| ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Denny Abdi ເອກອັກຄະລັດຖະທູດ ອິນໂດເນເຊຍ ທັດສະນະຂອງຊ່ຽວຊານອິນໂດເນເຊຍ: ຫວຽດນາມ ນັບມື້ນັບຢືນຢັນບົດບາດຂອງຕົນ ພາຍໃດບັນດາບັນຫາພາກພື້ນ ແລະ ໂລກ |
![]() |
| ນັກສຶກສາຫວຽດນາມຮ່ວມກັບສິລະປິນອິນໂດເນເຊຍ ສະແດງດົນຕີດ້ວຍເຄື່ອງດົນຕີ angklung, ເຄື່ອງດົນຕີພື້ນເມືອງຂອງອິນໂດເນເຊຍ. |
ໂຄງການແລກປ່ຽນວັດທະນະທຳມິດຕະພາບຫວຽດນາມ - ອິນໂດເນເຊຍ ຈັດຂຶ້ນໂດຍການປະສານງານຂອງສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ, ສະຖານກົງສຸນໃຫຍ່ອິນໂດເນເຊຍ ແລະ ວິທະຍາໄລດົນຕີນະຄອນໂຮ່ຈີມິນ, ເນື່ອງໃນໂອກາດວັນຊາດອິນໂດເນເຊຍ ຄົບຮອບ 81 ປີ (17 ສິງຫາ 1945 - 17 ສິງຫາ 2026). ຈຸດເດັ່ນຂອງງານແມ່ນການສະແດງ “Hello Vietnam” ໂດຍຄະນະສິລະປະ Saung Angklung Udjo ຮ່ວມກັບນັກສຶກສາ ແລະ ສິລະປິນຫວຽດນາມ. ນັກສຶກສາຫວຽດນາມມີເວລາພຽງໜຶ່ງວັນໃນການຝຶກຫຼິ້ນ angklung, ເຄື່ອງດົນຕີໄມ້ໄຜ່ພື້ນເມືອງທີ່ UNESCO ຂຶ້ນທະບຽນເປັນມໍລະດົກວັດທະນະທຳນາມມະທຳຂອງມະນຸດຊາດໃນປີ 2010. ໂຄງການຍັງມີການສະແດງເຄື່ອງດົນຕີ t'rưng, ພິນ tỳ bà ຂອງຫວຽດນາມ ແລະ ລາຍການຟ້ອນ, ດົນຕີພື້ນເມືອງອິນໂດເນເຊຍ, ເປີດໂອກາດໃຫ້ສິລະປິນ, ອາຈານ ແລະ ນັກສຶກສາໄດ້ຮ່ວມຮຽນຮູ້, ຝຶກປະຕິບັດ ແລະ ແບ່ງປັນຄຸນຄ່າວັດທະນະທຳ.
ຕາມທ່ານນາງ Carolina Tinangon, ກົງສຸນໃຫຍ່ອິນໂດເນເຊຍປະຈຳນະຄອນໂຮ່ຈີມິນ ແລ້ວ, ການຮ່ວມສະແດງຂອງສິລະປິນສອງປະເທດສະທ້ອນບົດບາດຂອງການທູດວັດທະນະທຳໃນການສ້າງຄວາມເຂົ້າໃຈ ແລະ ຮັດແໜ້ນມິດຕະພາບ. ສ່ວນທ່ານ ຫງວຽນ ມິງ ເຍິດ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍ ນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ ສະຖານກົງສຸນໃຫຍ່ ແລະ ຊຸມຊົນຊາວອິນໂດເນເຊຍໄດ້ຮ່ວມດຳເນີນຫຼາຍກິດຈະກຳແລກປ່ຽນໃນໄລຍະຜ່ານມາ. ທ່ານຄາດຫວັງວ່າ ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ກິລາ ແລະ ການທ່ອງທ່ຽວ ຈະສ້າງໂອກາດໃຫ້ປະຊາຊົນສອງປະເທດໄດ້ພົບປະ ແລະ ເຂົ້າໃຈກັນຫຼາຍຂຶ້ນ.
ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ເຫດການດັ່ງກ່າວໄດ້ອັບເດັດສະພາບການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ຕີລາຄາຄວາມສາມາດບົ່ມຊ້ອນ ແລະ ໂອກາດພັດທະນາ, ພ້ອມທັງສະເໜີບັນດາມາດຕະການ ເພື່ອພັດທະນາການຮ່ວມມືດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ. |
ຍສໝ - ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືປ້ອງກັນຊາດເພື່ອສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ”, ເວທີປາໄສແມ່ນເຫດການຍຸດທະສາດ ແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍໃນຂົງເຂດປ້ອງກັນຊາດ. |
ມິງດຶກ
