| ຂະຫຍາຍການຮ່ວມມື ຫວຽດນາມ - ອິນເດຍ ຜ່ານການສົນທະນາທາງວິຊາການ ພຸດທະສາສະໜາ - ຂົວຕໍ່ເຊື່ອມສາຍພົວພັນຫວຽດນາມ - ອິນເດຍ |
ວັນທີ 27 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ (ສະພາບັນດິດສັງຄົມສາດຫວຽດນາມ) ສົມທົບກັບສະຖານທູດອິນເດຍປະຈຳຮ່າໂນ້ຍ ແລະ ສະຖາບັນ Asian Confluence (Shillong, ອິນເດຍ) ຈັດກອງສຳມະນາວິທະຍາສາດສາກົນ “ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີ ຫວຽດນາມ - ອິນເດຍ: ມຸ່ງສູ່ບັນດາແຮງຊຸກຍູ້ການພັດທະນາໃໝ່”.
ກ່າວຄຳເຫັນເປີດກອງສຳມະນາ, ທ່ານ ສຈ.ປອ. ເລວັນເລີ້ຍ, ກຳມະການສູນກາງພັກ, ປະທານສະພາບັນດິດສັງຄົມສາດຫວຽດນາມ ໃຫ້ຮູ້ວ່າ ການພົວພັນຫວຽດນາມ - ອິນເດຍ ໄດ້ຮັບການສ້າງຂຶ້ນບົນພື້ນຖານປະຫວັດສາດ, ວັດທະນະທຳ ແລະ ຄວາມໄວ້ວາງໃຈທາງການເມືອງຢ່າງເລິກເຊິ່ງ.
ນັບແຕ່ສ້າງຕັ້ງການພົວພັນການທູດໃນປີ 1972, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດໃນປີ 2007 ແລະ ຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2016. ຕາມທ່ານແລ້ວ, ນີ້ແມ່ນໄລຍະເວລາທີ່ເໝາະສົມເພື່ອໃຫ້ສອງປະເທດຫັນຄວາມໄວ້ວາງໃຈທາງຍຸດທະສາດໃຫ້ເປັນຄວາມສາມາດຮ່ວມມືທາງຍຸດທະສາດ, ຫັນບັນດາທ່າແຮງການຮ່ວມມືໃຫ້ເປັນຜົນການພັດທະນາທີ່ເປັນຮູບປະທຳ.
ກອງສຳມະນາສຸມໃສ່ການກຳນົດບັນດາແຮງຊຸກຍູ້ໃໝ່ສຳລັບການຮ່ວມມືສອງຝ່າຍ, ລວມມີ ເສດຖະກິດດິຈິຕອນ ແລະ ການບໍລິຫານດິຈິຕອນ; ປັນຍາປະດິດ, ອຸດສາຫະກຳເຕັກໂນໂລຊີສູງ; ເຄິ່ງຊັກນຳໄຟຟ້າ ແລະ ຕ່ອງໂສ້ສະໜອງທີ່ເພິ່ງຕົນເອງ; ການຫັນປ່ຽນສີຂຽວ, ພະລັງງານທົດແທນ; ລະບົບນິເວດວິສາຫະກິດເລີ່ມຕົ້ນ; ການເຊື່ອມຕໍ່ໂຄງລ່າງ - logistics; ການພັດທະນາຊັບພະຍາກອນມະນຸດ ແລະ ຄູ່ຮ່ວມດ້ານຄວາມຮູ້.
![]() |
| ບັນຍາກາດລວມຂອງກອງສຳມະນາວິທະຍາສາດສາກົນ “ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີ ຫວຽດນາມ - ອິນເດຍ: ມຸ່ງສູ່ບັນດາແຮງຊຸກຍູ້ການພັດທະນາໃໝ່”. |
ບັນດາຂໍ້ລິເລີ່ມ ແລະ ຂໍ້ສະເໜີແນະທີ່ກອງສຳມະນາ ຄາດວ່າຈະປະກອບສ່ວນຜັນຂະຫຍາຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີ ຫວຽດນາມ - ອິນເດຍ, ຊຶ່ງທ່ານ ໂຕເລິມ, ເລຂາທິການໃຫຍ່ພັກ, ປະທານປະເທດ ແລະ ທ່ານ Narendra Modi, ນາຍົກລັດຖະມົນຕີ ໄດ້ເຫັນດີຍົກລະດັບໃນໂອກາດການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ ຢູ່ສາທາລະນະລັດອິນເດຍ ໃນເດືອນພຶດສະພາ 2026.
ທ່ານ ປອ. Pabitra Margherita, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ກະຊວງແຜ່ນແພ ຂອງລັດຖະບານສາທາລະນະລັດອິນເດຍ ເຫັນວ່າ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີ ສະທ້ອນເຖິງວິໄສທັດຮ່ວມທີ່ມຸ່ງສູ່ອະນາຄົດຂອງການນຳສອງປະເທດ. ທ່ານເນັ້ນໜັກວ່າ 18 ຜົນສຳເລັດທີ່ບັນລຸໄດ້ໃນການຢ້ຽມຢາມ ແມ່ນບັນດາແຮງຊຸກຍູ້ທີ່ເປັນຮູບປະທຳ ເພື່ອສືບຕໍ່ຊຸກຍູ້ການພົວພັນສອງຝ່າຍ.
ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຫັນວ່າ ຫວຽດນາມ ແລະ ອິນເດຍ ມີຫຼາຍຈຸດທີ່ສອດຄ່ອງກັນໃນຄວາມປາດຖະໜາສ້າງສາປະເທດໃຫ້ເຂັ້ມແຂງ, ມີເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ກໍຄືໃນວິໄສທັດກ່ຽວກັບລະບຽບສາກົນທີ່ມີສັນຕິພາບ, ຍຸຕິທຳ ແລະ ອີງໃສ່ກົດໝາຍສາກົນ.
ຕາມທ່ານຮອງລັດຖະມົນຕີ, ໃນໄລຍະໃໝ່ ສອງປະເທດຕ້ອງປະຕິບັດສາມການຫັນປ່ຽນທີ່ສຳຄັນ: ຫັນຄວາມໄວ້ວາງໃຈທາງການເມືອງໃຫ້ເປັນຄວາມສາມາດຮ່ວມກັນດຳເນີນການ; ຫັນຂອບການພົວພັນທີ່ໄດ້ຮັບການຍົກລະດັບໃຫ້ເປັນຄວາມສາມາດຮ່ວມມືທີ່ແທດຈິງ, ປະກອບສ່ວນປັບປຸງຄວາມເປັນເຈົ້າຕົນເອງ ແລະ ຄວາມສາມາດເພິ່ງຕົນເອງຂອງແຕ່ລະປະເທດ; ຫັນຄວາມໃກ້ຊິດທາງຍຸດທະສາດໃຫ້ເປັນພື້ນທີ່ເຊື່ອມຕໍ່ແຫ່ງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ລະຫວ່າງອາຊີຕາເວັນອອກສ່ຽງໃຕ້ກັບອາຊີໃຕ້, ລະຫວ່າງມະຫາສະໝຸດປາຊີຟິກກັບມະຫາສະໝຸດອິນເດຍ.
ທີ່ກອງສຳມະນາ, ບັນດາຊ່ຽວຊານຂອງສອງປະເທດຍັງໄດ້ແລກປ່ຽນກ່ຽວກັບການບັນຈົບກັນທາງຍຸດທະສາດລະຫວ່າງຫວຽດນາມ ແລະ ອິນເດຍ ໃນພາກພື້ນອິນເດຍ - ປາຊີຟິກ, ບົດບາດໃຈກາງຂອງອາຊຽນ, ຄວາມໝັ້ນຄົງທາງທະເລ ແລະ ລະບຽບພາກພື້ນທີ່ອີງໃສ່ກົດລະບຽບ.
ບັນດາຜູ້ແທນພ້ອມກັນສະເໜີໃຫ້ເພີ່ມທະວີການເຈລະຈາດ້ານວິຊາການ, ນະໂຍບາຍ ແລະ ຊຸກຍູ້ບັນດາບູລິມະສິດການຮ່ວມມືດ້ານການເມືອງ, ເສດຖະກິດ, ເຕັກໂນໂລຊີ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນປະຊາຊົນ, ຜ່ານນັ້ນສ້າງແຮງຊຸກຍູ້ເພີ່ມເຕີມ ເພື່ອນຳການພົວພັນຫວຽດນາມ - ອິນເດຍ ພັດທະນາຢ່າງແທດຈິງ ແລະ ຍືນຍົງໃນໄລຍະໃໝ່.
ຍສໝ - ວັນທີ 25 ມິຖຸນາ, ເວັບໄຊ Indiatvnews ໄດ້ລົງພິມບົດຄວາມວິເຄາະບັນດາປັດໄຈທີ່ຊ່ວຍໃຫ້ ຫວຽດນາມ ນັບມື້ນັບດຶງດູດນັກທ່ອງທ່ຽວ ອິນເດຍ. ຕາມບົດລາຍງານແລ້ວ, ການປະສົມປະສານລະຫວ່າງຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ, ການເຊື່ອມຕໍ່ທາງອາກາດທີ່ສະດວກສະບາຍ, ທັດສະນີຍະພາບທີ່ຫຼາກຫຼາຍ ແລະ ການບໍລິການທີ່ເປັນມິດ ໄດ້ນຳເອົາ ຫວຽດນາມ ກາຍເປັນໜຶ່ງໃນບັນດາຈຸດໝາຍປາຍທາງສາກົນ ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ອິນເດຍ. |
ຍສໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ. |
ມິງດຶກ
