| ການນຳຫວຽດນາມ - ອົດສະຕາລີ ພົບປະກັບສື່ມວນຊົນ ຖະແຫຼງການຮ່ວມຫວຽດນາມ - ອົດສະຕາລີ ຢືນຢັນຄວາມໄວ້ວາງໃຈທາງຍຸດທະສາດຢ່າງເລິກເຊິ່ງ |
ການເຮັດວຽກຄັ້ງນີ້ດຳເນີນຂຶ້ນໃນຂອບເຂດການຢ້ຽມຢາມຂັ້ນລັດຖະກິດຢູ່ອົດສະຕາລີຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ. ເຂົ້າຮ່ວມການພົບປະ, ທ່ານ ຈິ້ງວັນກວຽດ ໃນຖານະກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ.
ສອງຝ່າຍໄດ້ຕີລາຄາບັນດາບາດກ້າວພັດທະນາອັນຕັ້ງໜ້າຂອງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຫວຽດນາມ - ອົດສະຕາລີ, ພ້ອມທັງປຶກສາຫາລືທິດທາງເພື່ອຂຸດຄົ້ນບັນດາຂົງເຂດການຮ່ວມມືທີ່ຍັງມີທ່າແຮງຫຼາຍ.
ກ່າວຕ້ອນຮັບ ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ທີ່ເດີນທາງມາ Canberra, ທ່ານ Matt Thistlethwaite, ລັດຖະມົນຕີຮ່ວມວ່າການກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ ຢືນຢັນວ່າ ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງອົດສະຕາລີຢູ່ພາກພື້ນ. ການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ສະແດງເຖິງການໃຫ້ຄວາມສຳຄັນຂອງອົດສະຕາລີຕໍ່ສາຍພົວພັນສອງປະເທດ, ບໍ່ພຽງແຕ່ໃນຂົງເຂດເສດຖະກິດ ແລະ ການຄ້າເທົ່ານັ້ນ ແຕ່ຍັງໃນການປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ.
ຈາກບັນດາການຢ້ຽມຢາມຫວຽດນາມ, ທ່ານ Matt Thistlethwaite ຕີລາຄາສູງຕໍ່ຈັງຫວະການພັດທະນາ ກໍຄືບົດບາດທີ່ນັບມື້ນັບຫ້າວຫັນຂອງຫວຽດນາມໃນບັນດາກິດຈະກຳສາກົນ.
![]() |
ການເຮັດວຽກລະຫວ່າງ ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ແລະ ທ່ານ Matt Thistlethwaite, ລັດຖະມົນຕີຮ່ວມວ່າການກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ. (ພາບ: ດ້ຽວລິງ) |
ກ່າວເຖິງເວທີປາໄສວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການລົງທຶນ, ການສຶກສາ - ຝຶກອົບຮົມ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດຫວຽດນາມ - ອົດສະຕາລີ (Tech Connect), ທີ່ຈັດຂຶ້ນຢູ່ Sydney ໃນວັນທີ 10 ສິງຫາ ໂດຍມີ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເຂົ້າຮ່ວມ, ທ່ານ Matt Thistlethwaite ໃຫ້ຂໍ້ສັງເກດວ່າ ເຫດການດັ່ງກ່າວໄດ້ສະແດງໃຫ້ເຫັນທ່າແຮງໃນການເຊື່ອມຕໍ່ວິສາຫະກິດ, ສະຖາບັນການສຶກສາ ແລະ ເປີດກວ້າງໂອກາດຮ່ວມມືດ້ານເຕັກໂນໂລຊີ, ນະວັດຕະກຳລະຫວ່າງສອງປະເທດ.
ຕາມ ທ່ານ Matt Thistlethwaite, ການພັດທະນາຢ່າງໄວວາຂອງເຕັກໂນໂລຊີ ແລະ ເສດຖະກິດດິຈິຕອນ ພວມສ້າງບັນດາຮູບແບບທຸລະກິດ ແລະ ການຮ່ວມມືໃໝ່, ແຕ່ຂະນະດຽວກັນກໍນຳມາເຊິ່ງສິ່ງທ້າທາຍດ້ານຄວາມປອດໄພທາງໄຊເບີທີ່ນັບມື້ນັບໃຫຍ່ຂຶ້ນ. ອົດສະຕາລີປາດຖະໜາໃຫ້ສອງປະເທດເພີ່ມທະວີການປະສານສົມທົບ ເພື່ອນຳໃຊ້ໂອກາດຈາກເສດຖະກິດດິຈິຕອນໃຫ້ເກີດປະໂຫຍດ, ພ້ອມທັງຮັບປະກັນສະພາບແວດລ້ອມທີ່ປອດໄພໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ຫຼຸດຜ່ອນຄວາມສ່ຽງຕໍ່ການຢຸດສະງັກຂອງກິດຈະກຳທຸລະກິດ ແລະ ທຸລະກຳຂ້າມຊາຍແດນ ຍ້ອນໄພຂົ່ມຂູ່ໃນອາວະກາດໄຊເບີ.
ທ່ານ Matt Thistlethwaite ຍັງປາດຖະໜາໃຫ້ສອງຝ່າຍຊຸກຍູ້ການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນລັດຖະມົນຕີ, ປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືນັບມື້ນັບເລິກເຊິ່ງ ແລະ ຮ່ວມກັນປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.
ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ສະແດງຄວາມຍິນດີຕໍ່ການພັດທະນາອັນດີງາມຂອງສາຍພົວພັນຫວຽດນາມ - ອົດສະຕາລີ, ໂດຍສະເພາະນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ. ທ່ານ ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຂັ້ນລັດຖະກິດຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ສະແດງຢ່າງມີຊີວິດຊີວາເຖິງຄວາມຜູກພັນລະຫວ່າງສອງປະເທດ ແລະ ສ້າງແຮງຊຸກຍູ້ເພີ່ມເຕີມໃຫ້ແກ່ການຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ.
ເຫັນດີກັບຝ່າຍອົດສະຕາລີກ່ຽວກັບຄວາມສຳຄັນຂອງຄວາມປອດໄພທາງໄຊເບີໃນສະພາບທີ່ການຄ້າດິຈິຕອນພັດທະນາຢ່າງໄວວາ, ທ່ານ ຈິ້ງວັນກວຽດ ໃຫ້ຂໍ້ສັງເກດວ່າ ສອງປະເທດຕ້ອງເພີ່ມທະວີການຮ່ວມມື, ຜ່ານນັ້ນຊ່ວຍໃຫ້ວິສາຫະກິດ, ໂດຍສະເພາະພາກເສດຖະກິດເອກະຊົນ, ມີຄວາມໝັ້ນໃຈໃນການຂະຫຍາຍການຄ້າ ແລະ ການລົງທຶນ.
ທ່ານ ໃຫ້ຮູ້ວ່າ ຫວຽດນາມວາງເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ເພື່ອປະຕິບັດເປົ້າໝາຍນີ້, ຫວຽດນາມໃຫ້ຄວາມສຳຄັນເປັນພິເສດຕໍ່ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ການຂະຫຍາຍການຮ່ວມມືສາກົນ.
ຕາມ ທ່ານ ຈິ້ງວັນກວຽດ, ການຮ່ວມມືຫວຽດນາມ - ອົດສະຕາລີ ພວມບັນລຸຫຼາຍຜົນສຳເລັດອັນຕັ້ງໜ້າໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ປ້ອງກັນຊາດ - ຄວາມໝັ້ນຄົງ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ການທ່ອງທ່ຽວ. ເຖິງຢ່າງໃດກໍຕາມ, ສອງປະເທດຍັງມີທ່າແຮງຫຼາຍໃນການຮ່ວມມືດ້ານວັດທະນະທຳ, ສື່ມວນຊົນ, ການສື່ສານ ແລະ ການແລກປ່ຽນປະຊາຊົນ.
ທ່ານ ຈິ້ງວັນກວຽດ ເນັ້ນໜັກວ່າ ເພື່ອໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານພັດທະນາຢ່າງຍືນຍົງ ແລະ ຍາວນານ, ນອກຈາກສາຍພົວພັນອັນດີງາມລະຫວ່າງການນຳສອງປະເທດແລ້ວ, ປະຊາຊົນຫວຽດນາມ ແລະ ອົດສະຕາລີ ຕ້ອງນັບມື້ນັບເຂົ້າໃຈ, ໃກ້ຊິດ ແລະ ຜູກພັນກັນຫຼາຍຂຶ້ນ. ວັດທະນະທຳ, ການສຶກສາ ແລະ ສື່ມວນຊົນ ສາມາດກາຍເປັນບັນດາຂົວເຊື່ອມສຳຄັນໃນຂະບວນການນີ້.
ໃນໄລຍະກວ່າເຄິ່ງສະຕະວັດຜ່ານມາ, ຊຸມຊົນຊາວຫວຽດນາມຢູ່ອົດສະຕາລີໄດ້ມີຫຼາຍການປະກອບສ່ວນໃຫ້ແກ່ສັງຄົມທ້ອງຖິ່ນ. ບັນດານັກວິທະຍາສາດ, ຄູອາຈານ, ວິສາຫະກິດ ແລະ ສະຖາບັນການສຶກສາຂອງສອງປະເທດ ກໍໄດ້ສ້າງຕັ້ງຫຼາຍສາຍພົວພັນຮ່ວມມືທີ່ມີປະສິດທິຜົນ. ໂດຍຍົກກໍລະນີມະຫາວິທະຍາໄລ RMIT ທີ່ໄດ້ເຄື່ອນໄຫວຢູ່ຫວຽດນາມມາແລ້ວກວ່າສອງທົດສະວັດ ແລະ ສືບຕໍ່ຂະຫຍາຍການລົງທຶນ, ທ່ານ ຈິ້ງວັນກວຽດ ໃຫ້ຂໍ້ສັງເກດວ່າ ບັນດາຮູບແບບຄືດັ່ງກ່າວ ທັງປະກອບສ່ວນຝຶກອົບຮົມແຫຼ່ງບຸກຄະລາກອນຄຸນນະພາບສູງ ແລະ ທັງສ້າງຂົວເຊື່ອມອັນຍາວນານລະຫວ່າງປະຊາຊົນສອງປະເທດ.
ເພື່ອນຳສາຍພົວພັນສອງຝ່າຍເຂົ້າສູ່ລວງເລິກ, ທ່ານ ຈິ້ງວັນກວຽດ ສະເໜີໃຫ້ອົດສະຕາລີເພີ່ມທະວີການຮ່ວມມືກັບຫວຽດນາມດ້ານສື່ມວນຊົນ, ການສື່ສານ ແລະ ວຽກງານຂໍ້ມູນຂ່າວສານຕ່າງປະເທດ; ຄົ້ນຄວ້າສ້າງກົນໄກແລກປ່ຽນຄະນະນັກຂ່າວປະຈຳປີ ແລະ ຊຸກຍູ້ສາຍພົວພັນໂດຍກົງລະຫວ່າງບັນດາອົງການສື່ມວນຊົນຫຼັກຂອງສອງປະເທດ.
ທ່ານ ຍັງສະເໜີໃຫ້ຝ່າຍອົດສະຕາລີສ້າງເງື່ອນໄຂສະດວກຫຼາຍຂຶ້ນໃຫ້ນັກຂ່າວຫວຽດນາມປະຈຳຢູ່ປະເທດນີ້ ໃນການຮ່ວມມື, ແລກປ່ຽນປະສົບການ ແລະ ສະໜອງຂໍ້ມູນຢ່າງທັນການ, ຖືກຕ້ອງ ກ່ຽວກັບສະພາບການຂອງສອງປະເທດ; ເພີ່ມທະວີການປະສານງານດ້ານການສື່ສານ, ສະໜັບສະໜູນເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍຂຶ້ນເຖິງ 20 ຕື້ USD.
ສອງຝ່າຍສາມາດສືບຕໍ່ຂະຫຍາຍການຮ່ວມມືດ້ານການຄ້າດິຈິຕອນ ແລະ ການຄຸ້ມຄອງພື້ນທີ່ຂໍ້ມູນຂ່າວສານ, ພ້ອມທັງເອົາໃຈໃສ່ຫຼາຍຂຶ້ນຕໍ່ຊຸມຊົນຊາວຫວຽດນາມ ແລະ ຄົນຮຸ່ນໜຸ່ມ. ທ່ານ ຈິ້ງວັນກວຽດ ສະເໜີໃຫ້ອົດສະຕາລີສະໜັບສະໜູນການສອນ ແລະ ການຮຽນພາສາຫວຽດນາມ, ພັດທະນາບັນດາຊ່ອງສື່ສານຂອງຊຸມຊົນ ແລະ ສ້າງເງື່ອນໄຂສະດວກຫຼາຍຂຶ້ນດ້ານວີຊາໃຫ້ແກ່ພົນລະເມືອງຫວຽດນາມ.
ທ່ານ Matt Thistlethwaite ຕີລາຄາວ່າ ນີ້ແມ່ນບັນດາຂໍ້ສະເໜີທີ່ແທດຈິງ ເພື່ອເພີ່ມທະວີຄວາມຜູກພັນລະຫວ່າງສອງປະເທດ ແລະ ໃຫ້ຮູ້ວ່າ ທ່ານ ຈະແລກປ່ຽນກັບບັນດາລັດຖະມົນຕີ ແລະ ອົງການທີ່ກ່ຽວຂ້ອງຂອງອົດສະຕາລີ. ຕາມ ທ່ານ, ການມີໜ້າຂອງບັນດາອົງການສື່ມວນຊົນ ແລະ ນັກຂ່າວປະຈຳຢູ່ແຕ່ລະປະເທດ ຊ່ວຍໃຫ້ສາທາລະນະຊົນເຂົ້າໃຈຊັດເຈນຂຶ້ນກ່ຽວກັບຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ກໍຄືບັນດາການປ່ຽນແປງຢູ່ຫວຽດນາມ ແລະ ອົດສະຕາລີ.
ກ່ຽວກັບການຄ້າດິຈິຕອນ, ທ່ານ Matt Thistlethwaite ໃຫ້ຂໍ້ສັງເກດວ່າ ຂົງເຂດນີ້ພວມກາຍເປັນພາກສ່ວນທີ່ນັບມື້ນັບສຳຄັນຂອງເສດຖະກິດສອງປະເທດ. ສະນັ້ນ, ການຮັບປະກັນຄວາມປອດໄພ ແລະ ຄວາມລັບສຳລັບທຸລະກຳດິຈິຕອນ, ຄຽງຄູ່ກັບການຮັກສາສະພາບແວດລ້ອມການຄ້າທີ່ເປີດກວ້າງ ແລະ ມີອຸປະສັກໜ້ອຍ ຈຶ່ງມີຄວາມສຳຄັນຕໍ່ວິສາຫະກິດ ແລະ ຜູ້ບໍລິໂພກ.
ຕີລາຄາສູງບັນດາການປະກອບສ່ວນຂອງຊຸມຊົນຊາວຫວຽດນາມຕໍ່ສັງຄົມອົດສະຕາລີ, ທ່ານ Matt Thistlethwaite ສະແດງຄວາມຍິນດີທີ່ນັບມື້ນັບມີນັກສຶກສາຫວຽດນາມເດີນທາງມາຮ່ຳຮຽນຢູ່ອົດສະຕາລີຫຼາຍຂຶ້ນ. ໂຮງຮຽນຈຳນວນໜຶ່ງ, ໂດຍສະເພາະຢູ່ເຂດຕາເວັນຕົກ Sydney, ໄດ້ນຳພາສາຫວຽດນາມເຂົ້າໃນຫຼັກສູດການສອນ, ສະແດງເຖິງລັກສະນະຫຼາກຫຼາຍວັດທະນະທຳຂອງສັງຄົມອົດສະຕາລີ.
ທ່ານ Matt Thistlethwaite ຢືນຢັນວ່າ ຫວຽດນາມ ແລະ ອົດສະຕາລີ ຍັງມີທ່າແຮງຫຼາຍໃນການຂະຫຍາຍການຮ່ວມມື, ພ້ອມທັງເຊື່ອໝັ້ນວ່າ ສາຍພົວພັນສອງປະເທດຈະສືບຕໍ່ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ.
ສິ້ນສຸດການເຮັດວຽກ, ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຢືນຢັນວ່າ ຫວຽດນາມຈະສືບຕໍ່ຄົ້ນຄວ້າບັນດາຂໍ້ສະເໜີກ່ຽວກັບການຄ້າດິຈິຕອນ ແລະ ປະສານສົມທົບຢ່າງແໜ້ນແຟ້ນກັບອົດສະຕາລີ, ມຸ່ງໄປສູ່ການພັດທະນາສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.
ຍສໝ - ວັນທີ 9/8/2026, ພາຍໃຕ້ການເປັນສັກຂີພິຍານຂອງກົງສຸນໃຫຍ່ຫວຽດນາມປະຈຳ Sydney, ສະຖາບັນຄົ້ນຄວ້າ ເຕິມແອງ ແລະ ສະຖາບັນຄົ້ນຄວ້າ RNA ແຫ່ງມະຫາວິທະຍາໄລ New South Wales ຂອງອົດສະຕາລີ ໄດ້ລົງນາມຮ່ວມມືດ້ານການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ RNA, ເປີດທ່າແຮງໃນການນຳໄປປະຍຸກໃຊ້ເພື່ອຜະລິດຢາ ແລະ ວັກຊີນຮຸ່ນໃໝ່. |
ຍສໝ - ການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢູ່ອົດສະຕາລີ ແຕ່ວັນທີ 9-12/8 ໄດ້ຮັບຄວາມສົນໃຈຈາກຫຼາຍສຳນັກສື່ມວນຊົນອົດສະຕາລີ, ໂດຍສຸມໃສ່ທ່າແຮງໃນການເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານເລິກເຊິ່ງຍິ່ງຂຶ້ນ, ໂດຍສະເພາະໃນບັນດາຂົງເຂດເສດຖະກິດ, ພະລັງງານ, ເຕັກໂນໂລຊີ ແລະ ຄວາມໝັ້ນຄົງໃນພາກພື້ນ. |
ມິງດຶກ
