| ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືທາງຍຸດທະສາດ Monsoon Wind ເປີດທິດທາງໃໝ່ໃນການເຊື່ອມໂຍງພະລັງງານຫວຽດນາມ - ລາວ |
ເຂົ້າຮ່ວມພິທີມີພັນເອກ ເຈິ່ນ ດັງ ຄວາ, ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງເງະອານ; ຜູ້ຕາງໜ້າຄະນະພັກ ແລະ ອຳນາດການປົກຄອງຕາແສງມີ້ລີ້ ແລະ ຕາແສງເຢືອງ ພ້ອມດ້ວຍປະຊາຊົນຈາກສອງບ້ານຈຳນວນຫຼາຍ.
ໃນພິທີ, ຜູ້ຕາງໜ້າບ້ານຊັ່ງເຈິນ ແລະ ບ້ານກ້າງກໍ່ ໄດ້ລົງນາມໃນບັນດາເນື້ອໃນການປະສານສົມທົບ, ເຫັນດີຮ່ວມກັນສືບຕໍ່ສ້າງສາຍພົວພັນສາມັກຄີ, ມິດຕະພາບ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງຝັ່ງຊາຍແດນ.
![]() |
| ປະຊາຊົນບ້ານຊັ່ງເຈິນຕ້ອນຮັບຄະນະປະຕິບັດງານ. |
ສອງບ້ານໃຫ້ຄຳໝັ້ນສັນຍາວ່າຈະຊຸກຍູ້ການໂຄສະນາ, ຂົນຂວາຍປະຊາຊົນໃຫ້ປະຕິບັດຢ່າງເຂັ້ມງວດບັນດາລະບຽບການກ່ຽວກັບການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນແຫ່ງຊາດ; ປະສານສົມທົບຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ.
ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີຮ່ວມກັນປະສານສົມທົບປົກປັກຮັກສາສະພາບເດີມຂອງເສັ້ນຊາຍແດນ ແລະ ລະບົບຫຼັກໝາຍຊາຍແດນ; ແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປະຈຳ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢ່າງທັນການ ແລະ ຮ່ວມມືກັນຕໍ່ສູ້, ປ້ອງກັນອາຊະຍາກຳປະເພດຕ່າງໆ.
ໃນໄລຍະຫຼາຍກວ່າ 10 ປີຜ່ານມາ, ຕາມແນວຊາຍແດນຫວຽດນາມ - ລາວ ໃນເຂດແຂວງເງະອານ, 22 ບ້ານຂອງຫວຽດນາມໄດ້ສ້າງສາຍສຳພັນບ້ານແຮກສ່ຽວກັບ 23 ບ້ານຂອງລາວ.
![]() |
| ການນຳທະຫານຊາຍແດນ ແລະ ຕາແສງມີ້ລີ້ ມອບຂອງຂວັນໃຫ້ແກ່ຄະນະສິລະປະ. |
ຜ່ານກິດຈະກຳສ້າງສາຍສຳພັນບ້ານແຮກສ່ຽວ, ປະຊາຊົນບັນດາບ້ານຊາຍແດນໄດ້ຈັດການແລກປ່ຽນວັດທະນະທຳ, ສິລະປະເປັນປະຈຳ, ຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການພັດທະນາເສດຖະກິດ - ສັງຄົມ, ການດູແລສຸຂະພາບ, ການປ້ອງກັນ ແລະ ຮັບມືກັບໄພທຳມະຊາດ ແລະ ພະຍາດລະບາດ. ບັນດາກິດຈະກຳທີ່ເປັນຮູບປະທຳເຫຼົ່ານີ້ໄດ້ປະກອບສ່ວນເສີມສ້າງຄວາມຜູກພັນລະຫວ່າງຊຸມຊົນປະຊາຊົນສອງຝັ່ງຊາຍແດນ.
ການສ້າງສາຍສຳພັນບ້ານແຮກສ່ຽວລະຫວ່າງບ້ານຊັ່ງເຈິນ ແລະ ບ້ານກ້າງກໍ່ ໄດ້ສືບຕໍ່ຂະຫຍາຍເຄືອຂ່າຍການຮ່ວມມື ແລະ ມິດຕະພາບຢູ່ເຂດຊາຍແດນຫວຽດນາມ - ລາວ, ພ້ອມທັງສົ່ງເສີມບົດບາດຂອງປະຊາຊົນໃນການເຂົ້າຮ່ວມຄຸ້ມຄອງ, ປົກປັກຮັກສາອະທິປະໄຕເໜືອດິນແດນ ແລະ ຄວາມໝັ້ນຄົງຊາຍແດນແຫ່ງຊາດ.
ຜ່ານນັ້ນ, ປະກອບສ່ວນສ້າງແນວຊາຍແດນຫວຽດນາມ - ລາວ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງຍືນຍົງ.
ຍສໝ - ຕອນເຊົ້າວັນທີ 15 ພະຈິກ, ຢູ່ຈະຕຸລັດປະຕູໄຊ, ນະຄອນຫຼວງວຽງຈັນ (ລາວ), ຊາວຫວຽດນາມ ແລະ ຊາວລາວຫຼາຍຮ້ອຍຄົນ ໄດ້ຮ່ວມເຂົ້າໃນໂຄງການ “ຍ່າງຂະບວນດ້ວຍຊຸດອ໋າວຢ່າຍທີ່ປະຕູໄຊ”. ກິດຈະກຳດັ່ງກ່າວໄດ້ປະກອບສ່ວນໂຄສະນາເຜີຍແຜ່ຄວາມງົດງາມຂອງວັດທະນະທຳຫວຽດນາມ, ເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນ ແລະ ເສີມສ້າງສາຍພົວພັນມິດຕະພາບພິເສດລະຫວ່າງສອງປະເທດ. |
ຍສໝ - ວັນທີ 15 ພະຈິກ, ໃນຂອບເຂດກອງສຳມະນາແລກປ່ຽນບົດຮຽນຄັ້ງທີ XIII ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ, ຄະນະຜູ້ແທນສອງປະເທດໄດ້ໄປວາງພວງມາລາ ແລະ ຖວາຍທູບທຽນລະນຶກເຖິງປະທານໂຮ່ຈີມິນ ແລະ ບັນດາວິລະຊົນນັກຮົບພລີຊີບ ຢູ່ສຸສານນັກຮົບພລີຊີບຫວຽດນາມ - ລາວ (ຕາແສງແອງເຊີນ) ແລະ ເຂດມໍລະດົກແຫ່ງຊາດພິເສດກິມລຽນ, ແຂວງເງະອານ. |
ຄຳສີ

