| ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ ນັກຮຽນ ຍີ່ປຸ່ນ ສຳຜັດວັດທະນະທຳ ຫວຽດນາມ ຢູ່ ຮ່າໂນ້ຍ |
ຕາມ NHK, Ishikawa Bunyo ໄດ້ເຮັດວຽກເປັນນັກຖ່າຍຮູບຂ່າວອິດສະຫຼະຢູ່ໄຊງ່ອນ, ປັດຈຸບັນແມ່ນນະຄອນໂຮ່ຈີມິນ, ໃນໄລຍະປີ 1965-1968. ທ່ານເຄີຍຕິດຕາມບັນດາໜ່ວຍທະຫານອາເມລິກາເພື່ອປະຕິບັດວຽກຂ່າວ, ຈາກນັ້ນໄດ້ໄປພາກເໜືອຫວຽດນາມ. ໃນຊຸມປີດັ່ງກ່າວ, ທ່ານໄດ້ຖ່າຍຮູບກວ່າ 15.000 ຮູບກ່ຽວກັບສົງຄາມຫວຽດນາມ ແລະ ເປັນທີ່ຮູ້ຈັກໃນຖານະໜຶ່ງໃນບັນດານັກຖ່າຍຮູບສະໜາມຮົບແຖວໜ້າຂອງຍີ່ປຸ່ນ.
![]() |
| ອະດີດນັກຂ່າວສະໜາມຮົບຊາວຍີ່ປຸ່ນ Ishikawa Bunyo, ຜູ້ໃຊ້ເວລາຫຼາຍທົດສະວັດບັນທຶກ ແລະ ບອກເລົ່າບັນດາເລື່ອງລາວກ່ຽວກັບສົງຄາມ ແລະ ສັນຕິພາບຢູ່ຫວຽດນາມ. |
ມະນຸດໃນຮູບພາບກວ່າ 15.000 ຮູບ
ເດືອນ 3/2024, ໃນການພົບປະກັບນັກສຶກສາຢູ່ນະຄອນໂຮ່ຈີມິນ, Ishikawa ໃຫ້ຮູ້ວ່າ ຮູບພາບສ່ວນໃຫຍ່ຂອງທ່ານແມ່ນສຸມໃສ່ມະນຸດ, ໂດຍສະເພາະເດັກນ້ອຍ.
ຕາມໜັງສືພິມ ຕວຍແຈ, Ishikawa ເລົ່າວ່າ ໃນສົງຄາມ, ຜູ້ໃຫຍ່ຈຳນວນຫຼາຍເສຍຊີວິດ ຫຼື ໄດ້ຮັບບາດເຈັບ; ເດັກນ້ອຍຕ້ອງເຫັນຄົນໃນຄອບຄົວຂອງຕົນໄດ້ຮັບບາດເຈັບ ຫຼື ເສຍຊີວິດ. ຜ່ານບັນດາຮູບພາບ, ທ່ານຢາກບອກເລົ່າເຖິງຄຸນຄ່າຂອງຊີວິດ ແລະ ສັນຕິພາບ.
ໃນການພົບປະຄັ້ງນັ້ນ, Ishikawa ຍັງເລົ່າເຖິງຮູບພາບໜຶ່ງທີ່ຖ່າຍບັນດາທະຫານອາເມລິກາຢືນຢູ່ຕໍ່ໜ້າສົບຂອງບັນດານັກຮົບກອງຫຼອນຫວຽດນາມ. ໃນຂະນະກົດຊັດເຕີ, ທ່ານຄິດວ່າ ຜູ້ທີ່ເສຍຊີວິດເຫຼົ່ານັ້ນກໍມີຊີວິດຂອງຕົນ, ມີຄອບຄົວ. ຕາມທ່ານແລ້ວ, ຢູ່ໃນສະໜາມຮົບ, ຄົນເຮົາອາດບໍ່ໄດ້ຄິດເຖິງຊີວິດຂອງຝ່າຍກົງກັນຂ້າມອີກຕໍ່ໄປ.
ໜຶ່ງໃນບັນດາບຸກຄົນທີ່ Ishikawa ໄດ້ຊອກຫາ ແລະ ກັບໄປພົບຫຼາຍຄັ້ງພາຍຫຼັງສົງຄາມ ແມ່ນເດັກຍິງຄົນໜຶ່ງທີ່ທ່ານເຄີຍຖ່າຍຮູບຢູ່ກູຈີ.
ຕາມໜັງສືພິມ ກອງທັບປະຊາຊົນ, ວັນທີ 12/12/1966, ໃນການກວາດລ້າງຄັ້ງໜຶ່ງຢູ່ເຂດກູຈີ, Ishikawa ໄດ້ເຫັນຊາວນາຄົນໜຶ່ງຖືກສັງຫານ. ລູກສາວຂອງຜູ້ກ່ຽວ, ເດັກຍິງ ໂຊ, ໃນເວລານັ້ນອາຍຸປະມານ 10 ປີ, ໄດ້ເຫັນເຫດການ ແລະ Ishikawa ໄດ້ຖ່າຍຮູບຂອງນາງໄວ້.
ປີ 1989, ທ່ານກັບຄືນມາຊອກຫາ ໂຊ. ເດັກຍິງໃນຮູບພາບປີ 1966 ໃນເວລານັ້ນໄດ້ເຕີບໃຫຍ່ແລ້ວ ແລະ ມີລູກສາວອາຍຸ 2 ປີ. Ishikawa ໄດ້ຖ່າຍຮູບແມ່ລູກທັງສອງອີກຄັ້ງ.
ຮອດປີ 2008, ທ່ານໄດ້ພົບກັບ ໂຊ ອີກຄັ້ງ. ໃນເວລານັ້ນ ນາງມີອາຍຸ 52 ປີ ແລະ ມີລູກສາວສອງຄົນ. ຫຼາຍກວ່າ 40 ປີຫຼັງຈາກກົດຊັດເຕີຄັ້ງທຳອິດ, Ishikawa ຍັງສືບຕໍ່ບັນທຶກຊີວິດຂອງບຸກຄົນທີ່ທ່ານເຄີຍພົບທ່າມກາງສົງຄາມ.
![]() |
| ບັນດາເດັກນ້ອຍຢູ່ເຂດເຮືອນລວມ ຫາຍບ່າຈຶງ, ຮ່າໂນ້ຍ ຫຼັງຈາກການຖິ້ມລະເບີດຄັ້ງໜຶ່ງ. |
ນຳຄວາມຊົງຈຳກ່ຽວກັບສົງຄາມໄປສູ່ຄົນຮຸ່ນຫຼັງ
ພາຍຫຼັງສົງຄາມ, ບັນດາຜົນງານຂອງ Ishikawa ກ່ຽວກັບຫວຽດນາມ ໄດ້ຮັບການຈັດພິມເປັນປຶ້ມ ແລະ ນຳສະເໜີຢູ່ຫຼາຍງານວາງສະແດງຢູ່ຫວຽດນາມ ແລະ ຍີ່ປຸ່ນ.
ປີ 1977, ຄະນະກຳມະການສັນຕິພາບຍີ່ປຸ່ນ ໄດ້ຈັດພິມປຶ້ມຮູບພາບ “ສົງຄາມປົດປ່ອຍຫວຽດນາມ” ຂອງ Ishikawa Bunyo ເປັນພາສາຫວຽດນາມ, ໂດຍມີຄຳນຳຂອງທ່ານນາຍົກ ຟ້າມວັນດົງ.
ປີ 1998, Ishikawa ໄດ້ຈັດງານວາງສະແດງຮູບພາບເອກະສານກ່ຽວກັບຫວຽດນາມຢູ່ຍີ່ປຸ່ນ. ຕາມຫໍພິພິທະພັນຮ່ອງຮອຍສົງຄາມ, ງານວາງສະແດງ “ສົງຄາມ ແລະ ສັນຕິພາບ - ຫວຽດນາມ 35 ປີ” ໄດ້ນຳສະເໜີຮູບພາບ 260 ຮູບຂອງທ່ານ ຢູ່ Tokyo, Osaka, Okinawa ແລະ Hokkaido. ໃນປີດຽວກັນນັ້ນ, Ishikawa ໄດ້ມອບຜົນງານຮູບພາບສ່ວນໃຫຍ່ຂອງຕົນໃຫ້ແກ່ຫໍພິພິທະພັນຮ່ອງຮອຍສົງຄາມ ຢູ່ນະຄອນໂຮ່ຈີມິນ.
ປັດຈຸບັນ, ຫໍພິພິທະພັນໄດ້ນຳສະເໜີຊຸດພາບຂ່າວ “ຫວຽດນາມ - ສົງຄາມ ແລະ ສັນຕິພາບ” ປະກອບມີ 123 ຜົນງານຂອງ Ishikawa Bunyo, ບັນທຶກສົງຄາມຢູ່ຫວຽດນາມ ແລະ ຊີວິດຂອງປະຊາຊົນຫວຽດນາມໃນຍາມສັນຕິພາບ.
ບໍ່ພຽງແຕ່ເກັບຮັກສາຄວາມຊົງຈຳຜ່ານຮູບພາບເທົ່ານັ້ນ, Ishikawa ຍັງໄດ້ເລົ່າຄືນເຖິງຊຸມປີທີ່ປະຕິບັດວຽກຂ່າວຢູ່ຫວຽດນາມໃຫ້ນັກຮຽນ, ນັກສຶກສາຟັງຫຼາຍຄັ້ງ.
ໃນການພົບປະກັບນັກສຶກສາຢູ່ນະຄອນໂຮ່ຈີມິນ ໃນປີ 2024, ທ່ານເຫັນວ່າ ຊາວໜຸ່ມຫວຽດນາມ ແລະ ຍີ່ປຸ່ນ ຄວນຮູ້ວ່າສົງຄາມໄດ້ເກີດຂຶ້ນແນວໃດ ເພື່ອເຫັນຄຸນຄ່າຂອງຊີວິດອັນສະຫງົບສຸກໃນປັດຈຸບັນ. ເມື່ອຖືກຖາມວ່າສັນຕິພາບແມ່ນຫຍັງ, Ishikawa ກ່າວວ່າ ນັ້ນຄືຊີວິດທຳມະດາ, ເມື່ອຄົນເຮົາສາມາດໄປຮຽນ, ໄປເຮັດວຽກ, ອ່ານປຶ້ມ ຫຼື ເຮັດໄຮ່ເຮັດນາ.
ປີ 2025, ໃນອາຍຸ 87 ປີ, Ishikawa ໄດ້ກັບຄືນຫວຽດນາມ ເພື່ອເຂົ້າຮ່ວມກິດຈະກຳໜຶ່ງເນື່ອງໃນໂອກາດຄົບຮອບ 50 ປີແຫ່ງການສິ້ນສຸດສົງຄາມ. ຕາມ NHK, ໃນການເດີນທາງຄັ້ງນີ້, ທ່ານສືບຕໍ່ແບ່ງປັນປະສົບການຢູ່ສະໜາມຮົບກັບເດັກນ້ອຍ ແລະ ຊາວໜຸ່ມ.
ໃນການໃຫ້ສຳພາດກັບ NHK ໃນປີດຽວກັນ, Ishikawa ກ່າວວ່າ ຜູ້ທີ່ເສຍຊີວິດໃນສົງຄາມບໍ່ມີໂອກາດສືບຕໍ່ຊີວິດໄປສູ່ຄົນຮຸ່ນຫຼັງ. ທ່ານໃຫ້ຮູ້ວ່າ ຕົນເອງຢາກສືບຕໍ່ຝາກຂໍ້ຄວາມເຖິງທຸກຄົນວ່າ ສັນຕິພາບກໍຄືການໄດ້ດຳລົງຊີວິດທຳມະດາ.
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບຄະນະຜູ້ແທນ ພັກປະຊາທິປະໄຕ ເສລີ ຍີ່ປຸ່ນ (LDP) ໂດຍທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຫວຽດນາມ ຕັ້ງແຕ່ວັນທີ 20-23 ກໍລະກົດ ປີ 2026. |
ຍສໝ - ຢູ່ທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 17 ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ທ່ານ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີເອົາຈິດໃຈ “ຮ່ວມກັນສ້າງສັນ” ເປັນທິດທາງ, ສຸມໃສ່ 5 ຂົງເຂດ ແຕ່ການເຊື່ອມໂຍງພື້ນຖານໂຄງລ່າງ, ຫ່ວງໂສ້ການສະໜອງ ຈົນເຖິງການຫັນເປັນດິຈິທັອນ, ການຄຸ້ມຄອງແຫຼ່ງນ້ຳ ແລະ ຄວາມໝັ້ນຄົງທາງໄຊເບີ. |
ມິງດຶກ

