ອມິດຕະພາບອັນດີງາມ ແລະ ບັນດາຜົນສຳເລັດຂອງການຮ່ວມມືທີ່ຜ່ານມາ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ເບລາຣຸດ ຈະສືບຕໍ່ໄດ້ຮັບການຮັດແໜ້ນ, ພັດທະນາຢ່າງເລິກເຊິ່ງ ແລະ ເກີດຜົນຢ່າງແທ້ຈິງ, ນຳມາເຊິ່ງຜົນປະໂຫຍດອັນເປັນຮູບປະທຳໃຫ້ແກ່ປະຊາຊົນສອງປະເທດ.
| ຢາລາຍ: ສຽງຄ້ອງມ່ວນຊື່ນທ້າຍສັບປະດາ ເພື່ອເຊີດຊູ ວັນຄອບຄົວ ຫວຽດນາມ ຍສໝ - ລາຍການດັ່ງກ່າວ ຈະເຕົ້າໂຮມເອົາສິລະປິນພື້ນເມືອງເຜົ່າ ຢາຣາຍ (Jrai) ຈຳນວນ 40 ທ່ານ ເຂົ້າຮ່ວມສະແດງ ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນສ້າງຕັ້ງ ວັນຄອບຄົວ ຫວຽດນາມ ຄົບຮອບ 25 ປີ. |
| ຫວຽດນາມ ແມ່ນຄູ່ຮ່ວມງານທີ່ສຳຄັນ ຂອງກຸ່ມບໍລິສັດຂົນສົ່ງທາງທະເລ ຊັ້ນນຳຂອງໂລກ ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມ ຢາ ຕຸກ ມຸ່ງຫວັງວ່າ Maersk ຈະຮ່ວມເດີນທາງກັບ ຫວຽດນາມ ໃນຂະບວນການຫັນປ່ຽນເປັນສີຂຽວ, ພັດທະນາພະລັງງານສະອາດ ແລະ ສ້າງລະບົບໂລຈິສຕິກ (Logistics) ທີ່ຍືນຍົງ. |
ຄຳສີ
