ໃນການຕອບຄຳຖາມຂອງນັກຂ່າວກ່ຽວກັບທ່າທີຂອງຫວຽດນາມຕໍ່ເຫດການແຜ່ນດິນໄຫວຢູ່ເວເນຊູເອລາ, ທ່ານນາງ ຟ້າມ ທູ ຮັ່ງ ກ່າວວ່າ ທັນທີທີ່ຮັບຊາບຂ່າວສານກ່ຽວກັບໄພພິບັດຄັ້ງນີ້, ການນຳຫວຽດນາມໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວເຖິງການນຳເວເນຊູເອລາ, ໂດຍສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຕໍ່ຄວາມສູນເສຍດ້ານຊີວິດ ແລະ ຊັບສິນອັນເນື່ອງມາຈາກເຫດການດັ່ງກ່າວ.
![]() |
| ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ |
ທ່ານນາງໂຄສົກໄດ້ຢືນຢັນວ່າ ຫວຽດນາມເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນເວເນຊູເອລາຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້ໂດຍໄວ, ຟື້ນຟູສະຖານະການໃຫ້ກັບຄືນສູ່ສະພາບປົກກະຕິ ແລະ ແກ້ໄຂຜົນກະທົບຈາກໄພທຳມະຊາດ. ຫວຽດນາມພ້ອມທີ່ຈະດຳເນີນຮູບແບບການຊ່ວຍເຫຼືອທີ່ເໝາະສົມໃຫ້ແກ່ເວເນຊູເອລາ.
ສຳລັບວຽກງານການປົກປ້ອງພົນລະເມືອງ, ທ່ານນາງ ຟ້າມ ທູ ຮັ່ງ ໃຫ້ຮູ້ວ່າ ຕາມລາຍງານຈາກສະຖານເອກອັກຄະລັດຖະທູດຫວຽດນາມປະຈຳເວເນຊູເອລາ, ມາຮອດເວລາດັ່ງກ່າວ ພົນລະເມືອງຫວຽດນາມທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ເວເນຊູເອລາ ຍັງຄົງປອດໄພ. ປັດຈຸບັນ, ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳເວເນຊູເອລາ ຍັງສືບຕໍ່ຮ່ວມມືກັບບັນດາອົງການທີ່ມີອຳນາດໜ້າທີ່ຂອງປະເທດປະຈຳຖິ່ນ ເພື່ອຕິດຕາມສະຖານະການຢ່າງໃກ້ຊິດ, ພ້ອມທັງກະກຽມມາດຕະການຊ່ວຍເຫຼືອ ແລະ ປົກປ້ອງພົນລະເມືອງໃນກໍລະນີຈຳເປັນ.
| ເວເນຊູເອລາ ສະແດງຄວາມອວຍພອນ ຫວຽດນາມ ມີອະນາຄົດສັນຕິພາບ, ຈະເລີນຮຸ່ງເຮືອງ ແລະ ມີໄຊຊະນະກວ່າ ຍສໝ - ວັນທີ 19 ສິງຫາ, ລັດຖະບານ ເວເນຊູເອລາ ໄດ້ສົ່ງຄຳອວຍພອນອັນອົບອຸ່ນມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ. ເນື່ອງໃນໂອກາດນີ້, ລັດຖະບານ ເວເນຊູເອລາ ຢືນຢັນວ່າຈະສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບຫວຽດນາມ. |
| ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງຫວຽດນາມ ແລະ ເວເນຊູເອລາ ຍສໝ - ໂດຍໄດ້ຮັບຄຳເຊີນຂອງພັກສັງຄົມນິຍົມເອກະພາບ ເວເນຊູເອລາ (PSUV), ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ - ເວເນຊູເອລາ ນຳໜ້າໂດຍທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ດົງຮຸຍເກືອງ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ເປັນສັກຂີພິຍານການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນຢູ່ ເວເນຊູເອລາ ແຕ່ວັນທີ 24 – 29 ພຶດສະພາ. |
ຄຳສີ
