ຫວຽດນາມ - ສະວິດ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

23:08 | 18/10/2026

ຍສໝ - ຕອນບ່າຍວັນທີ 17/10, ຢູ່ຮ່າໂນ້ຍ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເຈລະຈາກັບທ່ານ Guy Parmelin, ປະທານປະເທດສະວິດ, ໂດຍໄດ້ເຫັນດີຮ່ວມກັນກ່ຽວກັບບັນດາທິດທາງເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງຂຶ້ນ.

ຈາກການຄັດຄ້ານສົງຄາມ ສູ່ການຮ່ວມແບ່ງປັນຄວາມເຈັບປວດຈາກສານພິດສີສົ້ມ ຄວາມໄວ້ວາງໃຈ ແລະ ການເສີມຈຸດແຂງໃຫ້ແກ່ກັນ ຊຸກຍູ້ສາຍພົວພັນຫວຽດນາມ - ສະວິດ

ໃນການເຈລະຈາທີ່ດຳເນີນຂຶ້ນພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ Guy Parmelin, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະວິດ ທີ່ມາຢ້ຽມຢາມຫວຽດນາມໃນໂອກາດສະເຫຼີມສະຫຼອງຄົບຮອບ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ. ໂດຍຢືນຢັນວ່າ ຫວຽດນາມໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບກັບສະວິດ, ສະຫາຍ ໂຕ ເລິມ ປະເມີນວ່າ ການຢ້ຽມຢາມຄັ້ງນີ້ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານທີ່ໄດ້ສ້າງຕັ້ງຂຶ້ນໃນເດືອນ 1/2025 ກາຍເປັນຮູບປະທຳ.

ຫວຽດນາມ - ສະວິດ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ
ບັນຍາກາດການເຈລະຈາລະຫວ່າງສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ທ່ານ Guy Parmelin, ປະທານປະເທດສະວິດ. (ພາບ: ແທງ ລອງ/ໜັງສືພິມລັດຖະບານ)

ທ່ານ Guy Parmelin, ປະທານປະເທດສະວິດ ໄດ້ຕີລາຄາສູງຕໍ່ການພັດທະນາຂອງຫວຽດນາມ ແລະ ໃຫ້ຮູ້ວ່າ ການຄ້າສອງຝ່າຍເຕີບໂຕຢ່າງສະໝ່ຳສະເໝີໃນອັດຕາ 7% ໃນໄລຍະ 4 ປີຜ່ານມາ, ຂະນະທີ່ການລົງທຶນເພີ່ມຂຶ້ນ 8% ຕໍ່ປີ. ດ້ວຍວິສາຫະກິດສະວິດຫຼາຍກວ່າ 100 ແຫ່ງທີ່ກຳລັງດຳເນີນງານຢູ່ຫວຽດນາມ, ສອງຝ່າຍຍັງມີທ່າແຮງການຮ່ວມມືອີກຫຼາຍ. ການລົງນາມສັນຍາການຄ້າເສລີຫວຽດນາມ - EFTA ຈະສ້າງໂອກາດເພີ່ມເຕີມໃຫ້ແກ່ວິສາຫະກິດຂອງສອງປະເທດ.

ຜູ້ນຳທັງສອງເຫັນດີຮ່ວມກັນໃນການຊຸກຍູ້ການຮ່ວມມືຕາມ 6 ທິດທາງຈຸດສຸມທີ່ສະຫາຍ ໂຕ ເລິມ ສະເໜີ, ປະກອບມີ ການເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ, ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ການປະສານງານຢູ່ບັນດາເວທີປາໄສຫຼາຍຝ່າຍ; ຂະຫຍາຍການຄ້າ ແລະ ການລົງທຶນ, ໂດຍສະເພາະຂົງເຂດທ່າເຮືອທະເລ; ພັດທະນາການຮ່ວມມືດ້ານການເງິນ - ທະນາຄານ, ການເງິນດິຈິຕອນ, ເທັກໂນໂລຊີບລັອກເຊນ (blockchain), ຊັບສິນດິຈິຕອນ ແລະ ເຕັກໂນໂລຊີການເງິນ (fintech).

ສອງຝ່າຍຍັງເຫັນດີຮ່ວມກັນໃນການຍົກເອົາວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ກາຍເປັນເສົາຄ້ຳຂອງການຮ່ວມມື; ເພີ່ມທະວີການເຊື່ອມໂຍງລະຫວ່າງບັນດາກອງທຶນພັດທະນາວິທະຍາສາດ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າ; ຊຸກຍູ້ການຮ່ວມມືດ້ານສິ່ງແວດລ້ອມ, ວັດທະນະທຳ, ການທ່ອງທ່ຽວ, ຄວາມໝັ້ນຄົງ, ປ້ອງກັນຊາດ, ການຮັກສາສັນຕິພາບ, ການປ້ອງກັນ ແລະ ຕ້ານອາຊະຍາກຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ.

ກ່ຽວກັບບັນຫາສາກົນ, ຜູ້ນຳທັງສອງໄດ້ເນັ້ນໜັກເຖິງບົດບາດຂອງການສົນທະນາ, ລັດທິຫຼາຍຝ່າຍ ແລະ ການຄ້າເສລີ. ທ່ານ Guy Parmelin, ປະທານປະເທດສະວິດ ໄດ້ຕີລາຄາສູງຕໍ່ນະໂຍບາຍການຕ່າງປະເທດທີ່ມີຄວາມດຸ່ນດ່ຽງຂອງຫວຽດນາມ, ພ້ອມທັງເຊີນຫວຽດນາມເຂົ້າຮ່ວມຂໍ້ລິເລີ່ມຄູ່ຮ່ວມມືແຫ່ງອະນາຄົດເພື່ອການລົງທຶນ ແລະ ການຄ້າ.

ໃນໂອກາດນີ້, ຜູ້ນຳທັງສອງໄດ້ເປັນສັກຂີພິຍານໃນພິທີມອບ-ຮັບບັນດາເອກະສານການຮ່ວມມືດ້ານແຮງງານ, ວິທະຍາສາດ - ເຕັກໂນໂລຊີ, ການຄ້າ ແລະ ການພັດທະນາຕົວເມືອງ. ທ່ານ Guy Parmelin ຍັງໄດ້ເຊີນຫວຽດນາມເຂົ້າຮ່ວມກອງປະຊຸມລະດັບໂລກວ່າດ້ວຍປັນຍາປະດິດ ທີ່ຈະຈັດຂຶ້ນຢູ່ສະວິດໃນປີ 2027.

ສອງຝ່າຍເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເສີມສ້າງມິດຕະພາບ, ຄວາມໄວ້ວາງໃຈທາງການເມືອງ ແລະ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ສະວິດ ໃຫ້ພັດທະນາຢ່າງແທ້ຈິງ, ມີປະສິດທິຜົນ ແລະ ຍືນຍົງ.

ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສະ​ວິດ - ຫວຽດ​ນາມ: ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຫັນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ພາຍຫຼັງ 80 ປີ​ແຫ່ງ​ວັນ​ຊາດ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສະ​ວິດ - ຫວຽດ​ນາມ: ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຫັນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ພາຍຫຼັງ 80 ປີ​ແຫ່ງ​ວັນ​ຊາດ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ທ່ານນາງ Anjuska Marija Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ແບ່ງປັນຄວາມຕື້ນຕັນໃຈ​ເມື່ອໄດ້ເຫັນປະເທດ ເຊິ່ງນາງເຄີຍຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດກັບເພື່ອນມິດສາກົນ, ປະຈຸບັນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ເຊື່ອມຕໍ່ນັບມື້ນັບເລີກເຊິ່ງກັບສະວິດ.
ບັນດາໝູ່ເພື່ອນ ສະວິດ ແລະ ທຸງຊາດຫວຽດນາມ ຢູ່ເທິງຈອມວິຫານ Notre Dame Paris ບັນດາໝູ່ເພື່ອນ ສະວິດ ແລະ ທຸງຊາດຫວຽດນາມ ຢູ່ເທິງຈອມວິຫານ Notre Dame Paris
ຍສໝ - ປີ 1969, ​ເມື່ອ​ທົ່ວ​ໂລກ​ເອົາ​ໃຈ​ໃສ່​ເຖິງ​ກອງ​ປະຊຸມ​ ປາຣີ, ຊາຍ​ໜຸ່ມ​ຊາວ​ສະ​ວິດ 3 ຄົນ​ໄດ້​ແຂວນ​ທຸງ​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ ພາກໃຕ້ຫວຽດນາມ​ຢ່າງ​ງຽບໆ​ຢູ່​ເທິງ​ວິຫານ Notre Dame Paris. 50 ກວ່າ​ປີ​ຕໍ່​ມາ, ສອງ​ຄົນ​ຄື Olivier Parriaux ແລະ Bernard Bachelard - ໄດ້​ເດີນ​ທາງ​ຢູ່​ຫວຽດ​ນາມ​ເປັນ​ຄັ້ງ​ທຳ​ອິດ. ​ເຂົາ​ເຈົ້າ​ມາ​ບໍ່​ໄດ້​ຮັບ​ກຽດເທົ່ານັ້ນ, ຫາກຍັງ​ຢືນຢັນ​ວ່າ: ການ​ເດີນ​ທາງພ້ອມ​ກັບ​ຫວຽດນາມ​ບໍ່​ເຄີຍ​ຢຸດ​ຢັ້ງ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ